ເດືອນຜ່ານມານັກທ່ອງທ່ຽວຕ່າງປະເທດເດີນທາງຢ້ຽມຢາມຍີ່ປຸ່ນເຖິງ 2,7 ລ້ານກວ່າຄົນ

ເດືອນຜ່ານມານັກທ່ອງທ່ຽວຕ່າງປະເທດເດີນທາງຢ້ຽມຢາມຍີ່ປຸ່ນເຖິງ 2,7 ລ້ານກວ່າຄົນ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການການທ່ອງທ່ຽວແຫ່ງຊາດຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນໄລຍະເດືອນກຸມພາ ມີປະມານ 2,79 ລ້ານຄົນ ເພີ່ມຂຶ້ນ 89% ເມື່ອທຽບແບບລາຍປີ ແລະ ສູງເປັນປະຫວັດສາດ.
    ບົດລາຍງານລະບຸວ່າ: ໂຕເລກຂ້າງເທິງເພີ່ມຂຶ້ນ 7,1% ຈາກເດືອນດຽວກັນຂອງປີ 2019 ຊຶ່ງເປັນໄລຍະທີ່ຍັງບໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນເພີ່ມຂຶ້ນຕາມການຟື້ນຕົວຈາກຜົນກະທົບຂອງພະຍາດໂຄວິດ-19 ແລະ ໄລຍະພັກເທດສະການປີໃໝ່ຈີນໄດ້ກະຕຸ້ນຈຳນວນນັກທ່ອງທ່ຽວຈາກກຸ່ມປະເທດອາຊີທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນ. ບົດລາຍງານກ່າວຕື່ມວ່າ: ສ ເກົາຫຼີ ເດີນທາງມາຍີ່ປຸ່ນຫຼາຍທີ່ສຸດໃນເດືອນກຸມພາ ໂດຍມີຈຳນວນ 818.500 ຄົນ ຊຶ່ງເພີ່ມຂຶ້ນ 14,3% ຈາກໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19.
    ຂະນະດຽວກັນ, ຈຳນວນຄົນຍີ່ປຸ່ນທີ່ເດີນທາງທ່ອງທ່ຽວຕ່າງປະເທດໃນເດືອນກຸມພາ ມີປະມານ 980.000 ຄົນ ຫຼຸດລົງ 36% ຈາກເດືອນດຽວກັນຂອງປີ 2019 ອັນເປັນໄລຍະກ່ອນເກີດພະຍາດໂຄວິດ-19.

ຄໍາເຫັນ

ຂ່າວຕ່າງປະເທດ

ເສດຖະກິດດີຈີຕອນມາເລເຊຍ ມີທ່າກ້າວເຕີບໂຕຢ່າງວ່ອງໄວ

ເສດຖະກິດດີຈີຕອນມາເລເຊຍ ມີທ່າກ້າວເຕີບໂຕຢ່າງວ່ອງໄວ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກະຊວງ​​ດີ​ຈີ​ຕອນ ມາເລເຊຍ ປະກາດວ່າ, ​ເສດຖະກິດ​ດີ​ຈີ​ຕອນ​ຂອງ​ມາ​ເລ​ເຊຍ​ມີ​ທ່າ​ອ່ຽງ​ເຕີບ​ໂຕ, ​ໂດຍ​ໄດ້​ຮັບຄວາມ​ສົນ​ໃຈ​ຢ່າງຫຼວງຫຼາຍ​ຈາກ​ນັກ​ລົງທຶນ​ຈີນ​ພາຍຫຼັງ​ການ​ຢ້ຽມຢາມ​ຂັ້ນສູງທີ່ປະສົບຜົນສຳເລັດ​​ຫວ່າງບໍ່ດົນມານີ້.
ການສົ່ງອອກ - ນຳເຂົ້າສິນຄ້າ ຂອງຫວຽດນາມ ເພີ່ມຂຶ້ນກວ່າ 16%

ການສົ່ງອອກ - ນຳເຂົ້າສິນຄ້າ ຂອງຫວຽດນາມ ເພີ່ມຂຶ້ນກວ່າ 16%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕເລກສະຖິຕິໃນເບື້ອງຕົ້ນຂອງກົມພາສີ ກະຊວງການເງິນ ຫວຽດນາມ, ຍອດມູນຄ່າການສົ່ງອອກ - ນໍາເຂົ້າສິນຄ້າ ຂອງ ຫວຽດນາມ ໃນໄຕມາດທີ 1 ເດືອນກໍລະກົດ 2025 (ແຕ່ວັນທີ 1 – 15 ກໍລະກົດ), ບັນລຸ 38.21 ຕື້ກວ່າໂດລາ. ໝາກຜົນດັ່ງກ່າວໄດ້ຍົກຍອດມູນຄ່າສົ່ງອອກ - ນໍາເຂົ້າຂອງ ຫວຽດນາມ ນັບແຕ່ຕົ້ນປີຮອດວັນທີ 15 ກໍລະກົດ ບັນລຸ 470.63 ຕື້ໂດລາ, ເພີ່ມຂຶ້ນ 16.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າສົ່ງອອກຂອງວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸ 329 ຕື້ກວ່າໂດລາ.
ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ  ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

