ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ
ຫ້ອງວ່າການສູນກາງພັກ ຈັດຂະບວນການກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າກວດສຸຂະພາບທັງໝົດ 235 ທ່ານ ຍິງ 116 ທ່ານ.
ຫອງວາການສນກາງພກ ກວດສຂະພາບປະຈຳປ ໃຫແກພະນກງານ - image 1
 

 

ຂະບວນການກວດສຸຂະພາບຄັ້ງນີ້ ນໍາພາ ທ່ານ ຊູຊາດ ວົງພະຈັນ ກໍາມະການພັກກະຊວງສາທາລະນະສຸກ ຜູ້ອຳນວຍການໂຮງໝໍມະໂຫສົດ, ພ້ອມທັງທີມແພດມາຈາກໂຮງໝໍມະໂຫສົດ. ທັງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນງານ, ໂຄງການພັດທະນາຂອງຫ້ອງວ່າການສູນກາງພັກ ໂດຍສະເພາະແມ່ນແຜນງານ, ໂຄງການກວດສຸຂະພາບປະຈຳປີຂອງສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ ເພື່ອຕິດ ຕາມເບິ່ງແຍງສຸຂະພາບຂອງພະນັກງານຢ່າງໃກ້ຊິດ; ສ້າງຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ໃນການປະຕິບັດໜ້າທີ່, ທັງເປັນການຍົກສູງສະຫວັດດີການ ແລະ ຄຸນນະພາບຊີວິດທີ່ດີໃຫ້ແກ່ບຸກຄະລາກອນທຸກຄົນ, ການມີສຸຂະພາບທີ່ດີ ແລະ ແຂງແຮງຂອງພະນັກງານ ຈະນຳໄປສູ່ການປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ຶອສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 163 ປີ (8/5/1863-8/5/ 20226), ພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈ ເພື່ອມະນຸດສະທຳ” ຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ສູນ ການຄ້າລາວ-ໄອເຕັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງ ການ ກາແດງແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນ, ນັກສຶກສາເຂົ້າຮ່ວມ.
ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ທ່ານ ສົມດີ ວົງຈິນດາ ຮອງນາຍບ້ານແກ້ງຕາງານ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ພຶດສະພານີ້ ທີ່ບ້ານດັ່ງກ່າວວ່າ: ບ້ານແກ້ງຕາງານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນໃນການໂຄສະນາປະຊາສຳພັນ ແນະນຳໃຫ້ປະຊາຊົນເຂົ້າໃຈກ່ຽວກັບການນໍາພາລູກ-ຫຼານມາຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອ ກໍຄືການປ້ອງກັນບໍ່ໃຫ້ເດັກເປັນພະຍາດເປ້ຍລ່ອຍ ເພື່ອໃຫ້ປະຊາຊົນພາຍໃນບ້ານໄດ້ມີຄວາມເຂົ້າໃຈເປັນຢ່າງດີ.
ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ ໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳ ເພື່ອສົ່ງເສີມທາງເລືອກດ້ານສຸຂະພາບໃນທາງບວກ ລະຫວ່າງ ພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ເພື່ອເພີ່ມອັດຕາຂອງແມ່ ແລະ ເດັກ ຜູ້ທີ່ໄດ້ຮັບບໍລິການເບິ່ງແຍງສຸຂະພາບຢ່າງຕໍ່ເນື່ອງ ເລີ່ມແຕ່ການຝາກທ້ອງຈົນເຖິງໄດ້ຮັບການສັກຢາກັນພະຍາດຮອດປົກກະຕິ. ສໍາລັບກິດຈະກຳດັ່ງກ່າວນີ້, ຈະຊ່ວຍສ້າງຄວາມສາມາດໃຫ້ບຸກຂະລາກອນຄູ່ຮ່ວມງານທາງດ້ານແນວຄວາມຄິດຈາກພຶດຕິກຳ, ສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບແມ່ ແລະ ເດັກ ຜ່ານການນໍາໃຊ້ແນວຄວາມຄິດຈາກພຶດຕິກຳໂດຍທີມງານແພດເຄື່ອນທີ່, ສົ່ງເສີມລະບົບຊຸມຊົນໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳຜ່ານການມີສ່ວນຮ່ວມຂອງທ້ອງຖິ່ນ, ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີເປີດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຜູ້ດ້ອຍໂອກາດ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ ນີ້ ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ⁠ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ, ທ່ານ ກີຣະຕິ ຈະເຣີນຊົນວານິດ ປະທານໂຄງການກ້າວຕາມຮອຍພະບໍຣົມມະສາສະດາ, ⁠ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບພ້ອມດ້ວຍພະນັກງານແພດໝໍຈາກໂຮງໝໍມິດຕະພາບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄອບຄົວ ໄຊສຸລິວົງ ຈະສືບຕໍ່ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ຄອບຄົວ ໄຊສຸລິວົງ ຈະສືບຕໍ່ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ທ່ານ ນາງ ຂັນທອງ ໄຊສຸລິວົງ ຕາງໜ້າຄອບຄົວໄຊສຸລິວົງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ການຊ່ວຍເຫຼືອສັງຄົມເປັນຄວາມພາກພູມໃຈ, ນໍ້າໃຈມະນຸດສະທໍາ ຊຶ່ງກັນ ແລະ ກັນ ທີ່ສັງຄົມຕ້ອງມີ. ໃນຕະຫຼອດໄລຍະຜ່ານມາ ຄອບຄົວໄຊສຸລິວົງ ກໍໄດ້ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະຊ່ວຍເຫຼືອໄພນໍ້າຖ້ວມ, ອັກຄີໄພ, ຊ່ວຍເຫຼືອຜູ້ທຸກຍາກ ທີ່ປະຊາຊົນຮຽກຮ້ອງຕ້ອງການ ແລະ ອື່ນໆ ໂດຍໄດ້ຊ່ວຍເຫຼືອຢ່າງເຕັມທີ່ ແລະ ຊ່ວຍເຫຼືອມາເລື້ອຍໆຈົນມາຮອດປັດຈຸບັນ. ເມື່ອບໍ່ດົນມານີ້, ທາງຄອບຄົວ ໄຊສຸລິວົງ ກໍຍັງໄດ້ນໍາເອົາເຄື່ອງຈັກຟອກໄຂ່ຫຼັງ ຈໍານວນ 3 ເຄື່ອງລຸ້ນ Full Option ຊຶ່ງມີມູນຄ່າ 71,100 ໂດລາ ໄປມອບໃຫ້ໂຮງໝໍມິດຕະພາບ (150 ຕຽງ) ຊຶ່ງເປັນເທື່ອທໍາອິດທີ່ຄອບຄົວໄຊສຸລິວົງ ໄດ້ນໍາເອົາເຄື່ອງມາມອບໃຫ້ໂຮງໝໍມິດຕະພາບໃນຄັ້ງນີ້.
ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ຫ້ອງການສາທາລະນະສຸກ ເມືອງພຽງ ແຂວງໄຊຍະບູລີ ໄດ້​ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026 ຂຶ້ນໃນວັນທີ 30 ເມສາຜ່ານມາ ຢູ່ທີ່ຫ້ອງປະຊຸມບ້ານ ເມືອງພຽງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ມີອົງການປົກຄອງບ້ານອ້ອມຂ້າງເຂດເມືອງພຽງ, ພະນັກງານແພດໝໍ, ພ້ອມດ້ວບປະຊາຊົນພາຍໃນບ້ານເມືອງພຽງ​ເຂົ້າ​ຮ່ວມ​.
ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ປັດຈຸບັນອາກາດຮ້ອນອົບເອົ້າ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ບາງມື້ອຸນຫະພູມເພີ່ມສູງຂຶ້ນເກືອບ 40 ອົງສາ. ອາກາດຮ້ອນເອົ້າ ສາມາດສົ່ງກະທົບຕໍ່ສຸຂະພາບຂອງຄົນເຮົາ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ເປັນຕົ້ນຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວ. ສະນັ້ນ, ທຸກຄົນຕ້ອງຮູ້ວິທີປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
ຝຸ່ນ PM2.5 ມີຄວາມສ່ຽງສູງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ

