ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍ

ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍ
ໂຮງໝໍມິດຕະພາບໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍປະຈຳປີ 2023 ແລະ ຜ່ານແຜນການປີ 2024 ຂຶ້ນໃນວັນທີ 5 ມີນາ ນີ້ທີ່ຫ້ອງປະຊຸມໂຮງໝໍດັ່ງກ່າວໂດຍພາຍໃຕ້ການເປັນປະທານຂອງທ່ານ ສະໜອງທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາທ່ານຄະນະກົມ, ຮອງກົມ, ຫົວໜ້າສູນ, ຄະນະອຳນວຍການໂຮງໝໍ, ພະນັກງານແພດໝໍ ແລະ ວິຊາການເຂົ້າຮ່ວມ.
ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບໄດ້ຂຶ້ນລາຍງານການເຄື່ອນໄຫວຂອງໂຮງໝໍມິດຕະພາບໃນ1ປີຜ່ານມາ ຊຶ່ງສະແດງອອກໃຫ້ເຫັນເຖິງການຊີ້ນຳຂອງຄະນະອຳນວຍການນໍາພາໃນການປະຕິບັດວິໄສທັດຂອງໂຮງໝໍ ແລະໄດ້ພ້ອມກັນຜ່ານຜ່າເຮັດໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະຂອງຕົນຕາມການມອບໝາຍຂອງການຈັດຕັ້ງ, ດ້ານວິຊາການ. ໃນ 1ປີຜ່ານມາໄດ້ກວດ ແລະປິ່ນປົວຄົນເຈັບ ຢູ່ຫ້ອງກວດເຂດນອກໄດ້ 152.288 ທ/ຄ, (ໃນນັ້ນກວດເຂດນອກໂຮງໝໍພາກຂະຫຍາຍ54.330 ທ/ຄ, ຮັບຄົນເຈັບສຸກເສີນ46.488 ຄົນ (ໃນນັ້ນອຸບັດເຫດທ້ອງຖະໜົນເຂົ້າມາສຸກເສີນ10.583 ກໍລະນີ). ຮັບຄົນເຈັບເຂົ້ານອນ23.177 ຄົນ, ອັດຕາການໝູນໃຊ້ຕຽງ119% (ໃນ 300 ຕຽງ), ເດັກເກີດໃໝ່1.629 ຄົນ, ຜ່າຕັດທັງໝົດ 8.294 ກໍລະນີ, ຟອກໄຂ່ຫຼັງ8.062 ທ/ຄ,ຄົນເຈັບສາຍແສງປິ່ນປົວມະເຮັງ6.504 ທ/ຄແລະໄດ້ເອົາໃຈໃສ່ສືບຕໍ່ການປະຕິບັດໜ້າທີ່ວຽກງານການຕອບໂຕ້, ສະກັດກັ້ນ ແລະ ຄວບຄຸມແກ້ໄຂການລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ 2019 ໂຄວິດ-19ຊຶ່ງໄດ້ເກັບຕົວຢ່າງຄົນເຈັບທີ່ເຂົ້າກໍລະນີສົງໄສທັງໝົດ572 ກໍລະນີ(ກວດດ້ວຍRapid test: 572 ກໍລະນີ (ໃຫ້ຜົນບວກ38), Gen Xpert: 0 ກໍລະນີ ແລະ ສົ່ງໄປ ສມລ ແລະ ສູນເມລິເອີ0), ເຂົ້ານອນປິ່ນປົວຈຳນວນ9 ກໍລະນີ, ປິ່ນປົວດີ ແລະ ອອກໂຮງໝໍທັງໝົດ 9 ກໍລະນີ.ພ້ອມດຽວກັນນັ້ນທາງໂຮງໝໍກໍຍັງໄດ້ສືບຕໍ່ເປີດກວ້າງໃນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຊຶ່ງມີຜູ້ມາຮັບສັກວັກຊິນທັງໝົດ630 ເຂັມ,  ນອກຈາກພະຍາດລະບາດໂຄວິດ-19 ແລ້ວ ໂຮງໝໍຍັງໄດ້ເອົາໃຈໃສ່ເຝົ້າລະວັງ ແລະ ປິ່ນປົວພະຍາດໄຂ້ຍຸງລາຍ ຊຶ່ງຜ່ານມາໄດ້ຮັບປິ່ນປົວທັງໝົດ1.596 ກໍລະນີ, ໃນນັ້ນກວດເຂດນອກ352 ກໍລະນີ, ສຸກເສີນ422 ກໍລະນີ,ຊຶມເຊື້ອ(ເຂົ້ານອນ)821 ກໍລະນີແລະ ເສຍຊີວິດ 1 