ຈຳປາສັກ ກໍານົດ12 ກິດຈະກໍາເປີດປີທ່ອງທ່ຽວລາວ 2024

ຈຳປາສັກ ກໍານົດ12 ກິດຈະກໍາເປີດປີທ່ອງທ່ຽວລາວ 2024
ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນແຂວງເມື່ອບໍ່ດົນມານີ້ວ່າ: ຄະນະພັກ-ອົງການປົກຄອງແຂວງຈຳປາສັກ, ຄະນະພັກ-ອົງການປົກຄອງເມືອງ-ນະຄອນ ແລະພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງໄດ້ເປັນເອກະພາບກັນກຳນົດບັນດາກິດຈະກຳທີ່ຈະຈັດຕັ້ງປະຕິບັດໃນປີທ່ອງທ່ຽວລາວ 2024ແລະ ໄດ້ສະເໜີກະຊວງ ຖວທ ຊຶ່ງໄດ້ຮັບການເຫັນດີເຫັນພ້ອມກຳນົດເອົາ 12 ກິດຈະກຳເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024, ໃນນີ້, ກິດຈະກໍາລະດັບຊາດ 1 ກິດຈະກຳ, ກິດຈະກຳລະດັບແຂວງ 1 ກິດ ແລະ ກິດຈະກຳລະດັບເມືອງ-ນະຄອນມີ 10 ກິດຈະກຳຈັດເຂົ້າໃນປະຕິທິນການທ່ອງທ່ຽວ ໂດຍຈະຖືເອົາງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ຊຶ່ງເປັນກິດຈະກຳລະດັບຊາດ ທັງກໍານົດເປັນພິທີເປີດປີທ່ອງທ່ຽວ 2024 ຂອງແຂວງຈຳປາສັກ. ນອກນີ້, ກໍມີງານບຸນມະໂຫລານກາເຟ-ຊາບໍລະເວນເມືອງປາກຊ່ອງ ຊຶ່ງເປັນຕົ້ນກຳເນີດຂອງຜະລິດຕະພັນກາເຟທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມໃນເວທີສາກົນ. ມີກິດຈະກຳທີ່ເປັນອັນໂດດເດັ່ນທີ່ຈັດຂຶ້ນໃນແຕ່ລະເມືອງ-ນະຄອນ ທັງເປັນການເປີດປີທ່ອງທ່ຽວໃນແຕ່ລະເມືອງໃຫ້ມີບັນຍາກາດຟົດຟື້ນເພື່ອໃຫ້ນັກທ່ອງທ່ຽວສາມາດເລືອກມາທ່ອງທ່ຽວໄດ້ຕະຫຼອດປີ. ພ້ອມດຽວກັນນີ້, ຍັງໄດ້ຮ່ວມກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ,ໂຮງແຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບິນລາວ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງຈັດເປັນລາຍການທ່ອງທ່ຽວ. ທັງນີ້, ເພື່ອເຮັດໃຫ້ບັນດາກິດຈະກຳການທ່ອງທ່ຽວ ແລະ ລາຍການທ່ອງທ່ຽວມີຄວາມກົມກຽວ, ເຊື່ອມຈອດລະຫວ່າງແຂວງຕໍ່ແຂວງ, ແຂວງຕໍ່ເມືອງ, ມີຮູບແບບສົ່ງເສີມການຂາຍຕາມລະດູການໃນລາຄາທີ່ເໝາະສົມ.
ທ່ານກ່າວຕື່ມວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍນັ້ນ, ຄະນະພັກ-ອົງການປົກຄອງແຂວງໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງໃຫ້ສຸມໃສ່ບັນດາໜ້າວຽກຕ່າງໆ ຕົ້ນຕໍແມ່ນສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະເເໜງການທີ່ກ່ຽວຂ້ອງຢູ່ສູນກາງ,ແຂວງ ແລະ ເມືອງ-ນະຄອນ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກຳເຂົ້າສູ່ຊີວິດຕົວຈິງໃຫ້ທັນເວລາ. ສຸມໃສ່ປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ສາມາດຕອບສະໜອງຄວາມຕ້ອງການກັບທ່າອ່ຽງການຕະຫຼາດທ່ອງທ່ຽວພາກພື້ນ ແລະ ສາກົນ. ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ, ການຕ້ອນຮັບທີ່ອົບອຸ່ນ, ຍິ້ມແຍ້ມແຈ່ມໃສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ, ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວຢ່າງແຂງແຮງ ໂດຍນໍາໃຊ້ພາຫະນະສື່ມວນຊົນພາຍໃນ, ສື່ຕ່າງປະເທດ ແລະ ການເຂົ້າຮ່ວມງານວາງສະແດງການຕະຫຼາດທ່ອງທ່ຽວສາກົນ. ໃນປີ 2024 ຄາດຄະເນຈະມີນັກທ່ອງທ່ຽວສາກົນເດີນທາງມາທ່ຽວແຂວງຈຳປາສັກ 330.755 ເທື່ອຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ປະມານ 64.800.570 ລ້ານໂດລາ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 350.958 ເທື່ອຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວໄດ້ 68.753.740 ລ້ານໂດລາ. ດັ່ງນັ້ນ, ຂໍເຊີນບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພ້ອມດ້ວຍມວນຊົນເຂົ້າຮ່ວມງານບຸນນະມັດສະການຜາສາດຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ2ຂອງລາວທີ່ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈຳປາສັກ ທີ່ຈະເປີດຂຶ້ນໃນວັນທີ 22-24 ກຸມພາ 2024 ນີ້.ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ.
ການທ່ອງທ່ຽວເປັນຂະແໜງການເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງຢູ່ບັນດາປະເທດໃນໂລກ. ໃນຫຼາຍປີທີ່ຜ່ານມາ, ພັກ-ລັດຖະບານລາວ ກໍຄືອົງການປົກຄອງແຂວງຈຳປາສັກຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ນຳພາ-ຊີ້ນໍາສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຂະແໜງການທ່ອງທ່ຽວໂດຍກຳນົດ

ນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈຳປາສັກໃຫ້ນັບມື້ເພີ່ມຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປິ່ນອ້ອມຖືເປັນການສົ່ງອອກກັບທີ່ ແລະ ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນກໍຄືເຂດຊົນນະບົດຫ່າງໄກສອກຫຼີກ.
    ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ຄັ້ງທີ 1 ໃນປີ 1999-2000, ຄັ້ງທີ 2 ປີ 2012, ຄັ້ງທີ 3 ປີ 2018, ຄັ້ງທີ 4 ຈັດຂຶ້ນໃນປີ 2024 ໂດຍໄດ້ຮັບການອະນຸມັດເຫັນດີຈາກລັດຖະບານພາຍໃຕ້ຄໍາຂວັນທີ່ວ່າ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກໍານົດເອົາຮູບຊ້າງເປັນສັນຍາລັກນຳໂຊກໃຫ້ແກ່ການທ່ອງທ່ຽວລາວ 2024.
ຂ່າວ: ທູນທອງໃຈ, ພາບ: ຄຳຫຼ້າ 

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