ໂຮງໝໍແຂວງຫຼວງພະບາງເອົາໃຈໃສຕໍ່ວຽກງານບໍລິການຂອງແມ່ ແລະ ເດັກ

ໂຮງໝໍແຂວງຫຼວງພະບາງເອົາໃຈໃສຕໍ່ວຽກງານບໍລິການຂອງແມ່ ແລະ ເດັກ
ໂດຍ: ບຸນຕອມ
  ການໃຫ້ບໍລິການກວດສຸຂະພາບຂອງແມ່ ແລະ ເດັກ ແມ່ນວຽກງານໜຶ່ງ ທີ່ພະນັກງານແພດໝໍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ຖືສໍາຄັນ ແລະ ໃຫ້ຄວາມເບິ່ງແຍງຢ່າງໃກ້ຊິດຊຶ່ງມັນແມ່ນການສົ່ງເສີມໂພຊະນາການທີ່ດີໃຫ້ເເກ່ເດັກນ້ອຍ ເເລະ ແມ່ຍິງທຸກຄົນໃນທົ່ວແຂວງ ກໍຄື ສປປ ລາວ. ພາຍຫຼັງທີ່ໄດ້ຮັບການສະໜັບຈາກອົງການອຸຍນີເຊັບ ໃຫ້ແກ່ສື່ມວນຊົນ ເພື່ອລົງຕິດຕາມສະພາບການປິ່ນປົວສຸຂະພາບຂອງປະຊາຊົນຢູ່ໂຮງໝໍແຂວງຫຼວງພະບາງ, ໂດຍສະເພາະວຽກງານສົ່ງເສີມການໂພຊະນາການຂອງແມ່ ແລະ ເດັກ.
ທ່ານ  ທອງພຸດ ສຸກຂະເສີມ ຜູ້ອໍານວຍການໂຮງໝໍແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໜັງສືພິມປະຊາຊົນ ໃນວັນທີ 27 ກັນຍາ ນີ້ກ່ຽວກັບວຽກງານການໃຫ້ບໍລິການເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກ ຢູ່ພາຍໃນໂຮງໝໍແຂວງວ່າ: ການຂາດໂພຊະນາການ ຫຼື ການຂາດສານອາຫານ ໄດ້ເປັນໄພຂົ່ມຂູ່ສຸຂະພາບຂອງແມ່ ແລະ ເດັກ ໃນທົ່ວໂລກ ກໍຄື ສປປ ລາວ ເຮົາ ແລະ ເປັນສິ່ງທີ່ທ້າທາຍຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG. ສໍາລັບຢູ່ໂຮງໝໍແຂວງຫຼວງພະບາງ ກໍໄດ້ມີການຮ່ວມມືຢ່າງໃກ້ຊິດກັບຂະແໜງແມ່ ແລະ ເດັກ ພະແນກສາທາລະນະສຸກແຂວງ, ໂຮງໝໍເພື່ອລາວສໍາລັບເດັກ, ໂຮງຮຽນປະຖົມ, ມັດທະຍົມ ແລະ ພາກສ່ວນອື່ນໆ ໃນການປະຕິບັດບັນດາກິດຈະກໍາ ທີ່ກໍານົດໄວ້ໃນແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການແຕ່ປີ 2021-2025. ຕາງໜ້າພະນັກງານແພດໝໍທົ່ວແຂວງຫຼວງພະບາງ ສະແດງຄວາມຂອບໃຈຕໍ່ອົງການອຸຍນີເຊັບ,ສະຫະພາບເອີຣົບ, ອົງການອາຫານ ແລະ ການກະເສດ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ ແກ່ ສປປລ ລາວ ເພື່ອຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດທີ່ວາງໄວ້.

ຄໍາເຫັນ

ຂ່າວສາທະລະນະສຸກ

ລົງນາມໂຄງການ ການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດດ້ວຍກົນໄກໃໝ່

ລົງນາມໂຄງການ ການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດດ້ວຍກົນໄກໃໝ່

ພິທີເຊັນບົດບັນທຶກຄວາມເຂົ້າໃຈ “ໂຄງການ ການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ດ້ວຍກົນໄກໃໝ່” ລະຫວ່າງກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມໃນຄັ້ງນີ້ໂດຍທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາ ລະນະສຸກ ແລະ ທ່ານ ສຸພົນ ໄຊຍະວົງ ຜູ້ອຳນວຍການສະມາຄົມສົ່ງເສີມສຸຂະພາບຄອບຄົວ,
ລະວັງ! ເຫັດບາງຊະນິດອາດເປັນເຫັດເບື່ອ ຫ້າມນໍາມາບໍລິໂພກເດັດຂາດ

ລະວັງ! ເຫັດບາງຊະນິດອາດເປັນເຫັດເບື່ອ ຫ້າມນໍາມາບໍລິໂພກເດັດຂາດ

ເຫັດເບື່ອ ຫຼື ເຫັດເປັນພິດ ບາງຊະນິດຖ້າຫາກນຳມາປຸງແຕ່ງເປັນອາຫານ ພາຍຫຼັງກິນແລ້ວອາການສະແດງອອກຄື: ກໍລະນີເຫັດເບື່ອຮ້າຍແຮງບາງຊະນິດຫຼັງຈາກກິນແລ້ວປະມານ 6-24 ຊົ່ວໂມງຈະມີອາການຖອກທ້ອງ, ທ້ອງບິດ, ເຈັບທ້ອງຮຸນແຮງ ແລະ ປຸ້ນທ້ອງປວດຮາກ, ຫຼັງຈາກ 24 ຊົ່ວໂມງຈະມີອາການຕັບ ແລະ ໄຂ່ຫຼັງບໍ່ທໍາງານ ແລະ ເຖິງຂັ້ນເສຍຊີວິດພາຍໃນ 2-6 ວັນ.
ເມືອງໂພນໄຊ ເປີດຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

