ຫ້ອງການສື່ມວນຊົນປະຈຳທຳນຽບປະທານາທິບໍດີຟີລິບປິນ ເປີດເຜີຍໃນວັນທີ 4 ສິງຫາ ຜ່ານມາວ່າ, ຄະນະລັດຖະມົນຕີຈະປຶກສາຫາລືບັນຫາດັ່ງກ່າວກັບ ທ່ານ ເຟີດິນານ ມາກອສ ຈູເນຍ ປະທານາທິບໍດີ ຟີລິບປິນ ໃນລະຫວ່າງການຢ້ຽມຢາມອິນເດຍໃນອາທິດນີ້.
ຂ່າວລະບຸວ່າ: ຂໍ້ສະເໜີດັ່ງກ່າວມີຂຶ້ນໃນໄລຍະທີ່ການສະໜອງເຂົ້າທົ່ວໂລກມີທ່າອ່ຽງປັບຕົວດີຂຶ້ນ ສົ່ງຜົນເຮັດໃຫ້ລາຄາເຂົ້າໃນອາຊີຕົກຕໍ່າໃນຮອບ 8 ປີ, ເຖິງວ່າຈະຊ່ວຍຫຼຸດຜ່ອນຄວາມກົດດັນຂອງອັດຕາເງິນເຟີ້ຂອງຜູ້ບໍລິໂພກ ແຕ່ກໍສ້າງຄວາມບໍ່ພໍໃຈໃຫ້ກັບຊາວກະສິກອນໃນຫຼາຍປະເທດ.
ກ່ອນໜ້ານີ້, ທ່ານ ຟຣານຊິສໂກ ຕິອູ ລໍເຣລ ຈູເນຍ ລັດຖະມົນຕີກະຊວງກະສິກຳ ຟີລິບປິນ ໄດ້ສະເໜີໃຫ້ຈຳກັດປະລິມານການນຳເຂົ້າເຂົ້າປະຈຳປີບໍ່ໃຫ້ເກີນ 20% ຂອງລະດັບປັດຈຸບັນ, ໂດຍໃຫ້ເຫດຜົນວ່າການນຳເຂົ້າທີ່ສູງສົ່ງຜົນກະທົບຕໍ່ລາຄາເຂົ້າພາຍໃນປະເທດ ແລະ ອາດເຮັດໃຫ້ໂຮງສີເຂົ້າທ້ອງຖິ່ນຫຼາຍແຫ່ງຕ້ອງປິດກິດຈະການ.
ຄໍາເຫັນ