ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026
ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ” ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈໍາການ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ.
ສະຫອງ ວນຜບລຈາກເລອດໂລກ 14 ມຖນາ ປ 2026 - image 1
 

 

ການຈັດງານຄັ້ງນີ້: ຄາດວ່າຈະໄດ້ຮັບບໍລິຈາກເລືອດຫຼາຍກວ່າ 400 ຖົງ, ໃນນັ້ນ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ບໍລິຈາກເລືອດຫຼາຍຄັ້ງ, ໃຫ້ກົມກອງ-ການຈັດຕັ້ງທີ່ດີເດັ່ນໃນການປຸກລະດົມບໍລິຈາກເລືອດ, ໃຫ້ອົງການຈັດຕັ້ງສາກົນເປັນຕົ້ນສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳລາວ, ບໍລິສັດ, ຫົວຫນ່ວຍທຸລະກິດທີ່ໄດ້ປະກອບສ່ວນສະໜັບສະໜູນຕື່ມນໍາອີກ.

ສະຫອງ ວນຜບລຈາກເລອດໂລກ 14 ມຖນາ ປ 2026 - image 2
 

ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ກ່າວວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ຊຶ່ງຢູ່ປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດທີ່ເຂົາເຈົ້າໄດ້ມອບຂອງຂວັນທີ່ມີຄ່າທີ່ສຸດຕໍ່ຊີວິດນັ້ນຄືການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ, ເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ, ຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດ ມາຈາກ ແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ເລືອດໄຫຼລະບົບລະລາຍ, ການຟອກໄຂ່ຫຼັງ, ມະເຮັງເມັດເລືອດຂາວໃນເດັກ, ມະເຮັງຕ່າງໆໃນຜູ້ໃຫຍ່, ໄຂ້ເລືອດອອກ, ຄົນເຈັບກະທົບຈາກອຸບັດເຫດສຸກເສີນ, ການຜ່າຕັດຊະນິດຕ່າງໆ. ທົ່ວໂລກມີຄວາມຕ້ອງການເລືອດປອດໄພ ແລະ ມີຄຸນນະພາບເຂົ້າໃນການປິ່ນປົວ ແລະ ມີຫຼາຍປະເທດກໍສາມາດຈັດຕັ້ງປະຕິບັດໄດ້ໃນລະດັບດີ, ແຕ່ຍັງມີອີກຫຼາຍປະເທດຍັງຄົງປະສົບກັບບັນຫາ ແລະ ສິ່ງທ້າທາຍໃນດ້ານການຈັດຫາເລືອດ ແລະ ຜະລິດຕະພັນເລືອດທີ່ມີຄຸນນະພາບ ແລະ ປອດໄພ.

ສະຫອງ ວນຜບລຈາກເລອດໂລກ 14 ມຖນາ ປ 2026 - image 3
 

ທ່ານກ່າວຕື່ມວ່າ: ວັນຜູ້ບໍລິຈາກເລືອດປີນີ້ ແມ່ນມຸ່ງເນັ້ນເຖິງຜູ້ຄົນໃນທົ່ວໂລກໄດ້ເລີ່ມຕົ້ນເປັນຜູ້ບໍລິຈາກເລືອດ ແລະ ເປັນຜູ້ບໍລິຈາກເລືອດຢ່າງປະຈໍາ. ເພື່ອສະເຫຼີມສະຫຼອງວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໃຫ້ກວ້າງຂວາງ ຢູ່ສູນກາງ ແລະ ບັນດາແຂວງອື່ນໆ ໃນທົ່ວປະເທດ ກໍຈະມີກິດຈະກໍາແບບນີ້ຕາມເວລາທີ່ເໝາະສົມເຊັ່ນກັນ, ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດຂໍເຊີນຊວນ ພະນັກງານ-ລັດຖະກອນ,ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ພໍ່ຄ້າ-ຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຫຼືບັນດາແຂວງ ທົ່ວປະເທດ ເຂົ້າຮ່ວມກິດຈະກຳການບໍລິຈາກເລືອດ, ຫາກທ່ານມີເງື່ອນໄຂ ອາຍຸ 17-60 ປີ, ນໍ້າໜັກ 45 ກິໂລຂຶ້ນໄປ, ຢູ່ໃນໄລຍະທີ່ມີສຸຂະພາບແຂງແຮງດີ, ຂໍເຊີນຊວນບັນດາທ່ານໄປຮ່ວມບໍລິຈາກເລືອດນຳພວກເຮົາທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ, ທ່ານສາມາດມາບໍລິຈາກເລືອດໄດ້ທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ ທຸກວັນ, ບໍ່ເວັ້ນວັນພັກທາງລັດຖະການ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ເພີ່ມເຕີມ