ເມືອງໂພນໄຊ ເປີດຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

ວັນທີ 12 ພຶດສະພາຜ່ານມາ ຢູ່ສະໂມສອນໃຫຍ່ຂອງເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດພິທີເປີດຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍປະຈໍາປີ 2025 ໂດຍເປັນປະທານຂອງ ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງໂພນໄຊ.
ໂຮງໝໍສູນກາງ 103 ກອງທັບ ສຳເລັດຊຸດອົບຮົມວຽກງານພະຍາບານ

ໂຮງໝໍສູນກາງ 103 ກອງທັບ ສຳເລັດຊຸດອົບຮົມວຽກງານພະຍາບານ

ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມກັບຄະນະຊ່ຽວຊານການແພດໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສຳເລັດຊຸດອົບຮົມວຽກງານພະຍາບານຊຸດທີ 12 ພາຍໃຕ້ຫົວຂໍ້: ການກະກຽມຄົນເຈັບກ່ອນຜ່າຕັດ ແລະ ການດູແລຄົນເຈັບຫຼັງຜ່າຕັດປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ ໂດຍມີສະຫາຍ ພັນເອກ ຄໍາໄມ ບົວໃບອ່ອນ ຫົວໜ້າຫ້ອງບໍລິຫານ ແລະ ສັງລວມການແພດ, ສະຫາຍ ພັນເອກ ອ່ານເຈຍເຈີ ຫົວໜ້າຄະນະຊ່ຽວຊານ ສປ ຈີນ ຊຸດທີ 12 ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ສະເຫຼີມສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 162 ປີ

ສະເຫຼີມສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 162 ປີ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກໍາບໍລິຈາກເລືອດແບບເປີດກວ້າງ ຂຶ້ນຫວ່າງມໍ່ໆມານີ້ ທີ່ສູນການຄ້າລາວ - ໄອເຕັກມໍ, ພາຍໃຕ້ຫົວຂໍ້: “ສະໜັບສະໜູນວຽກງານມະນຸດສະທໍາ”ເພື່ອສະເຫຼີມສະຫຼອງວັນກາແດງສາກົນ ແລະ ຊີກວົງເດືອນສາກົນ ຄົບຮອບ 162 ປີ.
ກອງປະຊຸມສະມາຊິກພັກ ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງວຽງຈັນ.

ກອງປະຊຸມສະມາຊິກພັກ ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງວຽງຈັນ.

ກອງປະຊຸມສະມາຊິກພັກຄະນະພັກຮາກຖານພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຈັດຂຶ້ນ ໃນວັນທີ 7 ພຶດສະພານີ້ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ.
ເປີດນໍາໃຊ້ຕຶກສຸກເສີນ ແລະ ມໍລະສຸມໂຮງໝໍແຂວງສະຫວັນະເຂດ

ເປີດນໍາໃຊ້ຕຶກສຸກເສີນ ແລະ ມໍລະສຸມໂຮງໝໍແຂວງສະຫວັນະເຂດ

ພິທີມອບ-ຮັບ ແລະ ເປີດນໍາໃຊ້ຕຶກສຸກເສີນ, ຫ້ອງມໍລະສຸມຂອງໂຮງໝໍແຂວງສະຫວັນະເຂດ, ພາຍຫຼັງສຳເລັດການປັບປຸງ-ຕໍ່ເຕີມ ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້, ໂດຍງົບປະມານທີ່ສະໜັບສະໜູນ, ປະກອບສ່ວນຈາກການລະດົມທຶນໃນລາຍການແຂ່ງຂັນແຂ່ງຂັນກິລາກ໊ອຟ ເພື່ອການກຸສົນຈາກທ່ານເຈົ້າແຂວງສະຫັວນນະເຂດ, ນັກທຸລະກິດ, ບໍລິສັດ, ຫ້າງ-ຮ້ານຕ່າງໆ ລວມຄ່າທັງໝົດ 6.26 ຕື້ກວ່າກີບ.
ກດ​ລສະຫຼຸບການຈັດຕັ້ງປະຕິບັດວຽກ​ງານກາ​ແດງທົ່ວປະເທດປະ​ຈຳ​ປີ 2024

ກດ​ລສະຫຼຸບການຈັດຕັ້ງປະຕິບັດວຽກ​ງານກາ​ແດງທົ່ວປະເທດປະ​ຈຳ​ປີ 2024

ອົງການກາແດງແຫ່ງຊາດລາວ (ກດ​ລ)ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກ​ງານກາ​ແດງທົ່ວປະເທດປະ​ຈຳ​ປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂຶ້ນໃນວັນທີ 22 ເມສາ ນີ້ ທີ່ສູນ ICTC ໂດຍການເປັນປະທານຂອງທ່ານ ຄໍາລາວັນ ຈັນທະລາວັນ
ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຮ່ວມກັບອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຜູ້ທີ່ສໍາເລັດຊຸດອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15ຂຶ້ນຢ່າງເປັນທາງການໃນວັນທີ 10 ເມສານີ້
ການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

ການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

ກອງປະຊຸມລາຍງານຜົນຂອງການປະເມີນຮ່ວມພາຍນອກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ (JEE) ຄັ້ງທີ II ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ
ເພີ່ມເຕີມ