ຈີນ​ ​ດຶງ​ດູດ​ການ​ລົງ​ທຶນຫຼາຍກວ່າ 100 ຕື້​ໂດ​ລາ ​ເປັນ​ເວ​ລາ 15 ປີ​ລຽນ​ຕິດ

ຈີນ​ ​ດຶງ​ດູດ​ການ​ລົງ​ທຶນຫຼາຍກວ່າ 100 ຕື້​ໂດ​ລາ ​ເປັນ​ເວ​ລາ 15 ປີ​ລຽນ​ຕິດ

ຈີນ​ ​ດຶງ​ດູດ​ການ​ລົງ​ທຶນຫຼາຍກວ່າ 100 ຕື້​ໂດ​ລາ ​ເປັນ​ເວ​ລາ 15 ປີ​ລຽນ​ຕິດ
123 ປະ​ເທດ ແລະ ​ເຂດ​ແຄວ້ນ, 1,100 ກວ່າ​ອົງ​ການ​ຈັດ​ຕັ້ງ​ພາກ​ລັດ ແລະ ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ; ເນື້ອ​ທີ່​ເຂດ​ວາງ​ສະ​ແດງ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ໄດ້​ເປີດກວ້າງ​ອອກ, ຈຳ​ນວນ​ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຢູ່​ເຂດ​ການ​ຮ່ວມ​ມື​ສາ​ກົນ​ຂອງວິ​ສາ​ຫະ​ກິດ​​ທີ່​ມີ​ລັກ​ສະ​ນະ​ສະ​ເພາະ ມີ​ສີ​ສັນ​ພິ​ເສດ ແລະ ​ປະ​ດິດ​ສ້າງ​ໃໝ່​ໄດ້​ເພີ່ມ​ຂຶ້ນໜຶ່ງເທົ່າ​ເມື່ອ​ທຽບ​ໃສ່​ປີ 2024; ໄດ້​ເຊັນ​ສັນ​ຍາ​ລົງ​ທຶນ​ປະ​ເພດ​ຕ່າງໆ 1,154 ໂຄງ​ການ, ລວມຍອດ​ມູນ​ຄ່າ​ການ​ລົງ​ທຶນ 644 ຕື້ຢວນ. ໃນ​ງານ​ຕະຫຼາດ​ນັດການ​ລົງ​ທຶນ​ ແລະ ການ​ຄ້າ​​ສາ​ກົນ​ຈີນ​ຄັ້ງ​ທີ 25 ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 8 - 11 ກັນ​ຍາ​ນີ້, ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳ​ຄັນ​ທີ່​ທົ່ວ​ໂລກ​ສັງ​ເກດ​ຈີນ ແລະ ຊອກ​ຫາ​ໂອ​ກາດ​ການ​ລົງ​ທຶນ.

 

ຈນ​ ​ດງ​ດດ​ການ​ລງ​ທນຫາຍກວາ 100 ຕ​ໂດ​ລາ ​ເປນ​ເວ​ລາ 15 ປ​ລຽນ​ຕດ - image 1
 

ບົດລາຍງານກ່ຽວຂ້ອງທີ່ເຜີຍແຜ່ໃນງານນີ້ສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍປີ 2024, ຈີນໄດ້ດຶງດູດການລົງທຶນຫຼາຍກວ່າ 100 ຕື້ໂດລາ ເປັນເວລາ 15 ປີລຽນຕິດ, ຢູ່ໃນລະດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ. ເມື່ອມຸ່ງໜ້າສູ່ອະນາຄົດ, ວິສາຫະກິດຕ່າງປະເທດຈະເປັນ “ນັກກິລາແລ່ນມາລາທອນ” ຢູ່ຈີນຄືແນວໃດ?

