ຫາລືວຽກງານຫັນໂຮງໝໍເປັນເຈົ້າຕົນເອງ

ຫາລືວຽກງານຫັນໂຮງໝໍເປັນເຈົ້າຕົນເອງ

ຫາລືວຽກງານຫັນໂຮງໝໍເປັນເຈົ້າຕົນເອງ
ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມລະດັບຜູ້ບໍລິຫານຂອງໂຮງໝໍສູນກາງ ແລະ ແຂວງວຽກງານຫັນໂຮງໝໍເປັນເຈົ້າຕົນເອງໃນວັນທີ 13 ກຸມພາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລວຽກງານຫນໂຮງໝເປນເຈາຕນເອງ - image 1
 

 

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບການຫັນໂຮງໝໍຂັ້ນສູນກາງ ແລະ ໂຮງໝໍແຂວງເປັນເຈົ້າຕົນເອງ ພ້ອມທັງຮັບຟັງຜົນສຳເລັດ ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຫັນ 3 ໂຮງໝໍສູນກາງຄື: ໂຮງໝໍມະໂຫສົດ, ເສດຖາທິລາດ ແລະ ໂຮງໝໍມິດຕະພາບ ທີ່ທົດລອງປະຕິບັດມາແລ້ວ ເປັນຕົ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການມີຄຳເຫັນຂອງທ່ານລັດຖະມົນຕີ. ຈາກນັ້ນ, ຮັບຟັງການນໍາສະເໜີກ່ຽວກັບຄວາມໝາຍ-ຄວາມຄາດຫວັງຂອງກະຊວງສາທາລະນະສຸກໃນການຫັນໂຮງໝໍເປັນເຈົ້າຕົນເອງ ດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ລາຍງານສະພາບການຈັດຕັ້ງປະຕິບັດການເຮັດທົດລອງຫັນໂຮງໝໍເປັນເຈົ້າຕົນເອງຂອງໂຮງໝໍມະໂຫສົດ, ເສດຖາທິລາດ ແລະ ໂຮງໝໍມິດຕະພາບ, ຂັ້ນຕອນການສ້າງຄວາມກົມກຽວໃນການເຮັດທົດລອງ, ຂັ້ນຕອນໃນເບື້ອງຕົ້ນ ແລະ ການເລັ່ງວຽກງານຫັນໂຮງໝໍເປັນເຈົ້າຕົນເອງ, ນໍາສະເໜີນິຕິກຳ ແລະ ກົດລະບຽບດ້ານການເງິນທີ່ກ່ຽວຂ້ອງກັບການຫັນຫົວໜ່ວຍວິຊາການມາເປັນເຈົ້າຕົນເອງ, ການປ່ຽນຖ່າຍດ້ານຊັບພະຍາກອນມະນຸດ, ຈັດຕັ້ງພະນັກງານທີ່ກ່ຽວຂ້ອງກັບການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງຂອງໂຮງໝໍ ແລະ ອື່ນໆ.

