ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ພວມຈັດຕັ້ງປະຕິບັດຕາມແນວທາງການເມືອງ (ປັບປຸງ ແລະ ພັດທະນາປີ 2011), ລັດຖະທຳມະນູນປີ 2013, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະ ບັນດາມະຕິຂອງສູນກາງພັກ ໂດຍສຸມໃສ່ "ສາມຍຸດທະສາດການປະຕິຮູບຫຼັກ, 6ພາລະກິດສຳຄັນ ແລະ 12 ກຸ່ມມາດຕະການໃຫຍ່" ເພື່ອຊຸກຍູ້ການປະຕິຮູບຢ່າງຮອບດ້ານ ເຂົ້າກັບພາລະກິດການປ່ຽນແປງໃໝ່, ຮັກສາໄວ້ຢ່າງເດັດຂາດເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ເດັດດ່ຽວຮັກສາຄວາມເປັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ນໍາໃຊ້ຊັບພະຍາກອນ ແລະ ກໍາລັງຂັບເຄື່ອນທຸກດ້ານ ໂດຍສະເພາະ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນສູ່ດີຈີຕອນ ເພື່ອການພັດທະນາທີ່ວ່ອງໄວ ແລະ ຍືນຍົງ. ຍົກສູງລະດັບຄຸນນະພາບຊີວິດການເປັນຢູ່ປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນກັບປະເທດທີ່ກ້າວໜ້າໃນພາກພື້ນ. ຍົກສູງຖານະບົດບາດຂອງປະເທດ ໃນເວທີສາກົນ ແລະ ມຸ່ງໝັ້ນໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກໍາທັນສະໄໝ ໃນກາງສະຕະວັດທີ XXI.

 

ປະເທດຫວຽດນາມ ໃນມື້ນີ້ກ້າວເຂົ້າສູ່ຍຸກໃໝ່ - ຍຸກແຫ່ງຄວາມຈະເລີນຮຸ່ງເຮືອງ, ສີວິໄລ ແລະ ວັດທະນະທຳທີ່ຮັ່ງມີຂອງຊາດ. ພ້ອມທັງກາລະໂອກາດ ແລະ ສິ່ງທ້າທາຍ ໂດຍສືບທອດບົດຮຽນອັນລ້ຳຄ່າຈາກໄຊຊະນະຂອງການປະຕິວັດເດືອນສິງຫາ 1945, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຮ່ວມໃຈເປັນໜຶ່ງດຽວ, ມຸ່ງໝັ້ນສ້າງປະເທດທີ່ຮຸ່ງເຮືອງ ແລະ ມີຄວາມສຸກ, ເພື່ອເຮັດໃຫ້ ພິໄນກໍາອັນສັກສິດຂອງປະທານ ໂຮ່ຈິມິນ ກາຍເປັນຈິງທີ່ວ່າ: “ສ້າງປະເທດຫວຽດນາມ ທີ່ສັນຕິພາບ, ເອກະພາບ, ອິດສະລະ, ປະຊາທິປະໄຕ ແລະ ຮັ່ງມີ” ເພື່ອເຮັດໃຫ້ຄວາມປາຖະໜານີ້ເປັນຈິງ ຈຳເປັນຕ້ອງຢຶດໝັ້ນ ແລະພັດທະນາລັດທິ ມາກ-ເລນິນ, ແນວຄິດໂຮ່ຈິມິນ ແລະ ທິດສະດີກ່ຽວກັບແນວທາງການປະຕິຮູບໃໝ່, ຢຶດໝັ້ນເປົ້າໝາຍເອກະລາດຂອງຊາດ ແລະ ສັງຄົມນິຍົມ. ຢຶດໝັ້ນຊຸກຍູ້ການປະຕິຮູບຢ່າງຮອບດ້ານ ເຂົ້າໃນພາລະກິດການປ່ຽນແປງໃໝ່, ຢຶດໝັ້ນຫຼັກການສ້າງພັກ, ປະສານກັນຢ່າງໃກ້ຊິດ ລະຫວ່າງ ການສະຫຼຸບບົດຮຽນຈາກພາກປະຕິບັດ, ການວິໄຈທາງທິດສະດີກັບການສ້າງ ແລະ ປະຕິບັດນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອສ້າງ ແລະ ປົກປ້ອງປະເທດຊາດຫວຽດນາມ ສັງຄົມນິຍົມ ຢ່າງຮອບດ້ານ.

