ບັນຫານ້ຳຖ້ວມ ເປັນໜຶ່ງບັນຫາທີ່ມີຄວາມສ່ຽງຕໍ່ສຸຂະພາບທີ່ຮ້າຍແຮງ ໂດຍສະເພາະປະຊາຊົນ

ຈົ່ງພ້ອມກັນມີສະຕິຕໍ່ການປ້ອງກັນພະຍາດຕ່າງໆທີ່ມາກັບນໍ້າຖ້ວມ-ນໍ້າເປື້ອນ

ຈົ່ງພ້ອມກັນມີສະຕິຕໍ່ການປ້ອງກັນພະຍາດຕ່າງໆທີ່ມາກັບນໍ້າຖ້ວມ-ນໍ້າເປື້ອນ
ໂດຍ: ວັນເພັງ ບັນຫານ້ຳຖ້ວມ ເປັນໜຶ່ງບັນຫາທີ່ມີຄວາມສ່ຽງຕໍ່ສຸຂະພາບທີ່ຮ້າຍແຮງ ໂດຍສະເພາະປະຊາຊົນທີ່ກຳລັງປະສົບກັບນໍ້າຖ້ວມໃນປັດຈຸບັນ ແມ່ນມີຄວາມສ່ຽງຕໍ່ພະຍາດຕ່າງໆທີ່ມາກັບນໍ້າຖ້ວມຂັງ-ນໍ້າເປື້ອນ. ດັ່ງນັ້ນ, ທົ່ວສັງຄົມ ກໍຄືປະຊາຊົນຈົ່ງມີສະຕິປ້ອງກັນຕໍ່ພະຍາດຕ່າງໆ.


