ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ
ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດ ການຫັນໂຮງໝໍເປັນເຈົ້າຕົນເອງທາງດ້ານງົບປະມານເທື່ອລະກ້າວ ຕໍ່ສື່ມວນຊົນໃນວັນທີ 12 ມີນານີ້ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນໜຶ່ງໂຮງໝໍລັດ ທີ່ໄດ້ຈັດຕັ້ງປະຕິບັດການຫັນໂຮງໝໍເປັນເຈົ້າຕົນເອງ ແມ່ນແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງວາງອອກ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກໍລະກົດປີ 2022 ເປັນຕົ້ນມາ ໂດຍໄດ້ຮັບການມອບສິດການຈັດຕັ້ງ, ການບໍລິຫານ ແລະ ການບໍລິການ ອື່ນໆ ຂອງບັນດາໂຮງໝໍທີ່ໄດ້ຮັບອະນຸຍາດ. ຈາກນັ້ນ, ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບການຫັນຫົວໜ່ວຍໂຮງໝໍເປັນເຈົ້າຕົນເອງ ແລະ ໄດ້ມີການສຶກສາອັນໃດແດ່ ເປັນສິ່ງທີ່ມີພາຍໃນໂຮງໝໍ ແລະ ອັນໃດສາມາດເຮັດໄດ້ໄວ ເພື່ອຍົກສູງຄຸນນະພາບການບໍລິການ ແລະ ຄວາມຍືນຍົງຮັບໃຊ້ສັງຄົມ. ມາຮອດປັດຈຸ ບັນ ເຫັນວ່າການພັດທະນາຄຸນນະພາບຂອງໂຮງໝໍມິດຕະພາບມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ.
ຫນໂຮງໝມດຕະພາບເປນເຈາຕນເອງ ຍກສງຄນນະພາບການບລການ-ຄວາມຍນຍງຮບໃຊສງຄມ - image 1
 

 

 