ໃນຂະນະດຽວກັນ, ຕ້ອງຍູ້ແຮງກໍາລັງການຜະລິດທັງໝົດ ເປີດທາງໃຫ້ແກ່ຊັບພະຍາກອນທຸກດ້ານ ແລະ ນໍາໃຊ້ທ່າແຮງ ພ້ອມກັບທ່າໄດ້ປຽບຂອງປະເທດ ໃຫ້ເກີດປະໂຫຍດສູງສຸດ ຊຶ່ງຕ້ອງສຸມໃສ່ດັ່ງນີ້:

- ສ້າງພື້ນຖານລະບົບການພັດທະນາຢ່າງຄົບຖ້ວນ, ແກ້ໄຂຈຸດຈໍາກັດ ແລະ ອຸປະສັກ. ເປີດທາງ ແລະ ລະດົມຊັບພະຍາກອນທຸກດ້ານ ເພື່ອສ້າງກໍາລັງຂັບເຄື່ອນການພັດທະນາທີ່ກ້າວກະໂດດ ໃຫ້ແກ່ປະເທດ. ຮັບປະກັນຄວາມສອດຄ່ອງ ແລະ ຄວາມກົມກຽວ ລະຫວ່າງ ການປະຕິຮູບ ແລະ ການປັບປຸງສະຖາບັນເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ກັບການປັບປຸງສະຖາບັນການເມືອງ, ພ້ອມທັງປະຕິຮູບ ແລະ ພັດທະນາລະບົບສັງຄົມ, ວັດທະນະທຳ ແລະ ການປົກປ້ອງສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາ ຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດ.

- ສົ່ງເສີມການສ້າງ ແລະ ປັບປຸງພັກ ລວມທັງລະບົບການເມືອງໃຫ້ບໍລິສຸດ, ເຂັ້ມແຂງ. ປະຕິຮູບການປະສານສົມທົບວິທີການ ແລະ ຍົກລະດັບຄວາມສາມາດໃນການຊີ້ນໍາ-ນໍາພາ ຂອງພັກ ຕໍ່ລັດ ແລະ ສັງຄົມ ໂດຍສະເພາະ ການສ້າງລັດອໍານາດຕາມທິດສັງຄົມນິຍົມ. ສຸມໃສ່ການສ້າງອົງການຈັດຕັ້ງ ແລະ ກົນໄກລະບົບການເມືອງທີ່ບໍລິສຸດ, ເຂັ້ມແຂງ, ກະທັດຮັດ ແລະ ປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສ້າງຖັນແຖວພະນັກງານ ແລະ ສະມາຊິກພັກ ໃນທຸກລະດັບ ໂດຍສະເພາະ ລະດັບຍຸດທະສາດ ທີ່ມີຄຸນສົມບັດ ແລະ ຄວາມສາມາດ ເພື່ອຕອບສະໜອງພາລະກິດ, ເພີ່ມຄວາມເຂັ້ມແຂງ ໃນການຄວບຄຸມອຳນາດພາຍໃນພັກ ແລະ ໃນລັດ. ດຳເນີນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການຟຸມເຟຶອຍ ແລະ ພຶດຕິກໍາທາງລົບ ຢ່າງຕໍ່ເນື່ອງ, ເສີມສ້າງຄວາມເຊື່ອໝັ້ນ ແລະ ຄວາມຜູກພັນຂອງປະຊາຊົນ ຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ.

