ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່
ໂຮງໝໍແຂວງວຽງຈນ ໄດ້ຈັດກອງປະຊຸມພິທີສະເຫຼີມສະຫຼອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຂຶ້ນໃນວັນທີ 3 ມີນານີ້ ຢູ່ທີ່ໂຮງໝໍດັ່ງກ່າວ.
ໂຮງໝແຂວງວຽງຈນ ເປນໂຮງໝຕວແບບການລຽງລກດວຍນມແມ - image 1
 

ທ່ານ ບຸນຊູ ແກ້ວມະຫາວົງ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ກ່າວບາງຕອນວ່າ: ພັກ ແລະ ລັດຖະບານ ຄືກະຊວງສາທາລະນະສຸກ ໄດ້ໃຫ້ຄວາມສຳຄັນກ່ຽວກັບສຸຂະພາບຂອງປະຊົນລາວເຮົາ, ເອົາໃຈໃສ່ເບິ່ງແຍງສຸຂະພາບ ໂດຍຖືເອົາການສົ່ງເສີມສຸຂະພາບ ແລະ ປິ່ນປົວເປັນສຳຄັນ, ນ້ຳນົມແມ່ ແມ່ນສານອາຫານທີ່ຈຳເປັນທີ່ສຸດສຳລັບເດັກອ່ອນ ແລະ ເດັກນ້ອຍ ເພື່ອສ້າງພູມຕ້ານທານຕໍ່ກັບເຊື້ອພະຍາດ ຫຼຸດຜ່ອນອັດຕາການເຈັບເປັນ, ການຕາຍຂອງເດັກຫຼັງເກີດ, ພ້ອມທັງສາມາດຊ່ວຍຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍ. ການຈັດຕັ້ງປະຕິບັດການປະເມີນ ແລະ ຮັບຮອງໂຮງໝໍຕົວແບບການລ້ຽງລູກດ້ວຍນ້ຳນົມແມ່ ເປັນບາດກ້າວສຳຄັນໃນການສົ່ງເສີມ ແລະ ປັບປຸງຄຸນນະພາບຂອງການບໍລິການວຽກງານສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ ຢູ່ໃນສະຖານທີ່ບໍລິການສຸຂະພາບໃຫ້ມີການພັດທະນາໄປເທື່ອລະກ້າວ. ທ່ານກ່າວອີກວ່າ: ພິທີປະກາດໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ຄັ້ງນີ້ ຈະເປັນໂຮງໝໍຕົວແບບທີ່ສຳຄັນ ເພື່ອຈະເປັນການຜັນຂະຫຍາຍໃຫ້ໂຮງໝໍປະເພດ ກ ຂັ້ນເມືອງ ທີ່ມີຄວາມພ້ອມເປັນໂຮງໝໍຕົວແບບເຊັ່ນດຽວກັນກັບໂຮງໝໍແຂວງ.

ທ່ານ ນາງ ວັນເພັງ ພັນທະນາໄລ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ກ່າວວ່າ: ໃນໄລຍະຜ່ານມາ ພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ ແລະ ຊຸກຍູ້ໃຫ້ບັນດາສະຖານທີ່ບໍລິການສາທາລະນະສຸກ ຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງລູກດ້ວຍນົມແມ່ຢ່າງຕັ້ງໜ້າ. ໂດຍສະເພາະແມ່ນການຜັນຂະຫຍາຍ "10 ຂັ້ນຕອນ ສູ່ການລ້ຽງລູກດ້ວຍນົມແມ່ທີ່ສຳເລັດ". ການສ້າງຄວາມເຂັ້ມແຂງໃນການເປັນໂຮງໝໍສົ່ງເສີມລ້ຽງລູກດ້ວຍນົມແມ່ນັບແຕ່ຂັ້ນແຂວງລົງຮອດສຸກສາລາ ແລະ ການມີສ່ວນຮ່ວມຂອງພາກສ່ວນອົງການປົກຄອງທ້ອງຖິ່ນ ອົງການຈັດຕັ້ງມະຫາຊົນໃນການເຜີຍແຜ່ໃຫ້ຊຸມຊົນຮັບຮູ້ຕໍ່ກັບຄວາມສຳຄັນຂອງການໃຫ້ນົມແມ່ແກ່ເດັກແຕ່ແລກເກີດເຖິງ 6 ເດືອນ ແລະ ສືບຕໍ່ຮອດ 2ປີ, ນອກນັ້ນກໍ່ໄດ້ ມີເປົ້າໝາຍຂະຫຍາຍໂຮງໝໍສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນຂັ້ນໂຮງໝໍເມືອງ ໂດຍການຊຸກຍູ້ຕິດຕາມຈາກໂຮງໝໍແຂວງ ທີ່ມີປະສົບການໃນການຈັດຕັ້ງປະຕິບັດຜ່ານມາແລ້ວໂດຍມີແຜນຄາດຄະເນ ໃນປີ 2026 ໃຫ້ໄດ້ 1-2 ເມືອງ ທີ່ເປັນໂຮງໝໍສົ່ງເສີມການລ້ຽງລູກດ້ວຍນົມແມ່ ຂອງແຂວງວຽງຈັນ.

