ໃນທ້າຍເດືອນຕຸລາຜ່ານມາ, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາ ແຫ່ງຊາດ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໂດຍໄດ້ສົມທົບກັບການນໍາແຂວງ ລົງ ກວດກາຄວາມຄືບໜ້າຂອງໂຄງການພະລັງງານໄຟຟ້າຖ່ານຫີນ ຢູ່ບ້ານທ່າລິນ ແລະ ບ້ານນ້ຳພານ ເມືອງຄູນ ແຂວງຊຽງຂວາງ ຂອງບໍລິສັດ ໄຟຟ້າຖ່ານຫີນນ້ຳພານ.
ການລົງເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານຈາກເລຂາພັກກຸ່ມບ້ານ, ນາຍບ້ານ ແລະ ຕາງໜ້າບໍລິສັດ ເຖິງຄວາມຄືບໜ້າຂອງໂຄງການ ຊຶ່ງເຫັນວ່າ:ການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການ ແມ່ນມີຄວາມຄືບໜ້າຢ່າງ ຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ຜົນກະທົບຂອງໂຄງການດັ່ງກ່າວ ແມ່ນກຳລັງໄດ້ຮັບການແກ້ໄຂ ເຊັ່ນ: ພື້ນທີ່ທຳການຜະລິດຂອງປະຊາຊົນ, ສິ່ງແວດລ້ອມ, ການຊົດເຊີຍ ແລະ ການຍົກຍ້າຍບ້ານ ແມ່ນກຳລັງຈັດຕັ້ງປະຕິບັດ ຄາດວ່າໂຄງການ ດັ່ງກ່າວຈະເລີ່ມຕິດຕັ້ງໂຮງງານໃນໄວໆນີ້ ໂດຍມີສັນຍາສຳປະທານ 25 ປີ.
ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ມີຄຳຄິດເຫັນໂອ້ລົມ ຕໍ່ກັບບໍລິສັດ ແລະ ພໍ່ແມ່ປະຊາຊົນ ສອງບ້ານດັ່ງກ່າວ ໂດຍທ່ານໄດ້ກ່າວວ່າ: ການພັດທະນາປະເທດຊາດ ກໍຄືການພັດທະນາແຂວງຊຽງຂວາງ ມີຫຼາຍໂຄງການພັດທະນາເຊັ່ນ: ທາງດ້ານກະສິກຳ, ບໍ່ແຮ່, ໄຟຟ້າ ທ່ອງທ່ຽວ ແລະ ອື່ນໆ, ທຸກໆການພັດທະນາ ຍ່ອມມີຜົນກະທົບຕໍ່ພື້ນທີ່ທຳການຜະລິດ ຫຼື ບ້ານເຮືອນຂອງພໍ່ແມ່ປະຊາຊົນ. ເຖິງຢ່າງໃດກໍຕາມ ກໍຕ້ອງໄດ້ຮັບການແກ້ໄຂຢ່າງສົມເຫດສົມຜົນ ທັງປະຊາຊົນ, ພັກ-ລັດ ແລະ ບໍລິສັດ ໂດຍອີງໃສ່ກົດໝາຍເປັນພື້ນຖານ, ຂໍໃຫ້ ບໍລິສັດ ແລະ ປະຊາຊົນມີຄວາມເຂົ້າໃຈ, ຕ້ອງໄດ້ພ້ອມກັນແກ້ໄຂ ໂດຍມອບໃຫ້ບ້ານ, ເມືອງ, ແຂວງ ແລະ ບໍລິສັດ ຍົກຍ້າຍຈັດສັນບ້ານໃຫ້ດີຂຶ້ນ, ພ້ອມກັນແກ້ໄຂ ແລະ ພ້ອມກັນພັດທະນາແຂວງຊຽງຂວາງ ໃຫ້ຈະເລີນກ້າວ ໜ້າຂຶ້ນເລື້ອຍໆ.
ໃນໂອກາດດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ມອບຜ້າຫົ່ມໃຫ້ປະຊາຊົນ 264 ຄອບຄົວ ລວມສອງບ້ານ ແລະ ເງິນຈຳນວນໜຶ່ງໃຫ້ກຸ່ມນ້ຳພານ, ບ້ານທ່າລິນ ແລະ ບ້ານນ້ຳພານ ເຂົ້າເພື່ອໝູນໃຊ້ໃນວຽກງານ.
ຂ່າວ:ຂປລ

ຄໍາເຫັນ