ຝຶກອົບຮົມກົນລະຍຸດການໂຄສະນາການທ່ອງທ່ຽວ

ຝຶກອົບຮົມກົນລະຍຸດການໂຄສະນາການທ່ອງທ່ຽວ
ເມື່ອບໍ່ດົນມານີ້, ຢູ່ສູນຂໍ້ມູນຂ່າວສານການ ທ່ອງທ່ຽວແຂວງອຸດົມໄຊ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບກົນລະຍຸດການໂຄສະນາການທ່ອງທ່ຽວ ໂດຍເປັນປະທານຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີ ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າພະແນກ ຖວທ ແຂວງ, ພ້ອມດ້ວຍວິຊາການ ຈາກພະແນກ ຖວທ ແຂວງ, ເມືອງແບງ, ເມືງຮຸນ, ເມືອງງາ, ຖວທ ແຂວງຫລວງນ້ຳທາ ແລະ ຕາງໜ້າບໍລິສັດທ່ອງທ່ຽວ ເຂົ້າຮ່ວມ.
ຈຸດປະສົງຂອງການຝຶກອົບຮົມ ເພື່ອເປັນການດຶງດູດໃຫ້ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາດຳ ເນີນທຸລະກິດການທ່ອງທ່ຽວ ຢູ່ປະເທດລາວ ໂດຍສະເພາະແມ່ນແຂວງອຸດົມໄຊ ແລະ ຝຶກໃຫ້ສຳມະນາກອນ ສາມາດນໍາໃຊ້ໂທສະສັບມືຖື ໂດຍໂຫລດໂປຣແກມແອັບ CapCut (ແຄັບຄັດ) ເພື່ອນໍາເອົາຂໍ້ມູນຮູບພາບມາຕັດຕໍ່ເປັນວິດີໂອ, ໂປສເຕີ ເພື່ອເປັນການໂຄສະນາ ແລະ ສ້າງສີສັນ ດຶງດູດໃຫ້ນັກທ່ອງທ່ຽວມີຄວາມຈົນໃຈມາທ່ອງທ່ຽວ ແຂວງອຸດົມໄຊ ໃຫ້ຫຼາຍຂຶ້ນ. (ຂ່າວ: ອຸດົມໄຊ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ ແຂວງຈຳປາສັກ ໄດ້ກາຍເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນໃນພາກໃຕ້ຂອງ ສປປ ລາວ, ທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັນທີ 14 ກໍລະກົດນີ້, ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ້ອງທ່ຽວທັງໝົດ 77,783 ຄົນ, ນີ້ແມ່ນສະແດງໃຫ້ເຫັນເຖິງການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້.
ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ສະຖານ​ທີ່ທ່ອງທ່ຽວອ່າງຫຼວງ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽງຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຮອດຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວ, ຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ໂດຍ: ວັນໄຊ ຕະວິນຍານ ເພື່ອຈັດຕັ້ງຜັນຂະຫຍາຍແຜນການພັດທະນາ ແລະ ສົ່ງເສີມວຽກງານທ່ອງທ່ຽວຂອງແຂວງຄໍາມ່ວນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງນັບມື້ນັບຫຼາຍຂຶ້ນ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ຜູ້ປະກອບການທັງພາກລັດ ແລະ ພາກເອກະຊົນ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ພ້ອມທັງຈັດກິດຈະກໍາວົງຈອນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງພາຍໃນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາຜ່ານມາ ທີ່ໂຮງແຮມພອນປະດິດ, ໂດຍການເປັນປະທານຮ່ວມຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ນາງ ຈຸນລະຈັນ ແພງດີ ຜູ້ອຳນວຍການສູນພັດທະນາທັກສະການທ່ອງທ່ຽວ ແລະ ການໂຮງແຮມ ດີມິດທ໌ບາຍ ປະທານບໍລິສັດ ດີຟິກທ໌ ທັງເປັນຜູ້ຕາງໜ້າໂຄງການລາວ/336.
ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະການທຸລະກິດການທ່ອງທ່ຽວ ພາຍໃນແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 23 ມີຖຸນາຜ່ານມາ ທີ່ຫ້ອງປະຊຸມ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ເພີ່ມເຕີມ