ປັດຈຸບັນ, ກະຊວງສາທາລະນະສຸກກຳລັງກະກຽມຫັນ 2 ໂຮງໝໍສູນກາງ ແລະ 10 ໂຮງໝໍແຂວງເປັນເຈົ້າຕົນເອງ. ດັ່ງນັ້ນ, ການຈັດກອງປະຊຸມຄັ້ງນີ້, ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການທີ່ຈັດຕັ້ງປະຕິບັດໃນຜ່ານມາຂອງກົມກ່ຽວຂ້ອງກໍຄື 3 ໂຮງໝໍສູນກາງ ເພື່ອໃຫ້ເຫັນດ້ານດີ, ດ້ານສະດວກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພ້ອມກັນປັບປຸງແກ້ໄຂ ແລະ ເປັນບົດຮຽນນຳໄປຈັດຕັ້ງປະຕິບັດໃຫ້ບັນດາໂຮງໝໍທີ່ກຳລັງກະກຽມຫັນໄປເປັນເຈົ້າຕົນເອງໃນອະນາຄົດມີຜົນສຳເລັດເປັນກ້າວໆ. ຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ທ່ານ ນາງ ວັນເພັງ ພັນທະນາໄລ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ພຶດສະພານີ້ວ່າ: ກ່ຽວກັບວຽກງານການຢອດຢາວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ.
ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ຈັດຂະບວນການກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າກວດສຸຂະພາບທັງໝົດ 235 ທ່ານ ຍິງ 116 ທ່ານ.
ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ຶອສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 163 ປີ (8/5/1863-8/5/ 20226), ພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈ ເພື່ອມະນຸດສະທຳ” ຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ສູນ ການຄ້າລາວ-ໄອເຕັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງ ການ ກາແດງແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນ, ນັກສຶກສາເຂົ້າຮ່ວມ.
ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ທ່ານ ສົມດີ ວົງຈິນດາ ຮອງນາຍບ້ານແກ້ງຕາງານ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ພຶດສະພານີ້ ທີ່ບ້ານດັ່ງກ່າວວ່າ: ບ້ານແກ້ງຕາງານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນໃນການໂຄສະນາປະຊາສຳພັນ ແນະນຳໃຫ້ປະຊາຊົນເຂົ້າໃຈກ່ຽວກັບການນໍາພາລູກ-ຫຼານມາຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອ ກໍຄືການປ້ອງກັນບໍ່ໃຫ້ເດັກເປັນພະຍາດເປ້ຍລ່ອຍ ເພື່ອໃຫ້ປະຊາຊົນພາຍໃນບ້ານໄດ້ມີຄວາມເຂົ້າໃຈເປັນຢ່າງດີ.
ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ ໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳ ເພື່ອສົ່ງເສີມທາງເລືອກດ້ານສຸຂະພາບໃນທາງບວກ ລະຫວ່າງ ພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ເພື່ອເພີ່ມອັດຕາຂອງແມ່ ແລະ ເດັກ ຜູ້ທີ່ໄດ້ຮັບບໍລິການເບິ່ງແຍງສຸຂະພາບຢ່າງຕໍ່ເນື່ອງ ເລີ່ມແຕ່ການຝາກທ້ອງຈົນເຖິງໄດ້ຮັບການສັກຢາກັນພະຍາດຮອດປົກກະຕິ. ສໍາລັບກິດຈະກຳດັ່ງກ່າວນີ້, ຈະຊ່ວຍສ້າງຄວາມສາມາດໃຫ້ບຸກຂະລາກອນຄູ່ຮ່ວມງານທາງດ້ານແນວຄວາມຄິດຈາກພຶດຕິກຳ, ສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບແມ່ ແລະ ເດັກ ຜ່ານການນໍາໃຊ້ແນວຄວາມຄິດຈາກພຶດຕິກຳໂດຍທີມງານແພດເຄື່ອນທີ່, ສົ່ງເສີມລະບົບຊຸມຊົນໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳຜ່ານການມີສ່ວນຮ່ວມຂອງທ້ອງຖິ່ນ, ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີເປີດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຜູ້ດ້ອຍໂອກາດ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ ນີ້ ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ⁠ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ, ທ່ານ ກີຣະຕິ ຈະເຣີນຊົນວານິດ ປະທານໂຄງການກ້າວຕາມຮອຍພະບໍຣົມມະສາສະດາ, ⁠ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບພ້ອມດ້ວຍພະນັກງານແພດໝໍຈາກໂຮງໝໍມິດຕະພາບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄອບຄົວ ໄຊສຸລິວົງ ຈະສືບຕໍ່ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ຄອບຄົວ ໄຊສຸລິວົງ ຈະສືບຕໍ່ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ທ່ານ ນາງ ຂັນທອງ ໄຊສຸລິວົງ ຕາງໜ້າຄອບຄົວໄຊສຸລິວົງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ການຊ່ວຍເຫຼືອສັງຄົມເປັນຄວາມພາກພູມໃຈ, ນໍ້າໃຈມະນຸດສະທໍາ ຊຶ່ງກັນ ແລະ ກັນ ທີ່ສັງຄົມຕ້ອງມີ. ໃນຕະຫຼອດໄລຍະຜ່ານມາ ຄອບຄົວໄຊສຸລິວົງ ກໍໄດ້ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະຊ່ວຍເຫຼືອໄພນໍ້າຖ້ວມ, ອັກຄີໄພ, ຊ່ວຍເຫຼືອຜູ້ທຸກຍາກ ທີ່ປະຊາຊົນຮຽກຮ້ອງຕ້ອງການ ແລະ ອື່ນໆ ໂດຍໄດ້ຊ່ວຍເຫຼືອຢ່າງເຕັມທີ່ ແລະ ຊ່ວຍເຫຼືອມາເລື້ອຍໆຈົນມາຮອດປັດຈຸບັນ. ເມື່ອບໍ່ດົນມານີ້, ທາງຄອບຄົວ ໄຊສຸລິວົງ ກໍຍັງໄດ້ນໍາເອົາເຄື່ອງຈັກຟອກໄຂ່ຫຼັງ ຈໍານວນ 3 ເຄື່ອງລຸ້ນ Full Option ຊຶ່ງມີມູນຄ່າ 71,100 ໂດລາ ໄປມອບໃຫ້ໂຮງໝໍມິດຕະພາບ (150 ຕຽງ) ຊຶ່ງເປັນເທື່ອທໍາອິດທີ່ຄອບຄົວໄຊສຸລິວົງ ໄດ້ນໍາເອົາເຄື່ອງມາມອບໃຫ້ໂຮງໝໍມິດຕະພາບໃນຄັ້ງນີ້.
ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ຫ້ອງການສາທາລະນະສຸກ ເມືອງພຽງ ແຂວງໄຊຍະບູລີ ໄດ້​ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026 ຂຶ້ນໃນວັນທີ 30 ເມສາຜ່ານມາ ຢູ່ທີ່ຫ້ອງປະຊຸມບ້ານ ເມືອງພຽງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ມີອົງການປົກຄອງບ້ານອ້ອມຂ້າງເຂດເມືອງພຽງ, ພະນັກງານແພດໝໍ, ພ້ອມດ້ວບປະຊາຊົນພາຍໃນບ້ານເມືອງພຽງ​ເຂົ້າ​ຮ່ວມ​.
ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ປັດຈຸບັນອາກາດຮ້ອນອົບເອົ້າ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ບາງມື້ອຸນຫະພູມເພີ່ມສູງຂຶ້ນເກືອບ 40 ອົງສາ. ອາກາດຮ້ອນເອົ້າ ສາມາດສົ່ງກະທົບຕໍ່ສຸຂະພາບຂອງຄົນເຮົາ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ເປັນຕົ້ນຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວ. ສະນັ້ນ, ທຸກຄົນຕ້ອງຮູ້ວິທີປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
ເພີ່ມເຕີມ