ປັດຈຸບັນນີ້, ຕະຫຼາດຂະໜາດໃຫຍ່ພິເສດຂອງຈີນກຳລັງເປັ່ງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການປ່ຽນແປງຮູບແບບ ແລະ ຍົກລະດັບການພັດທະນາ. ໃນງານຕະຫຼາດນັດຄັ້ງນີ້, ທຶນຕ່າງປະເທດພາກັນພັນລະນາຕະຫຼາດຈີນເປັນ “ລາຍການທີ່ຕ້ອງຄັດເລືອກ”. ທ່ານ ມູ້ເຢນຄຸຍ ປະທານກຸ່ມບໍລິສັດເຟີ່ງຢີ້ສາກົນສິງກະໂປ ສາຂາຈີນເຫັນວ່າ, ຄຽງຄູ່ກັບຜູ້ບໍລິໂພກຈີນມີລາຍຮັບເພີ່ມຂຶ້ນ, ສະແຫວງຫາຊີວິດການເປັນຢູ່ທີ່ມີຄຸນະພາບນັບມື້ນັບສູງຂຶ້ນ, ໃນຂົງເຂດປຸງແຕ່ງສະບຽງອາຫານ ແລະ ນ້ຳມັນໃຫ້ປານີດເລິກເຊິ່ງກວ່າເກົ່າ, ຂົງເຂດບຳລຸງສຸຂະພາບມີຕະຫຼາດອັນໃຫຍ່ຫຼວງ.

ໃນຊຸມປີມໍ່ໆມານີ້, ວິສາຫະກິດຕ່າງປະເທດໄດ້ເລັ່ງລັດລົງທຶນເຂົ້າໃນຂົງເຂດກຳລັງການຜະລິດໃນຄຸນນະພາບໃໝ່, ໄດ້ປາະກົດມີສະພາບການໃໝ່ທີ່ເຊື່ອມໂຍງກັບວິສາຫະກິດຈີນ. ທ່ານ ຫວ່າງຣຸ້ນຢີ ຮອງປະທານບໍລິຫານງານກຸ່ມບໍລິສັດZF ເຢຍລະມັນໃຫ້ຮູ້ວ່າ, ຄວາມໄວແຫ່ງການປະດິດສ້າງໃໝ່ຂອງຕະຫຼາດຈີນໄດ້ກະຕຸກຊຸກຍູ້ກຳລັງການປະດິດສ້າງໃໝ່ຂອງເຂົາເຈົ້າຢ່າງຫຼວງຫຼາຍ.

ບົດລາຍງານທີ່ກ່ຽວຂ້ອງທີ່ເປີດເຜີຍໃນງານຄັ້ງນີ້ສະແດງໃຫ້ເຫັນວ່າ, ປີ 2024, ວິສາຫະກິດອຸດສາຫະກຳທີ່ມີລາຍຮັບ 20 ລ້ານຢວນຂຶ້ນໄປຕໍ່ປີຂອງທຶນຕ່າງປະເທດຢູ່ຈີນມີອັດຕາກຳໄລເຖິງ 6.6%, ສູງກວ່າອັດຕາກຳໄລຂອງວິສາຫະກິດອຸດສາຫະກຳທີ່ມີລາຍຮັບ 20 ລ້ານຢວນຂຶ້ນໄປຂອງທົ່ວປະເທດຈີນ 1,2%.

ໃນເມື່ອບໍ່ດົນມານີ້, ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ຢ່າງຟົດຟື້ນ; ໃນເດືອນພະຈິກປີນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 8 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ ຕາມເວລາທີ່ກຳນົດ. ຄືຜູ້ຕາງໜ້າບໍລິສັດຂ້າມຊາດກ່າວວ່າ, ຕະຫຼາດຈີນໄດ້ກາຍເປັນ “ສູນຫັດກາຍ” ຂອງເຂົາເຈົ້າ ໂດຍມີຄວາມໝາຍວ່າ, ມີແຕ່ພັດທະນາຢ່າງເຕັມສ່ວນ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນຢູ່ນີ້ ຈຶ່ງສາມາດກ້າວໄປໄກກວ່າເກົ່າໃນໂລກດ້ວຍ “ຄຸນນະພາບທີ່ດີເລີດ”.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