ຝຸ່ນ PM2.5 ມີຄວາມສ່ຽງສູງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ

ປັດຈຸບັນອາກາດຮ້ອນເອົ້າ, ມີຝຸ່ນຄວັນ ກໍ່ໃຫ້ເກີດມົນລະພິດທາງອາກາດ (ຝຸ່ນ PM2.5) ມີຄວາມສ່ຽງສູງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ ໂດຍສະເພາະຜູ້ທີ່ມີຄວາມສ່ຽງສູງຈາກມົນລະພິດທາງອາກາດ ເປັນຕົ້ນເດັກນ້ອຍ, ຜູ້ອາຍຸສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດຫອບຫືດ, ພະຍາດປອດຊໍາເຮື້ອ (COPD), ອາການພູມແພ້ທາງເດີນຫາຍໃຈ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນ ເລືອດ, ພະຍາດເບົາຫວານ, ພະຍາດອ້ວນ, ລະບົບຫຼອດເລືອດຊຸດໂຊມ, ຜູ້ທີ່ເຮັດວຽກ ຫຼື ອາໄສຢູ່ເຂດທີ່ມີມົນລະພິດໃນລະດັບສູງຢ່າງຕໍ່ເນື່ອງ ກໍຈະໄດ້ຮັບຜົນກະທົບຮ້າຍແຮງຂຶ້ນ.
ໄລຍະປີໃໝ່ລາວ ມີຄົນເຈັບເກີດຈາກອຸບັດເຫດເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ 300 ກວ່າຄົນ

ໄລຍະປີໃໝ່ລາວ ມີຄົນເຈັບເກີດຈາກອຸບັດເຫດເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ 300 ກວ່າຄົນ

ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569 ນັບແຕ່ວັນທີ 11-16 ເມສາ 2026 ນີ້, ມີຄົນເຈັບທີ່ເກີດຈາກອຸບັດເຫດ ຕາມທ້ອງຖະໜົນ ເຂົ້າມາປິ່ນປົວຢູ່ໂຮງໝໍມິດຕະພາບ (150 ຕຽງ) ທັງໝົດ 326 ຄົນ ຍິງ 86 ຄົນ, ເສຍຊີວິດ 1 ຄົນ.
ເພີ່ມເຕີມ