ກໍລະນີ,ໄດ້ປະຕິບັດນະໂຍບາຍວຽກງານປະກັນສຸຂະພາບ ມີຜູ້ປະກັນຕົນມາຮັບບໍລິການທັງໝົດ78.547 ຄົນ ແລະ ໄດ້ນະໂຍບາຍການປິ່ນປົວໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກອານະຖາ, ນັກບວດ, ນັກຮຽນ-ນັກສຶກສາ ແລະ ນະໂຍບາຍຫຼຸດຄ່າຟອກເລືອດໃຫ້ຄົນເຈັບຜູ້ທຸກຍາກ ຊຶ່ງລວມນະໂຍບາຍທັງໝົດ 589 ຄົນ, ເປັນເງິນ335.027.182 ກີບ (ໃນນັ້ນຄົນເຈັບທຸກຍາກອານາຖາ 31 ຄົນເປັນເງິນ126.739.678ກີບ)ໂຮງໝໍຍັງໄດ້ເຮັດໜ້າທີ່ໂຄສະນາສຸຂະສຶກສາໂພຊະນາການກວດສຸຂະພາບແມ່ແລະເດັກ, ສັກຢາກັນພະຍາດ, ສິດສອນນັກສຶກສາແພດ-ພະຍາບານ,ບຳລຸງສ້າງພະນັກງານຄົ້ນຄວ້າວິທະຍາສາດ ແລະ ພົວພັນຮ່ວມມືດ້ານວິຊາການ ກັບຄະນະແພດຈາກຕ່າງປະເທດເພື່ອພັດທະນາໂຮງໝໍ. ນອກຈາກນີ້ໂຮງໝໍຍັງໄດ້ຖືເອົາວຽກງານສຳຄັນ ຂອງການສຶກສາອົບຮົມແນວຄິດຂອງພະນັກງານຈັນຍາບັນແພດ,ຈັນຍາບັນພະຍາບານໄດ້ປຸກລະດົມຂະບວນການແຂ່ງຂັນຮັກຊາດ-ພັດທະນາປະຕິບັດວິໄສທັດຂອງໂຮງໝໍ ແລະ ນະໂຍບາຍ 5 ດີ 1 ພໍໃຈ ທີ່ກະຊວງສາທາລະນະສຸກວາງອອກເຂົ້າໃນວຽກງານຕົວຈິງ ຊຶ່ງໃນ 1 ປີຜ່ານມາ ສາມາດປະເມີນການຈັດຕັ້ງປະຕິບັດນະໂຍບາຍຍົກສູງຄຸນນະພາບການບໍລິການສຸຂະພາບໂດຍຜ່ານການລົງສຳຫຼວດຜູ້ມາຊົມໃຊ້ບໍລິການຈໍານວນ 350 ຄົນ ຂອງໂຮງໝໍຕຶກເກົ່າ ແລະ ຕຶກພາກຂະຫຍາຍ, ມີຄຳເຫັນລົງໃນເຈ້ຍປະເມີນພໍໃຈໃນການຮັບຕ້ອນດີ,ພໍໃຈໃນຄວາມສະອາດດີ,ພໍໃຈໃນການອຳນວຍຄວາມສະດວກດີ,ພໍໃຈໃນການບົ່ງມະຕິດີ,ພໍໃຈໃນການປິ່ນປົວດີແລະ ໄດ້ຜ່ານແຜນການປີ 2024ຊຶ່ງໄດ້ກວມເອົາການເມືອງແນວຄິດ, ວຽກງານວິຊາສະເພາະວຽກການພົວພັນຕ່າງປະເທດ ແລະອື່ນໆ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໃນປີ 2024 ນີ້.
ໃນພິທີຍັງໄດ້ມອບໃບຍ້ອງຍໍຂອງກະຊວງສາທາລະນະສຸກໃຫ້ພະແນກດີເດັ່ນ ປະເພດ I ມີ 25 ພະແນກ, ປະເພດ II ມີ1 ພະແນກ,ປະເພດ III ມີ2 ພະແນກ. ພະນັກງານ-ລັດຖະກອນບຸກຄົນດີເດັ່ນປີ 2023ປະເພດ Iມີ157ຄົນ,ປະເພດ IIມີ 155ຄົນ ແລະ ປະເພດ IIIມີ 133ຄົນ. ພະນັກງານຈ້າງຕາມສັນຍາບຸກຄົນດີເດັ່ນປີ 2023ປະເພດ Iມີ77ຄົນ, ປະເພດ IIມີ 80ຄົນ ແລະ ປະເພດ III ມີ 57ຄົນ.
ໃນໂອກາດນີ້, ທ່ານສະໜອງ ທອງຊະນະ ກໍໄດ້ໂອ້ລົມເນັ້ນໜັກໃຫ້ພະນັກງານແພດໝໍໃຫ້ມີຄວາມເອົາໃຈໃສ່ໃນໜ້າທີ່ວຽກງານໃນການຈັດຕັ້ງປະຕິບັດແຜນງານສາທາລະນະສຸກ ການຫັນໂຮງໝໍກຸ້ມຕົນເອງ, ໂດຍສະເພາະແມ່ນວຽກພັດທະນາການບໍລິການຂອງໂຮງໝໍໃຫ້ດີຂຶ້ນ.
ຂ່າວ: ບຸນຕອມ, ພາບ: ບຸນອຸ້ມ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