![]() |
ທ່ານ ຊູຊາດ ວົງພະຈັນ ໄດ້ລາຍງານວຽກງານທີ່ພົ້ນເດັ່ນໄລຍະຜ່ານມາວ່າ: ໂຮງໝໍມະໂຫສົດໄດ້ປັບປຸງຄະນະກໍາມະການ, ເນື້ອໃນກິດຈະກໍາ ແລະ ຕົວຊີ້ວັດ ກ່ຽວກັບວຽກງານການບໍລິການດ້ານສຸຂະພາບ ຕາມນະໂຍ ບາຍ 5 ດີ 1 ພໍໃຈ, ສຸມໃສ່ການປ້ອງກັນສະກັດກັ້ນການລະບາດພະຍາດໄຂ້ເລືອດອອກ, ພະຍາດລະບາດຕາມລະດູການອື່ນໆ. ໂດຍເນັ້ນໃຫ້ວິຊາການທຸກຂະແໜງການຊ່ວຍກັນໃນການບົ່ງມະຕິ, ປິ່ນປົວ, ຕິດຕາມ ແລະ ໃຫ້ ການສຸຂະສຶກສາຄົນເຈັບ ພ້ອມຍາດພີ່ນ້ອງຄົນເຈັບທຸກກໍລະນີທີ່ມາບໍລິການຢູ່ໂຮງໝໍ, ສຸມໃສ່ປັບປຸງຕຶກ 5 ຊັ້ນ (ເບື້ອງແຄມຂອງ) ໃນດ້ານການບໍລິຫານ ແລະ ຄົນເຈັບໃຫ້ທັນກັບສະພາບຕົວຈິງ, ສ້າງຂະບວນການກິລາ ແລະ ສິນລະປະ ເພື່ອຕ້ອນຮັບ 3 ວັນປະຫວັດສາດ, ເຂົ້າຮ່ວມກ້ອນກໍາລັງເດີນສວນສະໜາມວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ເຂົ້າຮ່ວມຮັບໃຊ້ງານກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ຈັດກິດຈະກຳຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ ພາຍໃຕ້ການຮ່ວມມືຈາກຊ່ຽວຊານໂຮງໝໍມະໂຫສົດ ໂດຍມູນນິທິພົງສະຫວັນ (ສິງກະໂປ) ແລະ ອື່ນໆ.
![]() |
ສໍາລັບຄາດໝາຍສູ້ຊົນ ຂອງແຜນພັດທະນາການບໍລິການທາງດ້ານສຸຂະພາບ, ປັບປຸງແບບແຜນວິທີເຮັດວຽກແຕ່ລະດ້ານຂອງໂຮງໝໍ (1 ສູນ ແລະ 33 ພະແນກ) ໃຫ້ສອດຄ່ອງໃນແຕ່ລະໄລຍະ, ສືບຕໍ່ຊີ້ນຳ-ນຳພາວຽກງານການເມືອງແນວຄິດໃຫ້ພະນັກງານພາຍໃນໂຮງໝໍຢ່າງຕໍ່ເນື່ອງ. ສະຫຼຸບຖອດຖອນບົດຮຽນ ສໍາລັບການທົດລອງຫັນໂຮງໝໍໄປສູ່ກົນໄກກຸ້ມຕົນເອງ ທາງດ້ານງົບປະມານ ເພື່ອຂະຫຍາຍຫັນເປັນຫົວໜ່ວຍວິຊາການ ເປັນເຈົ້າຕົນເອງໃຫ້ໄປຕາມດໍາລັດ 282/ລບ ແລະ ທັນສະໄໝຂັ້ນສູນກາງ ເພື່ອກຽມພ້ອມກ້າວເຂົ້າເປັນໂຮງໝໍທັນສະໄໝ ດ້ວຍການບໍລິການຄົນເຈັບແບບເຕັກໂນໂລຊີທັນສະໄໝ ດ້ວຍລະບົບດີຈີຕອນໃນອະນາຄົດ ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານບໍລິຫານ ແລະ ວິຊາການ ໃຫ້ພະນັກງານເພື່ອຮອງຮັບການຫັນໂຮງໝໍກຸ້ມຕົນເອງແບບເຕັມຮູບແບບ ແລະ ທັນສະໄໝ ພ້ອມທັງສືບຕໍ່ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ເຂົ້າໃນການບໍລິການສຸຂະພາບໃນໂຮງໝໍໃຫ້ດີຂຶ້ນກວ່າເກົ່າ. ເພີ່ມຄວາມເອົາໃຈໃສ່ໃນການສິດສອນພາກທິດສະດີ, ປະຕິບັດຕົວຈິງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບຫຼາຍຂຶ້ນ, ສ້າງຄວາມເຂັ້ມແຂງ ແລະ ພັດທະນາດ້ານການວິເຄາະ ໃຫ້ກາຍເປັນສູນກາງໃນການບົ່ງມະຕິພະຍາດແບບຊັ້ນຍອດ ຕ້ອງມີການປັບປຸງຄຸນນະພາບເຄື່ອງມືທາງການແພດ ທີ່ທັນສະໄໜ ແລະ ປະສິດທິຜົນສູງ ເພື່ອສ້າງຄວາມໜັ້ນໃຈ ແລະ ດຶງດູູດໃຫ້ຜູ້ທີ່ມາຮັບການບໍລິການ ໂດຍການຊື້ ຫຼື ຮູບແບບການຮ່ວມມືກັບພາກສ່ວນເອກະຊົນ.
ຂ່າວ: ວຽງຈັນໃໝ່


ຄໍາເຫັນ