ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ

ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ

ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ມີ​ນາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຊາວ​ໂລກ. ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອ​ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ບັນ​ຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ເປັນ​ເວ​ລາ 90 ນາ​ທີກ່ຽວ​ກັບ​ຄຳ​ຖາມ 21 ຂໍ້. ທ່ານ​ ຫວາງ​ຢີ້​ ກ່າວ​ວ່າ: “ຈີນ ​ໄດ້​ເພີ່ມ​ຄວາມ​ໝັ້ນ​ທ່ຽງແລະ ຄວາມ​ແນ່ນອນ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ໃຫ້​ແກ່​ໂລກ ແລະ ກາຍ​ເປັນ​ເສົາ​ຄ້ຳຫຼັກ​​ທີ່​ທົດ​ແທນ​ບໍ່​ໄດ້​ໃນ​ທ່າມ​ກາງ​ສະ​ພາບ​ການ​ປັ່ນ​ປ່ວນ​ຂອງ​ທົ່ວ​ໂລກ.”
ຈນ​ ທ​ໝນ​ຄງ​ຈະ​ເປນ​ພອນ​ໃຫ​ແກ​ໂລກ - image 1
 

 

ຈີນ ມີຫຼັກໝັ້ນເດັດດ່ຽວໃນການປົກປ້ອງການປົກຄອງຕາມກົດໝາຍສາກົນ ແລະ ຄັດຄ້ານລັດທິມະຫາອຳນາດ. ໃນຖານະເປັນປະເທດໃຫຍ່ທີ່ມີນ້ຳໃຈຮັບຜິດຊອບ, ຈີນມີຈຸດຢືນໃນການປົກປ້ອງຖານະແກນກາງຂອງອົງການສະຫະປະຊາຊາດ, ປົກປ້ອງໝາກຜົນແຫ່ງໄຊຊະນະຂອງສົງຄາມໂລກຄັ້ງທີ 2 ແລະ ສ້າງໂລກທີ່ມີຫຼາຍຂົ້ວທີ່ສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ. ເດືອນກັນຍາປີກາຍນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກໃນກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນທ່ຽນສິນຂອງຈີນໂດຍກ່າວເນັ້ນໜັກເຖິງ 5 ຫຼັກການສຳຄັນຄື: ຄວາມສະເໝີພາບດ້ານອະທິປະໄຕ, ການປົກປ້ອງສາກົນດ້ວຍກົດໝາຍ, ລັດທິຫຼາຍຝ່າຍ, ຖືຄົນເປັນກົກແລະ ຖືການເຄື່ອນໄຫວເປັນການນຳພາ ຊຶ່ງໄດ້ຊີ້ທິດເຍືອງທາງໃຫ້ແກ່ການປັບປຸງການບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນ ແລະ ໄດ້ຮັບການສະໜັບສະໜູນຢ່າງວ່ອງໄວຈາກ 150 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ.

ຈນ​ ທ​ໝນ​ຄງ​ຈະ​ເປນ​ພອນ​ໃຫ​ແກ​ໂລກ - image 2
 

ໃນຂະນະດຽວກັນ, ຈີນ ໄດ້ພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການພັດທະນາຮ່ວມກັນ ແລະ ຕໍ່ຕ້ານລັດທິປົກປ້ອງການຄ້າ. ໃນໄລຍະ 5 ປີຜ່ານມາ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງຈີນສະເລ່ຍ 5.4% ຕໍ່ປີ, ອັດຕາປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກໄດ້ຮັກສາຢູ່ທີ່ປະມານ 30% ຊຶ່ງຫຼາຍກວ່າຜົນລວມຂອງກຸ່ມ 7 ປະເທດຕາເວັນຕົກ. ໃນ 5 ປີຂ້າງໜ້ານີ້, ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ, ເປັນ “ໂຮງງານໂລກ” ທີ່ດີ ແລະ ກໍເປັນ “ຕະຫຼາດໂລກ” ເຊັ່ນດຽວກັນ ເພື່ອສືບຕໍ່ເປັນພະລັງຂັບເຄື່ອນທີ່ໝັ້ນທ່ຽງທີ່ສຸດສຳລັບການເຕີບໂຕຂອງເສດຖະກິດໂລກ.

