ໃຫ້ຂໍ້ມູນຂ່າວສານກ່ຽວກັບມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບ

ໃຫ້ຂໍ້ມູນຂ່າວສານກ່ຽວກັບມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບ

ໃຫ້ຂໍ້ມູນຂ່າວສານກ່ຽວກັບມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບ
ກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມໃຫ້ຂໍ້ມູນຂ່າວ ສານກ່ຽວກັບມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ສຸຂະພາບ ຂຶ້ນໃນວັນທີ 3 ກຸມພານີ້ ທີ່ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມ ສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານນາງ ເຕືອນຈິດ ອາລຸນລາສີ ຮອງຫົວໜ້າສະຖາບັນນິເວດ ວິທະຍາສາດ ແລະ ເຕັກໂນໂລຊີຊີວະພາບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີສື່ມວນຊົນຈາກພາກ ສ່ວນຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃຫຂມນຂາວສານກຽວກບມນລະພດທາງອາກາດ ແລະ ຜນກະທບຕສຂະພາບ - image 1
 

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອໃຫ້ຂໍ້ມູນຂ່າວສານກ່ຽວກັບມົນລະພິດທາງອາກາດ ແລະ ຜົນກະທົບຕໍ່ ສຸຂະພາບໃຫ້ສື່ມວນຊົນເພື່ອນໍາເອົາຂໍ້ມູນຂ່າວສານໄປໂຄສະນາ-ເຜີຍແຜ່, ແຈ້ງເຕືອນຜ່ານພາຫະນະສື່ຂອງຕົນຕາມຂໍ້ມູນຄວາມເປັນຈິງ ເພື່ອສ້າງຈິດສໍານຶກໃຫ້ສັງຄົມ, ປະຊາຊົນຮັບຮູ້-ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງ ກວ້າງຂວາງໃນການຫຼຸດຜ່ອນແຫຼ່ງກໍາເນີດຂອງມົນລະພິດ ແລະ ເພື່ອສົ່ງເສີມສຸຂະພາບຂອງກຸ່ມທີ່ບອບບາງ. 

ເນື່ອງຈາກຄາດການວ່າມົນລະພິດທາງອາກາດຈະເພີ່ມຂຶ້ນສູງໃນໄລຍະເດືອນມີນາ ຫາ ເມສາ. ສະນັ້ນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈຶ່ງຮຽກຮ້ອງໃຫ້ທຸກຄົນຮ່ວມມືກັນ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ ແລະ ແນະນຳວິທີການປົກປ້ອງສຸຂະພາບຈາກຜົນກະທົບຂອງມົນ ລະພິດດັ່ງກ່າວ.

ໃຫຂມນຂາວສານກຽວກບມນລະພດທາງອາກາດ ແລະ ຜນກະທບຕສຂະພາບ - image 2
 

      ມົນລະພິດທາງອາກາດ ເປັນປັດໄຈສ່ຽງດ້ານສິ່ງແວດລ້ອມທີ່ຮ້າຍແຮງທີ່ສຸດຕໍ່ສຸຂະພາບໃນທົ່ວໂລກ. ມົນລະພິດທາງອາກາດນອກອາຄານ ເປັນສາເຫດໃຫ້ປະຊາຊົນປະມານ 4.2 ລ້ານຄົນ ເສຍຊີວິດກ່ອນໄວອັນຄວນ ໃນປີ 2019 ຈາກການສຳຜັດມົນລະພິດທາງອາກາດ ໂດຍສະເພາະຝຸ່ນລະອອງຂະໜາດນ້ອຍ 2.5 (PM 2.5). ໃນ ສປປ ລາວ ແຫຼ່ງກຳເນີດຂອງມົນລະພິດອາກາດມາຈາກການຈູດ-ເຜົາເພື່ອການເຮັດກະສິກຳ, ການຈູດຂີ້ເຫຍື້ອຈາກຄົວເຮືອນ ແລະ ອຸດສາຫະກຳ, ໄຟໄໝ້ປ່າ ແລະ ການປ່ອຍມົນລະພິດຈາກຍານພາຫະນະຕ່າງໆ, ມົນລະພິດທາງອາກາດ ປະກອບດ້ວຍຝຸ່ນລະອອງຂະໜາດນ້ອຍ ແລະ ສານເຄມີ. ຄວາມຮ້າຍແຮງຂອງມົນລະພິດທາງອາກາດຖືກລາຍງານດ້ວຍດັດສະນີຄຸນນະພາບອາກາດ (AQI) ຊຶ່ງເປັນລະບົບການຈັດລະດັບທີ່ບົ່ງຊີ້ໃຫ້ເຫັນເຖິງລະດັບຄວາມເຂັ້ມຂຸ້ນຂອງມົນລະພິດທາງອາກາດ ລວມທັງ PM 2.5 ຊຶ່ງເປັນຝຸ່ນລະອອງຂະໜາດນ້ອຍປະເພດໜຶ່ງທີ່ອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຫຼາຍທີ່ສຸດ.

