ທີ່ຕັ້ງຢູ່ນິຄົມອຸດສາຫະກຳວັດສະດຸພະລັງງານໃໝ່ Kendal (KIP) ຂຶ້ນກັບເຂດເສດຖະກິດພິເສດ Kendal (KEK)ຢູເກາະຈາວາ.
ຂ່າວລະບຸວ່າ: ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ອິນໂດເນເຊຍ ກ່າວຄຳເຫັນໃນພິທີວ່າ: ອິນໂດເນເຊຍ ໄດ້ກາຍເປັນໜຶ່ງໃນກຸ່ມບັນດາປະເທດພັດທະນາໄວໃນຂົງເຂດນີ້.
ການພັດທະນາໂຮງງານໄລຍະທຳອິດສຳເລັດພາຍໃນໄລຍະເວລາ 10 ເດືອນ ນັບແຕ່ລົງນາມໃນສັນຍາການຮ່ວມມືທີ່ນະຄອນຫຼວງປັກກິ່ງ ຂອງ ຈີນ ໃນເດືອນຕຸລາ ປີ 2023.ການລົງທຶນຂອງໂຮງງານໄລຍະ 1 ແມ່ນ 478 ລ້ານໂດລາ ດ້ວຍເນື້ອທີ່ 12 ເຮັກຕາ. ເມື່ອສ້າງສຳເລັດ, ໂຮງງານແຫ່ງນີ້ຄາດວ່າຈະເຮັດໃຫ້ ອິນໂດເນເຊຍ ກາຍເປັນປະເທດຜະລິດແບັດເຕີລີລີທຽມໃຫຍ່ອັນດັບສອງຂອງໂລກ.
ປັດຈຸບັນ, ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການສ້າງລະບົບນິເວດລົດຍົນໄຟຟ້າ. ເພື່ອແນໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວຜະລິດ, ນຳໃຊ້ສ່ວນປະກອບພາຍໃນ, ດຶງດູດແຮງງານ ແລະ ການຖ່າຍທອດເຕັກໂນໂລຊີ, ລັດຖະບານ ອິນໂດເນເຊຍ ກໍພວມພະຍາຍາມດຶງດູດແຫຼ່ງທຶນເຂົ້າໃນບັນດາຂົງເຂດທີ່ກ່ຽວຂ້ອງຫຼາຍຂຶ້ນກວ່າເກົ່າ.
ການກໍ່ສ້າງໂຮງງານດັ່ງກ່າວຈະຊຸກຍູ້ລະບົບນິເວດລົດໄຟຟ້າຂອງ ອິນໂດເນເຊຍ ຢ່າງແຂງແຮງ. ທ່ານ ລູຮັດ ບິນຊາ ປັນໄຈຕານ ລັດຖະມົນຕີກະຊວງການປະສານງານການເດີນທະເລ ແລະ ການລົງທຶນ ກ່າວວ່າ: ໂຮງງານດັ່ງກ່າວມີກຳລັງການຜະລິດ 80.000 ໂຕນ, ພຽງພໍທີ່ຈະຜະລິດແບັດເຕີລີໃຫ້ລົດໄຟຟ້າ 1,5 ລ້ານຄັນ. ໃນຕົ້ນໄຕມາດທີ 4 ຂອງປີນີ້, ຈະດຳເນີນການໄລຍະ 2 ແລະ ຄາດວ່າຈະສຳເລັດໃນເດືອນ 3/2025, ໂດຍເພີ່ມກຳລັງການຜະລິດເປັນ 160.000 ໂຕນ.
ຄໍາເຫັນ