​ ເມືອງ​ບູ​ຮານ​ທີ່​ມີປະ​ຫວັດ​ຄວາມ​ເປັນ​ມາ 1,600 ກວ່າ​ປີ​ໄດ້​ຈົ່ງ​ກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ທີ່​ສືບ​ທອດ​ມາເປັນ​ 9 ລາ​ຊະ​ວົງ​ ໄວ້ຢ່າງ​ລຽນຕິດ​ກັນ​ແບບ​ບໍ່​ຄ່ອຍ​ເຫັນ​ໃນ​ປະ​ຫວັດ​ສາດ​ນັ້ນ​ໃຫ້​ແກ່​ເຈີ້ງ​ຕິ້ງ. ປັດ​ຈຸ​ບັນ, ເມືອງ​ເຈີ້ງ​ຕິ້ງ ​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ນັບ​ຕັ້ງ​ແຕ່​ສະ​ໄໝ​ລາ​ຊະ​ວົງ​ສຸຍ ​ແລະ ​ລາ​ຊະ​ວົງ​ຖັງ 38 ແຫ່ງ, ມີ​ຫົວ​ໜ່ວຍ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ສຳ​ຄັນ​ລະ​ດັບ​ຊາດ​ເຖິງ 10 ແຫ່ງ. ຊຸມ​ປີ​ຜ່ານ​ມາ​ນີ້, ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ​ແຫ່ງ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊົມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.
ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາວ່າ: ສິງກະ​ໂປ​ປະກາດ​ແຜນການ​ເລັ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປັນຍາ​ປະດິດ (AI) ຂັ້ນສູງ ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ໂດຍມີເປົ້າໝາຍ​ແນ​ໃສ່​ຍົກລະດັບ​ປະສົບ​ການ​ຂອງນັກທ່ອງທ່ຽວ ​ແລະ ​ເພີ່ມ​ທະວີການຜະລິດ​ອຸດສາຫະກຳ​ ໂດຍ​ຜ່ານ​ຄຳ​ແນະນຳສະເພາະບຸກຄົນ, ບໍລິການ​ຜູ້ຊ່ວຍ​ຫຼາຍ​ພາສາ ​ແລະ ການ​ເລົ່າ​ເລື່ອງ​ແບບສະ​ເໝືອນຈິງ.
ອິນໂດເນເຊຍ ຄາດຄະເນເສດຖະກິດເຕີບໂຕຫຼາຍກວ່າ 5%

ອິນໂດເນເຊຍ ຄາດຄະເນເສດຖະກິດເຕີບໂຕຫຼາຍກວ່າ 5%

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ເງິນ​ຂອງ​ອິນ​ໂດ​ເນ​ເຊຍ ເປີດເຜີຍ​ໃນ​ວັນທີ 24 ກໍລະກົດ ຜ່ານມາວ່າ: ເສດຖະກິດ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ທ່າອ່ຽງ​ຈະ​ເຕີບ​ໂຕ​ຫຼາຍ​ກວ່າ 5% ​ໃນ​ເຄິ່ງທີ່​ສອງ​ຂອງ​ປີ​ນີ້, ​ພ້ອມທັງ​ຕັ້ງ​ເປົ້າ​ໝາຍລາຍຮັບຈາກ​ການ​ເກັບ​ພາສີ​ຈະເພີ່ມຂຶ້ນ​ໃນ​ປີ 2026.
ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 24 ກໍ​ລະ​ກົດ​ ຜ່ານມານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປ​ະ​ກັບ​ທ່ານ ອັນໂຕນີໂອ ຄອ​ສ​ຕາ ປະ​ທານ​ສະ​ພາ​ເອີ​ຣົບ ແລະ ທ່ານນາງ ເອີຊູລາ ວອນ ເດີ ເລ​ເຢນ ປະທານຄະນະກຳມ​າ​ທິການສະຫະພາບເອີຣົບທີ່​ເດີນ​ທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມການພົບປະລະຫວ່າງ​ຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 25 ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ.
ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ

ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2025). ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານ ເລື່ອງເກືອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການພົບປະກັບຕາງໜ້າຜູ້ມີຄຸນງາມຄວາມດີ, ຜູ້ດີເດັ່ນ 250 ຄົນ ໃນທົ່ວປະເທດ.
ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.
ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ຂ່າວຕ່າງປະເທດລາຍງານວ່າ: ຄະ​ນະ​ກຳ​ມະ​ການ​ໂອແ​ລັມ​ປິກ ຂອງ​ກາ​ຕາ​ ເປີດເຜີຍໃນວັນ​ທີ 22 ກໍ​ລະ​ກົດ ຜ່ານມາ​ວ່າ, ກາ​ຕາ ​ໄດ້​ຍື່ນ​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຂໍເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ແລັມ​ປິກ​ ແລະ​ ພາ​ຣາ​ລິມ​ປິກ​ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.
ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການວ່າ: ສະຫະລັດ ອາເມຣິກາ ໄດ້ແຈ້ງຂໍ້ຕົກລົງກ່ຽວກັບ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະປະຊາຊາດ ຫຼື UNESCO ຕໍ່ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO. ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການ UNESCO ຢ່າງເປັນທາງການໃນວັນທີ 31 ທັນວາປີ 2026.
ເພີ່ມເຕີມ