ທ່ານ ສອນໄຊ ລາດຊະວົງ ຍັງໃຫ້ຮູ້ຄວາມຈຳເປັນຂອງການຫັນໂຮງໝໍມິດຕະພາບ ໄປສູ່ການກຸ້ມຕົນເອງ ຕາມທິດທາງຂອງລັດຖະບານ ໂດຍມີຈຸດປະສົງເພື່ອຍົກສູງຄຸນນະພາບການບໍລິການໃຫ້ຄົນເຈັບ ກໍຄືຜູ້ມາຮັບການບໍລິການປົກກະຕິ ແລະ ທົ່ວໄປ; ເພື່ອໃຫ້ການນຳໃຊ້ຊັບພະຍາກອນທີ່ມີໃຫ້ເກີດປະສິດທິພາບ, ປະສິດທິຜົນຫຼາຍຂຶ້ນ ແລະ ມີຄວາມຍືນຍົງ; ເພື່ອສ້າງລາຍຮັບຈາກຄົນເຈັບວີໄອພີ/ສ້າງຄວາມເຊື່ອໝັ້ນ-ຄວາມໝັ້ນໃຈ ທີ່ຈະເປັນການດຶງດູດຄົນເຈັບຜູ້ທີ່ມີຄວາມສາມາດ ແລະ ເງື່ອນໄຂໄປໂຮງໝໍເອກະຊົນ/ ຄລີນິກເອກະຊົນໃນລາວ ຫຼື ຕ່າງປະເທດ ໃຫ້ກັບເຂົ້າມາໃຊ້ບໍລິການ ທີ່ໂຮງໝໍລັດ; ເພີ່ມການບໍລິການບົ່ມຊ້ອນການບໍລິການທີ່ເປັນທາງເລືອກ ທີ່ຈະເປັນການສ້າງລາຍຮັບຈາກຜູ້ທີ່ມີຄວາມສາມາດ ມີເງື່ອນໄຂຈ່າຍໄດ້ ຈະເຮັດໃຫ້ໂຮງໝໍມີລາຍຮັບເພີ່ມຂຶ້ນ ເພື່ອມາພັດທະນາໂຮງໝໍ ແລະ ຊຸກຍູ້-ຈູງໃຈພະນັກງານໃນໂຮງໝໍ ໃຫ້ມີລາຍຮັບເພີ່ມ ແລະ ມີຊີວິການເປັນຢູ່ດີຂຶ້ນ; ເພື່ອຫຼຸດຜ່ອນການສະໜອງງົບປະມານພາກປົກກະຕິຈາກລັດ ຖະບານ; ການຫັນໂຮງໝໍເປັນເຈົ້າຕົນເອງໄປສູ່ການກຸ້ມຕົນເອງ ຕາມທິດທາງຂອງລັດຖະບານ ໂດຍອີງໃສ່ແນວທາງຂອງພັກທີ່ມີຫຼາຍບັນດານິຕິກຳອັນທີ່ສຳຄັນຫຼາຍ ແມ່ນພັກໄດ້ອອກມະຕິເລກທີ 04/ກມສພ. ນະຄອນຫຼວງວຽງຈັນ, ວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ພ້ອມດຽວກັນນັ້ນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ໄດ້ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຢ່າງລະອຽດ ໄດ້ມີທິດຊີ້ນໍາ ເຮັດແນວໃດ ເພື່ອໃຫ້ມີການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ນອກຈາກນີ້, ກໍມີບັນດານິຕິກຳຂອງລັດ ຫຼາຍສະບັບທີ່ເປັນບ່ອນອີງໃຫ້ຫົວໜ່ວຍບໍລິຫານລັດ ທີ່ມີລາຍຮັບວິຊາການໃຫ້ສາມາດເຮັດການບໍລິການ, ບໍລິຫານ ແລະ ຄຸ້ມຄອງ ຈັດສັນງົບປະມານຈາກລາຍຮັບວິຊາການຕາມລະບຽບ ແລະ ວິໃນການເງິນຢ່າງເຂັ້ມງວດ ດ້ວຍຄວາມຮັບຜິດຊອບສູງ. ໂຮງໝໍມິດຕະພາບກຳລັງສຶກສາຄົ້ນຄວ້າຮຽນຮູ້ວິທີການເປັນເຈົ້າຕົນເອງ ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ພັດທະ ນາເສດຖະກິດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກຳນົດອອກໃນມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ. ພ້ອມນັ້ນ, ການຫັນປ່ຽນນີ້ຈະສົ່ງຜົນດີຕໍ່ຄຸນນະພາບການປິ່ນປົວ ແລະ ການບໍລິການຄົນເຈັບໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນພະນັກງານໃນໂຮງໝໍທັງໝົດຕ້ອງເອົາຄົນເຈັບເປັນໃຈກາງ; ມີຄູ່ມືຕິດຕາມກວດກາ ແລະ ປະຕິບັດໜ້າທີ່ ໃນການດູແລ-ເບິ່ງແຍງ, ບໍລິ ການປິ່ນປົວຄົນເຈັບຂອງພວກເຮົາ; ໄດ້ປັບປຸງເຊັ່ນ: ເພີ່ມການບໍລິການທາງການແພດ, ການບໍລິການທີ່ເປັນທາງເລືອກໃນພະແນກສຸກເສີນ, ກວດເຂດນອກ ແລະ ບາງພະແນກຕຶກນອນ; ໄດ້ເພີ່ມການບໍລິການນອກໂມງໃນບັນດາພະແນກທີ່ຈຳເປັນ ແລະ ມີເງື່ອນໄຂສາມາດເຮັດໄດ້ຈຳນວນໜຶ່ງ ທີ່ເຫັນວ່າເປັນທ່າແຮງໃນການສ້າງລາຍຮັບເຊັ່ນ: ການບໍລິການກວດເຂດນອກ, ກວດສຸກເສີນພິເສດ, ການຜ່າຕັດນອກໂມງ, ໃນທ້າຍອາທິດ ແລະ ອື່ນໆ; ຊຸກຍູ້ພະນັກງານເອົາໃຈໃສ່ຢ່າງແຂງແຮງ ແລະ ເຂັ້ມງວດ ໃນການປະຕິບັດໜ້າທີ່ຕາມນະໂຍບາຍ 5 ດີ 1 ພໍໃຈ (5W1S) ແລະ ອື່ນໆ.