ປັດຈຸບັນບາງມື້ກໍຍັງມີຝົນຕົກແຮງເກີດມີນໍ້າຖ້ວມ-ນໍ້າຂັງຕາມເສັ້ນທາງ, ໄຮ່ນາຮົ້ວສວນ, ບ້ານເຮືອນຂອງປະຊາຊົນ ແລະ ອື່ນໆ ຢູ່ຫຼາຍແຂວງໃນ ສປປ ລາວ ລວມທັງນະຄອນຫຼວງວຽງຈັນ. ສະນັ້ນ, ນໍ້າຖ້ວມຂັງ, ນໍ້າເປື້ອນ ມັກກໍ່ໃຫ້ເກີດມີບັນຫາພະຍາດຕ່າງໆຕາມມາສູ່ຄົນເຮົາ ໂດຍສະເພາະແມ່ນພະຍາດຕິດຕໍ່ທາງນ້ຳ, ພະຍາດທີ່ມາຈາກອາຫານ, ໄຂ້ຍຸງລາຍ, ໄຂ້ມາເລເລຍ, ການຕິດເຊື້ອພະຍາດຊະນິດຕ່າງໆ ແລະ ບາດເຈັບ ແລະ ພະຍາດອື່ນໆ. ດັ່ງນັ້ນ, ເພື່ອປ້ອງກັນຕົນເອງບໍ່ໃຫ້ເປັນພະຍາດດັ່ງກ່າວທຸກຄົນຕ້ອງເປັນເຈົ້າການ, ດຸໝັ່ນອະນາໄມເຮືອນຊານບ້ານຊ່ອງທັງພາຍໃນ ແລະ ພາຍນອກເຮືອນໃຫ້ເປັນລະບຽບ-ຮຽບຮ້ອຍຢູ່ສະເໝີ ເປັນຕົ້ນບ່ອນທີ່ມີນໍ້າຖ້ວມ-ນໍ້າຂັງ ຕ້ອງອະນາໄມຢູ່ສະເໝີ ເພື່ອບໍ່ໃຫ້ເປັນບ່ອນເພາະພັນຂອງໜອນນໍ້າຍຸງລາຍ. ໃນນັ້ນ, ເວລານອນກໍຕ້ອງນອນໃນມຸ້ງບໍ່ວ່າຈະເປັນຕອນກາງເວັນ ຫຼື ກາງຄືນ, ຈູດທູບຂ້າຍຸງ, ນຸ່ງເຄື່ອງທີ່ມີສີສົດໃສ, ບໍ່ຄວນນຸ່ງເຄື່ອງທີ່ເປັນສີມືດ ຫຼື ສີດຳ ເພື່ອປ້ອງກັນບໍ່ໃຫ້ຍຸງກັດ. ສິ່ງສຳຄັນຕ້ອງສືບຕໍ່ປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ. ໃນນັ້ນ, ຕ້ອງກິນ, ດື່ມ, ຢູ່ສະອາດໃຫ້ຖືກຫຼັກອະນາໄມ, ກິນອາຫານສຸກ, ປຸງແຕ່ງສຸກດີ, ຫຼີກລ່ຽງອາຫານສຸກໆດິບໆ, ກິນອາຫານໃຫ້ຄົບ 5 ໝູ່ໃນແຕ່ລະວັນເຊັ່ນ: ຊີ້ນ, ປາ, ຜັກ, ໝາກໄມ້ ແລະ ໄຂມັນແມ່ນເປັນການດີ,ຕ້ອງດື່ມນໍ້າທີ່ສະອາດຖືກຫຼັກອະນາໄມເປັນຕົ້ນ ນໍ້າຕົ້ມສຸກ, ນໍ້າອຸ່ນ ຫຼື ນໍ້າສະອາດ, ນໍ້າທີ່ຖືກກັ່ນຕອງ.ເມື່ອຮັບປະທານອາຫານສຳເລັດແລ້ວ, ຄວນຖິ້ມເສດອາຫານໃສ່ບ່ອນທີ່ເໝາະສົມ; ລະວັງອາຫານປົນເປື້ອນ, ອາຫານຖືກນໍ້າຝົນ, ອາຫານບູດເນົ່າ, ແມງວັນຕອມ ແລະ ອື່ນໆ ເພື່ອບໍ່ໃຫ້ເຈັບທ້ອງ-ຖອກທ້ອງ. ຄຽງຄູ່ກັນນີ້, ທ່ານຕ້ອງນອນພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍອາທິດລະ 2-3 ຄັ້ງຍິ່ງເປັນການດີ. ພຽງເທົ່ານີ້, ເຊື່ອວ່າທ່ານ ແລະ ຄົນໃນຄອບຄົວຈະບໍ່ເປັນພະຍາດຕ່າງໆ, ຈະມີສຸຂະພາບທີ່ດີ ແລະ ແຂງແຮງ.
ສໍາລັບການຮັກສາອາຫານໃຫ້ປອດໄພໃນລະດູຝົນເຊັ່ນ: ຕ້ອງຮັກສາມື, ບ່ອນແຕ່ງກິນ ແລະ ເຄື່ອງແຕ່ງກິນໃຫ້ສະອາດ, ຄວນແຍກອາຫານດິບ ແລະ ອາຫານສຸກອອກຈາກກັນ, ຄວນປຸງແຕ່ງອາຫານໃຫ້ສຸກດີ, ເກັບມ້ຽນອາຫານແຕ່ລະຊະນິດໄວ້ບ່ອນທີ່ມີອຸນຫະພູມທີ່ເໝາະສົມ, ນໍາໃຊ້ນໍ້າສະອາດ ແລະ ວັດຖຸດິບທີ່ສະອາດໃນການແຕ່ງກິນ. ຢ່າງໃດກໍຕາມ, ຖ້າຄົນໃນຄອບຄົວຂອງທ່ານຮູ້ສຶກບໍ່ສະບາຍ ຄວນໄປພົບແພດໝໍໂດຍດ່ວນເພື່ອປຶກສາ, ກວດເບິ່ງອາການແລ້ວກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ ເຊື່ອວ່າຖ້າຫາກທ່ານມີສະຕິຕໍ່ການດຳລົງຊີວິດ ກໍຄືການຮັກສາສຸຂະພາບ ກໍຈະເຮັດໃຫ້ທ່ານ ແລະ ຄົນໃນຄອບຄົວມີສຸຂະພາບທີ່ດີ, ແຂງແຮງ ປາສະຈາກພະຍາດຕ່າງໆ ແລະ ຍັງຊ່ວຍການຫຼຸດຜ່ອນການເປັນພະຍາດຕ່າງໆໃນລະດູຝົນ ກໍຄືໃນໄລຍະນໍ້າຖ້ວມນີ້.

ຄໍາເຫັນ

ຂ່າວສາທະລະນະສຸກ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ເພີ່ມເຕີມ