- ສົ່ງເສີມການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ທີ່ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາກໍາລັງການຜະລິດໃໝ່, ສົ່ງເສີມການປ່ຽນແປງຮູບແບບການເຕີບໂຕ, ປັບໂຄງສ້າງເສດຖະກິດ, ອຸດສາຫະກໍາ ແລະ ຫັນເປັນທັນສະໄໝໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ລວມທັງນະວັດຕະກໍາ ເປັນກໍາລັງຂັບເຄື່ອນຫຼັກ ເພື່ອຍົກລະດັບຜະລິດຕະພາບ, ຄຸນນະພາບ, ປະສິດທິພາບ ແລະ ຄວາມສາມາດ ໃນການແຂ່ງຂັນເສດຖະກິດ. ເລັ່ງສ້າງ ແລະ ຊຸກຍູ້ຢ່າງມີປະສິດທິຜົນ ຕໍ່ການຫັນປ່ຽນສູ່ດີຈີຕອນ, ການຫັນປ່ຽນສີຂຽວ ແລະ ການຫັນປ່ຽນດ້ານພະລັງງານ. ພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ, ສ້າງລັດຖະບານດີຈີຕອນ ແລະ ສັງຄົມດີຈີຕອນ.

- ສຸມໃສ່ການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຕາມຍຸດທະສາດການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ປະສານສົມທົບກັບການສ້າງ ແລະ ພັດທະນາສະຖາບັນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອສ້າງຮາກຖານການພັດທະນາກໍາລັງການຜະລິດໃໝ່ ແລະ ທັນສະໄໝ. ສົ່ງເສີມການກໍ່ສ້າງ ແລະ ການນໍາໃຊ້ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ແລະ ລະດັບສູງ ເພື່ອສ້າງແຮງຂັບເຄື່ອນຫຼັກ ໃນການຍົກລະດັບຜະລິດຕະພາບ, ຄຸນນະພາບ, ປະສິດທິຜົນ, ຄວາມສາມາດໃນການແຂ່ງຂັນຂອງສິນຄ້າ, ທຸລະກິດ ແລະ ເສດຖະກິດໂດຍລວມ.

- ພັດທະນາຊັບພະຍາກອນມະນຸດ ແລະ ພັດທະນາສັງຄົມ ໃຫ້ກາຍເປັນຮາກຖານທີ່ແທ້ຈິງ, ເປັນພະລັງພາຍໃນ ແລະ ກໍາລັງຂັບເຄື່ອນສຳຄັນ ຕໍ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດ. ການປະຕິຮູບແບບປະສານສົມທົບ, ພື້ນຖານ, ຮອບດ້ານ, ຫັນເປັນທັນສະໄໝ ແລະ ຍົກລະດັບຄຸນນະພາບລະບົບການສຶກສາຂອງຊາດທັງໝົດ. ສົ່ງເສີມການປະຕິຮູບວິທີການບໍລິຫານ ຈັດການການພັດທະນາສັງຄົມຢ່າງຍືນຍົງ, ຮັບປະກັນສິດທິມະນຸດ ແລະ ສິດທິພົນລະເມືອງ, ປະຕິບັດນະໂຍບາຍສັງຄົມ, ຄວາມໝັ້ນຄົງທາງສັງຄົມ ແລະ ສະຫວັດດີການສັງຄົມ ຢ່າງມີປະສິດທິພາບ.

- ຊຸກຍູ້ການດຳເນີນວຽກງານການຕ່າງປະເທດ ຢ່າງສົມບູນ, ສ້າງສັນ ແລະ ມີປະສິດທິຜົນ, ຍົກລະດັບ ແລະ ເສີມສ້າງບົດບາດຂອງການທູດພັກ, ການທູດລັດ ແລະ ການທູດປະຊາຊົນ ໃນການສ້າງສະພາບແວດລ້ອມທີ່ສັນຕິ, ໝັ້ນຄົງ, ມິດຕະພາບ ແລະ ການຮ່ວມມື. ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການພັດທະນາຂອງປະເທດ. ສ້າງກອງທັບປະຊາຊົນ ແລະ ປ້ອງກັນຄວາມສະຫງົບປະຊາຊົນ ທີ່ມີລັກສະນະປະຕິວັດ, ເປັນລະບຽບແບບແຜນ, ມີຄວາມຮູ້ ແລະ ທັນສະໄໝ, ເພື່ອປົກປ້ອງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທະເລເກາະຂອງຊາດ ໃຫ້ໝັ້ນຄົງ.

ໂດຍ: ຫອມໄຊຍະເດດ

ຄໍາເຫັນ

ຂ່າວຕ່າງປະເທດ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
ເພີ່ມເຕີມ