ໂຮງໝໍມະໂຫສົດ -ໂຮງໝໍຟູວ້າຍ ຮ່ວມມືຍົກລະດັບຄຸນນະພາບດ້ານການແພດ

ໂຮງໝໍມະໂຫສົດ -ໂຮງໝໍຟູວ້າຍ ຮ່ວມມືຍົກລະດັບຄຸນນະພາບດ້ານການແພດ

ໂຮງໝໍມະໂຫສົດ -ໂຮງໝໍຟູວ້າຍ ຮ່ວມມືຍົກລະດັບຄຸນນະພາບດ້ານການແພດ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງໂຮງໝໍມະໂຫສົດ ແລະ ໂຮງໝໍສູນຫົວໃຈ - ເສັ້ນເລືອດ ຟູວ້າຍ ຈັດຂຶ້ນໃນວັນທີ 26 ພຶດສະພາ ຜ່ານມາ ທີ່ໂຮງໝໍມະໂຫສົດ ລົງນາມໂດຍທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ແລະ ທ່ານ Lu Jiang ຮອງຜູ້ອໍານວຍການໂຮງໝໍສູນຫົວໃຈ-ເສັ້ນເລືອດ ຄຸນໜິງ ສປ ຈີນ, ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງ ຫຼີ ສີຈິນ ທີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາ ລາວ, ມີບັນດາຫົວໜ້າຫ້ອງການກະຊວງກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຄະນະອໍານວຍການໂຮງໝໍ ຫົວໜ້າສູນຫົວໃຈ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

 

ໂອກາດນີ້, ທ່ານ ຊູຊາດ ວົງພະຈັນ ກ່າວວ່າ: ການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້, ຖືໄດ້ວ່າເປັນການສືບຕໍ່ເຊັນສັນຍາການຮ່ວມມືດ້ານວິຊາການ ຄັ້ງທີ 2 (2025-2029) ໃນນາມຂອງຄະນະພັກ-ຄະນະນໍາ ແລະ ພະນັກງານຂອງໂຮງໝໍມະໂຫສົດ ເຫັນວ່າການຮ່ວມມືລະຫວ່າງທັງສອງໂຮງໝໍ ໃນລະດັບວິຊາການ, ຍົກລະດັບຄຸນນະພາບດ້ານການແພດ, ການປິ່ນປົວຄົນເຈັບ, ການປ້ອງກັນ ແລະ ສົ່ງເສີມສຸຂະພາບ ຕະຫຼອດຈົນເຖິງການຄົ້ນຄວ້າວິທະຍາສາດທາງການແພດໃຫ້ທັນສະໄໝ ແລະ ມີປະສິດທິພາບສູງ ໂດຍສະເພາະວຽກງານການຜ່າຕັດ ແລະ ການສວນຫົວໃຈໃນເດັກ ທີ່ມີບັນຫາພະຍາດຫົວໃຈພິການມາແຕ່ກຳເນີດ, ເປັນການຮ່ວມມືດ້ານວິຊາການ ທີ່ມີຄວາມໝາຍຄວາມສໍາຄັນ ເປັນປະໂຫຍດສູງສຸດໃຫ້ແກ່ຄົນເຈັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຊ່ວຍເຫຼືອຄົນເຈັບທີ່ທຸກຍາກໃນຂອບເຂດທົ່ວປະເທດ ລວມທັງການສະໜອງຢາ, ອຸປະກອນການແພດທີ່ຈໍາເປັນ ຊຶ່ງໄດ້ເລີ່ມແຕ່ ປີ 2019 ເປັນຕົ້ນມາ. ພາຍຫຼັງໄດ້ເຊັນສັນຍາ MOU ຮ່ວມກັນ ໃນວັນທີ 23 ເມສາ 2019 ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຈຳເປັນຕ້ອງໄດ້ຢຸດການເຄື່ອນໄຫວກິດຈະກຳຮ່ວມກັນໃນໄລຍະໜຶ່ງ.

ການຮ່ວມມືຄັ້ງນີ້, ບໍ່ພຽງແຕ່ເປັນການຮ່ວມມືໃນລະດັບວິຊາການເທົ່ານັ້ນ ແຕ່ມັນຫາກຍັງສະທ້ອນໃຫ້ເຫັນເຖິງສາຍພົວພັນການຮ່ວມມືອັນເລິກເຊິ່ງຂອງທັງສອງພັກ-ສອງລັດ ໃນການພັດທະນາວຽກງານດ້ານສາທາລະນະສຸກ ແລະ ຄົ້ນຄ້ວາວິທະຍາສາດການແພດ ທີ່ເປັນປະໂຫຍດຕໍ່ປະຊາຊົນຂອງທັງສອງປະເທດຢ່າງຕໍ່ເນື່ອງ ແລະ ຂະຫຍາຍຂອບເຂດຂອງການຮ່ວມມືໄປສູ່ດ້ານອື່ນໆເຊັ່ນ: ການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ, ເຄື່ອງຈັກ ແລະ ອຸປະກອນການແພດ ຕະຫຼອດຮອດການຄົ້ນຄວ້າວິທະຍາສາດທາງການແພດ.

ການຊ່ວຍເຫຼືອຄັ້ງນີ້, ຈະເປັນການຮັດແໜ້ນສາຍພົວພັນການຮ່ວມມື ຂອງທັງສອງປະເທດ ພາຍໃຕ້ຄູ່ຮ່ວມຊາຕາກຳດຽວກັນ ໂດຍສະເພາະແມ່ນການພັດທະນາວຽກງານການແພດ ຂອງ ສປປ ລາວ ອີກດ້ານໜຶ່ງ ໂດຍສະເພາະດ້ານພະຍາດຫົວໃຈ-ເສັ້ນເລືອດ ໃນໂຮງໝໍມະໂຫສົດ ເປັນການຊ່ວຍເຫຼືອປະຊາຊົນລາວ ທີ່ເປັນພະຍາດຫົວໃຈ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ລັດຖະບານແຫ່ງ ສປ ຈີນ ແລະ ໂຮງໝໍຟູວ້າຍ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ເປັນຫ່ວງເປັນໃຍ ປະຊາຊົນລາວດ້ວຍດີຕະຫຼອດມາ.

(ແຫຼ່ງຂ່າວ: ວຽງຈັນໃໝ່)

ຄໍາເຫັນ

ຂ່າວສາທະລະນະສຸກ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.
ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ວັນທີ 22 ຕຸລາຜ່ານມາ ທີ່ໂຮງໝໍຈີນ-ຫຼວງພະບາງ ນະຄອນ ຫຼວງພະບາງ ໄດ້ມີພິທີເປີດ ໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການ ໃນທົ່ວແຂວງຫຼວງພະບາງ, ມີທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ຈາງ ເສີພິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ, ຜູ້ສູງອາຍຸ ແລະ ຜູ້ພິການ ເຂົ້າຮ່ວມ.
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ເພີ່ມເຕີມ