ຫວຽດນາມ ແລະ ເຢຍລະມັນ ຊຸກຍູ້ການພົວພັນ 2 ຝ່າຍ

ຫວຽດນາມ ແລະ ເຢຍລະມັນ ຊຸກຍູ້ການພົວພັນ 2 ຝ່າຍ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ມັງກອນ ຜ່ານມາ ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ແຟຣງ-ວໍລເຕີ ສຕາຍມາຍເອີ ປະທານາທິບໍດີ ສະຫະພັນເຢຍລະມັນ ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ.
ຂ່າວລະບຸວ່າ: ໃນການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພັດທະນາການພົວພັນກັບ ເຢຍລະມັນ; ສະເໜີໃຫ້ເຢຍລະມັນສືບຕໍ່ຊ່ວຍເຫຼືອການບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງໃຫ້ຫວຽດນາມ. ໃນຂົງເຂດເສດຖະກິດ, 2 ຝ່າຍໄດ້ເຫັນດີສືບຕໍ່ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງແຕ່ລະປະເທດເຂົ້າເຖິງຕະຫຼາດຂອງກັນ; ສະເໜີ ເຢຍລະມັນ ສະໜັບສະໜູນ ຫວຽດນາມ ໃນການເພີ່ມທະວີການພົວພັນກັບ EU, ປະຕິບັດສຳເລັດບັນດາລະບຽບການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ແລະ ຮຽກຮ້ອງໃຫ້ຄະນະກຳມະການເອີຣົບ (EC) ຖອນໃບເຫຼືອງ IUU ໃຫ້ແກ່ສິນໃນນ້ຳ ຫວຽດນາມ ໂດຍໄວ.
ສ່ວນທ່ານ ແຟຣງ-ວໍລເຕີ ສຕາຍມາຍເອີ ຢືນຢັນວ່າ: ເຢຍລະມັນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ       ຊ່ວຍເຫຼືອ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.
2 ຝ່າຍກໍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ຍຸຕິທຳ, ກະສິກຳ; ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ຫຼາຍຝ່າຍ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ທ່ານຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ແລະ ເໝາະສົມກັບກົດໝາຍສາກົນ.
ພາຍຫຼັງການເຈລະຈາ, ທ່ານ ຫວໍວັນເຖືອງ ແລະ ທ່ານ ແຟຣງ-ວໍລເຕີ ສຕາຍມາຍເອີ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືກ່ຽວກັບແຮງງານເຄື່ອນຍ້າຍ ລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ກະຊວງແຮງງານ ແລະ ສັງຄົມ ສະຫະພັນເຢຍລະມັນ.
 

ຄໍາເຫັນ

ຂ່າວຕ່າງປະເທດ

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ທ່ານ ດະວິໂກຣິຕາ ກາຣນາວາຕີ ຜູ້ອໍານວຍການອົງການອຸຕຸນິຍົມວິທະຍາ, ສະພາບອາກາດ ແລະ ທໍລະນີສາດ ອິນໂດເນເຊຍ ກ່າວ ວ່າ, ອົງການໄດ້ເປີດເຜີຍການອອກແບບອາຄານທີ່ທົນທານຕໍ່ແຜ່ນດິນໄຫວຮູບແບບໃໝ່ ທີ່ສາມາດເປັນແບບຢ່າງໃນການຫຼຸດຜ່ອນຄວາມສ່ຽງທີ່ຈະເກີດແຜ່ນດິນໄຫວຂະໜາດໃຫຍ່ໃນອະນາຄົດ.
ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​​ຈີນຄອງ​ອັນ​ດັບ 1 ​ຂອງ​ໂລກ 8 ປີ​ລຽນ​ຕິດ

ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​​ຈີນຄອງ​ອັນ​ດັບ 1 ​ຂອງ​ໂລກ 8 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ໃນ​ໄລ​ຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 14 (2021-2025), ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ໃນ​ທ່າມ​ກາງ​ການ​ປ່ຽນ​ແປງ​ຂອງ​ໂລກ.
ຫວຽດ​ນາມ ສືບຕໍ່ປະກອບສ່ວນໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ຫວຽດ​ນາມ ສືບຕໍ່ປະກອບສ່ວນໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: 30 ປີແຫ່ງການຮ່ວມເດີນທາງພ້ອມກັບອາຊຽນ, ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານປັບປຸງຄວາມສາມັກຄີພາຍໃນກຸ່ມ, ສ້າງປະຊາຄົມອາຊຽນທີ່ໝັ້ນຄົງເຂັ້ມແຂງເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງຖານະບົດບາດຂອງປະເທດໃນເວທີສາກົນ. ນີ້ແມ່ນການຢັ້ງຢືນຂອງບັນດານັກຊ່ຽວຊານ ອິນໂດເນເຊຍ ກ່ຽວກັບເສັ້ນທາງ 30 ປີແຫ່ງການທີ່ຫວຽດນາມເຂົ້າຮ່ວມອາຊຽນ.
ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ດ້ວຍຫົວຂໍ້ “ປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກປະກອບສ່ວນເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນ200 ກວ່າທ່ານ ຊຶ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຫຼາຍແຫ່ງຂອງສະຫະລັດ ອາເມຣິກາ ລາຍງານວ່າ, ລັດຖະບານຂອງປະທານາທິບໍດີ ໂດໂນ ທຣໍາ ກຽມຈະປະກາດເກັບຄ່າທຳນຽມວີຊາເພີ່ມເຕີມໃນການຂໍວີຊາ ໂດຍເລີ່ມຕົ້ນ250 ໂດລາແລະ ອາດມີຜົນບັງຄັບໃຊ້ໃນປີງົບປະມານ 2025/2026 ຊຶ່ງຈະເລີ່ມໃນວັນທີ 1 ຕຸລາ 2025 ນີ້.
ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການລະບາດຂອງພະຍາດໄຂ້ຫວັດສັດປີກ ຊະນິດ H5N1ໄດ້ເຮັດໃຫ້ໄກ່ງ່ວງຕາຍເກືອບໝົດຟາມໃນແຄວ້ນເອັກເຕຣມາດູຣາທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດແອັດສະປາຍ, ໂດຍມີໄກ່ງວງພຽງ 10 ໂຕເທົ່ານັ້ນທີ່ລອດຊີວິດ ແລະຖືກຂ້າເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງມາດຕະການຄວບຄຸມ.
ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໃນຕອນ​ຄ່ຳ​ວັນ​ທີ 18 ກໍ​ລະ​ກົດ​ຜ່ານມານີ້, ທ່ານ​ເນັດ ເພກ​ຕ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ກຳ​ປູ​ເຈຍກ່າວ​ວ່າ: ຫວ່າງມໍ່ໆ​ມານີ້, ກຳ​ປູ​ເຈຍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດ ໂດຍ​ໄດ້​ຈັບ​ຜູ້​ຕ້ອງ​ຫາທັງ​ໝົດ 2.270 ຄົນ.
ເພີ່ມເຕີມ