 ມົນລະພິດທາງອາກາດ ສົ່ງຜົນກະທົບຕໍ່ສຸຂະພາບຂອງແຕ່ລະຄົນຫຼາຍໜ້ອຍຕ່າງກັນ. ກຸ່ມທີ່ມີຄວາມສ່ຽງ ສູງໄດ້ແກ່ເດັກນ້ອຍ, ຜູ້ສູງອາຍຸ, ແມ່ຍິງຖືພາ, ເດັກທີ່ຢູ່ໃນທ້ອງ ແລະ ຜູ້ທີ່ມີພະຍາດປະຈຳຕົວອື່ນໆເຊັ່ນ: ພະ ຍາດປອດຊໍາເຮື້ອ (COPD), ພູມແພ້ທາງເດີນຫາຍໃຈ, ຄວາມດັນເລືອດສູງ, ພະຍາດເບົາຫວານ ແລະ ພະ ຍາດຕຸ້ຍ. ຜູ້ທີ່ອາໄສ ຫຼື ເຮັດວຽກຢູ່ໃນເຂດທີ່ມີມົນລະພິດຢູ່ລະດັບຄວາມເຂັ້ມຂຸ້ນສູງຕໍ່ເນື່ອງ ອາດໄດ້ຮັບຜົນ ກະທົບຕໍ່ສຸຂະພາບຮ້າຍແຮງ. ໃນໄລຍະສັ້ນ, ການໄດ້ຮັບມົນລະພິດທາງອາກາດ ສາມາດເຮັດໃຫ້ມີອາການເຄືອງ ຄາຍຕາ, ດັງ, ຄໍ ແລະ ປອດ, ໄອ, ຈາມ, ນ້ຳມູກໄຫຼ, ຫາຍໃຈຍາກ ແລະ ເຮັດໃຫ້ອາການຂອງພະຍາດປະ ຈຳຕົວຮ້າຍແຮງຂຶ້ນ ເປັນຕົ້ນພະຍາດຫອບຫືດ. ໃນໄລຍະຍາວ, ການສຳຜັດກັບຝຸ່ນລະອອງຂະໜາດນ້ອຍ ໂດຍສະເພາະຝຸ່ນ PM 2.5 ສາມາດເພີ່ມຄວາມສ່ຽງຕໍ່ກັບພະຍາດເສັ້ນເລືອດສະໝອງຕີບ ຫຼື ແຕກ, ພະຍາດຫົວໃຈ, ມະເຮັງປອດ, ພະຍາດທາງເດີນຫາຍໃຈຊໍາເຮື້ອ ແລະ ກະທັນຫັນ ຊຶ່ງຜົນກະທົບຈາກການສຳຜັດມົນລະພິດນີ້ຈະສະສົມໄປຕະຫຼອດຊີວິດ.

 ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວິດີໂອກ່ຽວກັບມົນລະພິດທາງອາກາດ, ຮັບຟັງການໃຫ້ ຄວາມຮູ້ໃນຫົວຂໍ້ສໍາຄັນຄື: ແຫຼ່ງທີ່ມາຂອງມົນລະພິດ ແລະ ການຕິດຕາມຄຸນນະພາບອາກາດ; ຜົນປະທົບ ຕໍ່ສຸຂະພາບຂອງມົນລະພິດທາງອາກາດ ແລະ ມາດຕະການປ້ອງກັນສຸຂະພາບ. ໃນນີ້, ຜູ້ເຂົ້າຮ່ວມຍັງໄດ້ ມີການສົນທະນາຖາມ-ຕອບກ່ຽວກັບບັນຫາດັ່ງກ່າວຕື່ມອີກ.  

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ເພີ່ມເຕີມ