ທ່ານ ສອນໄຊ ລາດຊະວົງ ກ່າວຕື່ມວ່າ: ໃນ 5 ປີຕໍ່ໜ້າ ການຫັນໂຮງໝໍກຸ້ມຕົນເອງຈະສ້າງໃຫ້ສັງຄົມເຊື່ອໝັ້ນຕໍ່ທຸກຮູບແບບການບໍລິການຂອງໂຮງໝໍ ໃນຂະບວນການກວດ, ການບົ່ງມະຕິ ແລະ ປິ່ນປົວພະຍາດທີ່ດີເລີດ; ເພີ່ມສິດ, ບົດບາດອຳນາດ, ຄວາມມີອິດສະຫຼະໃນການຕັດສິນໃຈ ແລະ ດຳເນີນການຈັດ ຕັ້ງປະຕິບັດການເຄື່ອນໄຫວໂຮງໝໍພາຍໃຕ້ລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ໂດຍຄະນະຜູ້ບໍລິຫານໂຮງໝໍເອງຢ່າງເຕັມຮູບແບບ ແລະ ເປັນເອກະລາດຢ່າງເຕັມສ່ວນ ຄືກັບໂຮງໝໍລັດບາງແຫ່ງຢູ່ປະເທດໃກ້ຄຽງ ແລະ ປະເທດອື່ນໆ. ພ້ອມນັ້ນ, ການຫັນເປັນໂຮງໝໍກຸ້ມຕົນເອງ ບໍ່ແມ່ນການຫັນເປັນທຸລະກິດເອກະຊົນ 100% ແຕ່ແມ່ນການບໍລິຫານຄືວິສາຫະກິດ ເປົ້າໝາຍເພື່ອໃຫ້ໂຮງໝໍລັດມີຄວາມຍືນຍົງ ບໍ່ຕັ້ງເກນຫາກໍາໄລໃນໂຮງໝໍລັດເປັນຫຼັກ ແລະ ຍັງປະຕິບັດພາລະບົດບາດທຸກຢ່າງຂອງໂຮງໝໍລັດ ລວມທັງການເຄື່ອນໄຫວດໍາເນີນງານ ທຸກຢ່າງລັດຍັງມີບົດບາດໃນການກຳກັບຕິດຕາມ, ກວດກາ ເພື່ອໃຫ້ຄ່າບໍລິການເໝາະສົມ ແລະ ສົມເຫດສົມຜົນ. ສຳລັບຄົນເຈັບທົ່ວໄປ ລວມທັງປະຊາຊົນຜູ້ມີລາຍຮັບຕ່ຳ ກໍສາມາດເຂົ້າເຖິງການບໍລິການໄດ້. ສິ່ງສໍາຄັນ ຕະຫຼອດໄລຍະຜ່ານມາ, ໂຮງໝໍມິດຕະພາບ ຍັງໄດ້ໃຫ້ການຊ່ວຍເຫຼືອສັງຄົມ ເປັນຕົ້ນໃຫ້ການບໍລິການດູແລ ປິ່ນປົວຄົນທຸກຍາກ, ອານາຖາ ລວມທັງຜູ້ທີ່ບໍ່ມີຍາດພີ່ນ້ອງປະມານ 450 ລ້ານ ຫາ 500 ລ້ານກີບ/ປີ.

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ຫຼື ປະຊາຊົນມັກເອີ້ນກັນວ່າ (ໄຂ້ເລືອດອອກ) ມັກເກີດຂຶ້ນໃນແຕ່ລະປີ ແລະ ເຫັນວ່າມີຈຳນວນການເຈັບເປັນຂ້ອນຂ້າງສູງພໍສົມຄວນ ຊຶ່ງມັກເກີດຂຶ້ນໃນໄລຍະລະດູຝົນເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ແຕ່ມາ ໃນປັດຈຸບັນນີ້ ແມ່ນເຫັນວ່າສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການ ຈຶ່ງເປັນສາເຫດໜຶ່ງທີ່ເຮັດ ໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.
ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ)ຂຶ້ນໃນລະຫວ່າງວັນທີ 6-8 ສິງຫານີ້ທີ່ທ່າລາດເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ນາງອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ, ມີຫົວໜ້າກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ຫົວໜ້າກົມກົດໝາຍສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກົມກົດໝາຍ ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ຈຳປາສັກ, ຄໍາມ່ວນ, ວຽງຈັນ, ອັດຕະປື, ເຊກອງ, ບໍລິຄໍາໄຊແລະ ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ແຂວງສາລະວັນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