ທ່ານ ນາງ ຈັນຫອມ ຄອນສະຫວັນ ຄະນະອຳນວຍການໂຮງໝໍແຂວງວຽງຈັນ ກ່າວວ່າ: ປີ 2022 ໂຮງໝໍແຂວງວຽງຈັນ ຖືກຮັບຮອງເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ຄັ້ງທີ I ແລະ ປີ 2025 ຖືກຮັບຮອງເປັນ ຄັ້ງທີ II. ນັບແຕ່ປີ 2022 ຫາ ປັດຈຸບັນ, ຄະນະກຳມະການຮັບຜິດຊອບວຽກງານການສົ່ງເສີມການລ້ຽງລູກດ້ວຍນົມແມ່ໄດ້ເຄື່ອນໄຫວປົກກະຕິມີການປະເມີນຕາມຕົວຊີ້ວັດເພື່ອພັດທະນາຮັກສາໄວ້ ໃຫ້ໄດ້ຕົວແບບ ຄັ້ງທີ 2. ປັດຈຸບັນ, ຄະນະກຳມະການຮັບຜິດຊອບວຽກງານນົມແມ່ ມີທັງໝົດ 34 ທ່ານ. ຜົນການຈັດຕັ້ງປະຕິບັດໃນ ປີ 2025 ແມ່ຍິງທີ່ມາຝາກທ້ອງທັງໝົດ 3,524 ເທື່ອຄົນ ເກີດລູກທັງໝົດ 1,480 ຄົນ, ກວດເດັກດີທັງໝົດ 15,343 ຄົນ, ເດັກນອນຫ້ອງມໍລະສຸມເດັກເກີດໃໝ່ 275 ຄົນ, ຮັບນົມບໍລິຈາກ ຈຳນວນ 5 ແມ່ 50 ຖົງ, ຮັບນົມຈາກໂຮງໝໍເພື່ອນລາວ ຈຳນວນ 2 ຄັ້ງ 15 ກ່ອງ. ດ້ານການບໍລິການກັບຄົນເຈັບ ມີຜູ້ມານໍາໃຊ້ບໍລິການໃຫ້ຄໍາປຶກສາ ທັງໝົດ 47 ຄົນ, ໄດ້ໃຫ້ຄໍາປຶກສາກັບທີ່ ແລະ ຊ່ວຍແມ່ດ້ວຍວິທີ່ຕ່າງໆ ທີ່ຈໍາເປັນ ຈໍານວນ 503 ຄົນ, ໄດ້ຊ່ວຍແມ່ໃນການເອົາລູກເຂົ້າເຕົ້າ ແລະ ທ່າອຸ້ມຕ່າງໆ ຈໍານວນ 93 ຄົນ, ຊ່ວຍກະຕຸ້ນ, ນວດ, ບີບນໍ້ານົມຊ່ວຍແມ່ ພ້ອມແນະນໍາວິທີເກັບຮັກສານ້ຳນົມແມ່ ຈໍານວນ 185 ຄົນ. ສອນ ແລະ ຊ່ວຍແມ່ວິທີປ້ອນນົມດ້ວຍບ່ວງ, ຈອກ ແລະ ສະແລ້ງ ຈໍານວນ 275 ຄົນ ແລະ ໃນຕໍ່ໜ້າຈະສືບຕໍ່ນະໂຍບາຍ 162 ສາຍໄຍຮັກຈາກແມ່ ຫາ ລູກ; ປະຕິບັດນະໂຍບາຍສົ່ງເສີມການລ້ຽງລູກດ້ວຍນົມແມ່ ແລະ ວຽກໂພຊະນາການ ໃຫ້ມີຄວາມເຂັ້ມແຂງ ແລະ ຕໍ່ເນື່ອງຂຶ້ນ ສືບຕໍ່ປະຕິບັດຕົວຊີ້ວັດໃໝ່ຂອງໂຮງໝໍຕົວແບບສົງເສີມການລ້ຽງລູກດ້ວຍນົມແມ່ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

ໂອກາດນີ້, ຍັງໄດ້ມີການມອບປ້າຍໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ໃຫ້ໂຮງໝໍແຂວງວຽງຈັນ ໂດຍການມອບຂອງ ທ່ານ ບຸນຊູ ແກ້ວມະຫາວົງ ແລະ ຮັບໂດຍ ທ່ານ ວົງເທວີ ຈັນຄຳມະວົງ ອຳນວຍການໂຮງໝໍແຂວງວຽງຈັນ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ເພີ່ມເຕີມ