ໃນປີໃໝ່ນີ້, ຜູ້ນຳສູງສຸດຂອງຈີນຈະເດີນທາງໄປຢ້ຽມຢາມຫຼາຍປະເທດທີ່ສຳຄັນ, ການພົວພັນລະຫວ່າງຈີນ-ອາເມຣິກາ ຈະກ້າວເຂົ້າສູ່ “ປີສຳຄັນ” ເຊັ່ນດຽວກັນ, ຈີນຈະເປັນເຈົ້າພາບຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳເອເປັກຄັ້ງທີ 33 ແລະ ກອງປະຊຸມສຸດຍອດຈີນ-ປະເທດອາຣັບ ຄັ້ງທີ 2… ໃນໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນວຸ່ນວາຍ, ຈີນທີ່ໝັ້ນຄົງບໍ່ພຽງແຕ່ຈະເປັນພອນໃຫ້ແກ່ປະຊາຊົນຈີນເທົ່ານັ້ນ, ກໍຍັງເປັນພອນໃຫ້ແກ່ປະຊາຊົນໂລກອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານແຫ່ງຊາດອົດສະຕຣາລີ (NAB) ໄດ້ເປີດເຜີຍຜົນການສຳຫຼວດໃນວັນທີ 11 ສິງຫານີ້ວ່າ, ດັດສະນີຄວາມເຊື່ອໝັ້ນທາງທຸລະກິດຫຼຸດລົງ 1 ຈຸດ ມາຢູ່ທີ່ -6 ຈຸດ ໃນເດືອນກໍລະກົດ ຜ່ານມາ. ໂດຍດັດຊະນີດັ່ງກ່າວອ່ອນແຮງລົງຫຼັງຈາກເພີ່ມຂຶ້ນຕິດຕໍ່ກັນເປັນເວລາ 3 ເດືອນ ຍ້ອນວ່າພາກທຸລະກິດມີຄວາມກັງວົນກ່ຽວກັບຄວາມບໍ່ແນ່ນອນຂອງຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ລາຄາພະລັງງານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກຳລັງສ້າງຄວາມກົດດັນຕໍ່ທ່າອ່ຽງເສດຖະກິດ.
ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 10 ສິງ​ຫາ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ເວ​ລາ​ປິດ​ຕະຫຼາດ​ໃນ​ມື້​ດຽວ​ກັນ, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ຊຶ່ງ​ຈະ​ສົ່ງມອບ​ໃນ​ເດືອນ​ກັນ​ຍາ​ ໃນ​ຕະຫຼາດ​​ຊື້-​ຂາຍ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3.95 ໂດ​ລາ ​ມາ​ຢູ່​ທີ່ 82.13 ໂດ​ລາ, ເພີ່ມ​ຂຶ້ນ 5.05%; ລາ​ຄາ​ນ້ຳ​ມັນ​ດິບແບ​ຣນ​ລອນດອນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ ຊຶ່ງຈະ​ສົ່ງມອບ​ໃນ​ເດືອນ​ຕຸ​ລາ​​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 4.17 ໂດ​ລາ ມາ​ຢູ່​ທີ່ 87.72 ໂດ​ລາ, ເພີ່ມ​ຂຶ້ນ 4.99%.
ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ຫຼາຍປະເທດໄດ້ຮັບຜົນກະທົບຈາກສະພາບອາກາດຮຸນແຮງ

ຫຼາຍປະເທດໄດ້ຮັບຜົນກະທົບຈາກສະພາບອາກາດຮຸນແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ໃນຫຼາຍມື້ຜ່ານມາ, ບັນດາປະກົດການອາກາດຮຸນແຮງ ພວມເກີດຂຶ້ນຢູ່ຫຼາຍພາກພື້ນໃນທົ່ວໂລກ.
7 ເດືອນ​ຕົ້ນ​ປີ​ ການ​ຄ້າ​​ຈີນ-ອາ​ຊຽນ​ ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ

7 ເດືອນ​ຕົ້ນ​ປີ​ ການ​ຄ້າ​​ຈີນ-ອາ​ຊຽນ​ ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍໂຕ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, 7 ເດືອນ​ຕົ້ນ​ປີ​ນີ້, ການ​ຄ້າ​ລະ​ຫວ່າ​ງ​ຈີນ-ອາ​ຊຽນ ໄດ້​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​​ທີ່​ແຂງ​ແຮງ ໂດຍ​ບັນ​ລຸ​ເຖິງ 5,140 ຕື້ຢວນ, ເພີ່ມ​ຂຶ້ນ 20% ຊຶ່ງສູງກວ່າ​ລະ​ດັບ​ການ​ຄ້າ​ໂດຍລວມ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ, ອາ​ຊຽນ​ສືບ​ຕໍ່​ຄອງ​ຖາ​ນະ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ຈີນ.
ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ເຖິງວ່າຕ້ອງປະເຊີນໜ້າກັບການຜັນຜວນດ້ານເສດຖະກິດໂລກ ກໍຄືຮົ້ວກີດຂວາງດ້ານເຕັກນິກທີ່ເຄັ່ງຄັດຈາກບັນດາຕະຫຼາດບໍລິໂພກໃຫຍ່ກໍຕາມ, ໃນ 7 ເດືອນຕົ້ນປີ 2026 ການສົ່ງອອກ, ນຳເຂົ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າ.
“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
ເພີ່ມເຕີມ