ການບໍລິຈາກເລືອດ ແລະ ຄວາມຮູ້ສຶກຂອງຜູ້ບໍລິຈາກ

ການບໍລິຈາກເລືອດ ແລະ ຄວາມຮູ້ສຶກຂອງຜູ້ບໍລິຈາກ

ການບໍລິຈາກເລືອດ ແລະ ຄວາມຮູ້ສຶກຂອງຜູ້ບໍລິຈາກ
ໂດຍ: ແສງຈັນ ເລືອດ ເປັນສິ່ງສຳຄັນສຳລັບຊີວິດມະນຸດເຮົາ, ການບໍລິຈາກເລືອດ ເພື່ອເປັນຜະລິດຕະພັນເລືອດ ຊ່ວຍໃນການປິ່ນປົວຄົນເຈັບ; ສະນັ້ນ, ການບໍລິຈາກເລືອດ ຈຶ່ງມີຄວາມສຳຄັນ ແລະ ມີຄວາມຈໍາເປັນຕ້ອງໄດ້ຈັດໃຫ້ມີກິດຈະກຳບໍລິຈາກ ເພື່ອສ້າງຄວາມສຳນຶກໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຂະນະທີ່ຜູ້ມາຮ່ວມບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ຕາງກໍມີຄວາມພູມໃຈ ແລະ ດີໃຈ ທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອດັ່ງກ່າວ.
ການບລຈາກເລອດ ແລະ ຄວາມຮສກຂອງຜບລຈາກ - image 1
 

 

 

ໃນພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2025 (World Blood Donor Day 2025) ພາຍໃຕ້ຄຳຂວັນ: “ໃຫ້ເລືອດ ໃຫ້ຄວາມຫວັງ, ຮ່ວມໃຈກັນຊ່ວຍຊີວິດ” ທີ່ຈັດຂຶ້ນໃນວັນທີ 12 ມິຖຸນາຜ່ານມາ ຢູ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ; ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ທັງເປັນຮອງປະທານ ຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈຳການ, ໃຫ້ສໍາພາດ ວ່າ: ການເຈັບ, ປ່ວຍ, ຖ້າຂາດເລືອດ ກໍຕ້ອງການເລືອດຢ່າງພຽງພໍ, ປັດຈຸບັນຫຼາຍປະເທດ ກໍມີຄວາມກັງວົນກັບພະຍາດຄາລັດຊີເນຍ (ພະຍາດຂາດເລືອດ) ພະຍາດນີ້ຕ້ອງໄດ້ໃສ່ເລືອດຕະຫຼອດຊີວິດ. “ເລືອດ” ບໍ່ມີໂຮງຈັກໂຮງງານໃດຈະຜະລິດອອກມາໄດ້ ມີແຕ່ຄົນເທົ່ານັ້ນຈະສົ່ງເລືອດໃຫ້ຜູ້ທີ່ຂາດເລືອດ; ເມື່ອມີກິດຈະກຳ ບໍລິຈາກເລືອດ ກໍເຊີນຊວນປະຊາຊົນທຸກຊັ້ນຄົນ ຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ຫາກວ່າທ່ານບໍລິຈາກວັນນີ້ ກໍເພື່ອຕົວທ່ານເອງໃນວັນຂ້າງໜ້າ ຫຼື ເພື່ອພີ່ນ້ອງທີ່ເປັນຄົນເຈັບ ກໍສາມາດເຂົ້າໄປຮັບເລືອດທີ່ສະຖາບັນເລືອດແຫ່ງຊາດໄດ້, ຖ້າຫາກວ່າທ່ານໃດເຂົ້າໄປບໍລິຈາກເລືອດ ຈຶ່ງຈະໄດ້ບັດ (ພາກສ່ວນທີ່ກ່ຽວຂ້ອງ ກໍຄື ສະຖາບັນເລືອດຈະອອກບັດໃຫ້ ແຕ່ຕ້ອງຄົບຕາມມາດຖານທີ່ເພິ່ນໄດ້ກໍານົດໄວ້).

ທ່ານ ເນັກລະຄອນ ພວງພາລາ ພະນັກງານສັງກັດຢູ່ອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດ ວ່າ: ພາກພູມໃຈຫຼາຍ ທີ່ໄດ້ເປັນສ່ວນໜຶ່ງ ປະກອບສ່ວນໃນວຽກງານເລືອດ; ນອກຈາກໄດ້ເຮັດວຽກມະນຸດສະທໍາແລ້ວ, ຍັງເປັນຜູ້ເອົາເລືອດອອກ ຊ່ວຍເພື່ອນມະນຸດດ້ວຍກັນ, ເລືອດຈະຊ່ວຍກອບກູ້ເອົາຊີວິດຄົນອື່ນ ບໍ່ໃຫ້ຈາກໂລກນີ້ໄດ້, ໃນນາມເຮັດວຽກສື່ມວນຊົນໃນອົງການກາແດງແຫ່ງຊາດລາວ ກໍຂໍເຊີນຊວນມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຜູ້ທີ່ມີສຸຂະພາບແຂງແຮງຊ່ວຍບໍລິຈາກເລືອດ. ເຮົາບໍ່ຮູ້ວ່າຄົນເຈັບຈະເປັນຄົນພາຍໃນ ຫຼື ພາຍນອກທີ່ຕ້ອງການເລືອດ; ດັ່ງນັ້ນ, ຕ້ອງຄິດສະເໝີວ່າຄົນເຈັບທີ່ນອນຢູ່ໂຮງໝໍ ຜູ້ທີ່ຕ້ອງການເລືອດລ້ວນແຕ່ແມ່ນພີ່ນ້ອງຂອງເຮົາທັງນັ້ນ ເພື່ອໃຫ້ເຂົາເຈົ້າເຫຼົ່ານັ້ນໄດ້ເລືອດເຮົາຕ້ອງຊ່ວຍກັນບໍລິຈາກເລືອດ ເພື່ອໃຫ້ເລືອດພຽງພໍ ຊ່ວຍຄົນເຈັບທີ່ຂາດເລືອດ - ຕ້ອງການເລືອດ ໃນໂຮງໝໍແຫ່ງຕ່າງໆ.

ທ່ານ ນາງ ວິໄລວອນ ໄຊຍະຊ່າງ ພະນັກງານສັງກັດຢູ່ໜັງສືພິມປະຊາຊົນ ໃຫ້ສໍາພາດວ່າ: ດີໃຈຫຼາຍ ທີ່ໄດ້ບໍລິຈາກເລືອດ ເພື່ອປະກອບສ່ວນຊ່ວຍການກອບກູ້ຊີວິດ ຄົນເຈັບທີ່ຕ້ອງການເລືອດ ໃຫ້ກັບຄືນມາມີຊີວິດຢູ່ໃນສັງຄົມ ຊຶ່ງຂ້າພະເຈົ້າມີໂອກາດດີ ແລະ ສຸຂະພາບແຂງແຮງ ຈຶ່ງມີຄວາມພ້ອມບໍລິຈາກເລືອດໃນຄັ້ງນີ້ ຊຶ່ງການບໍລິຈາກເລືອດ ແມ່ນເປັນຄັ້ງທີ 9.

ການບລຈາກເລອດ ແລະ ຄວາມຮສກຂອງຜບລຈາກ - image 2
 

ທ່ານນາງ ພູວອນ ອານຸວົງ ພະນັກງານສັງກັດຢູ່ກະຊວງພາຍໃນ ໄດ້ສະແດງຄວາມຮູ້ສຶກອອກມາວ່າ: ຂ້າພະເຈົ້າດີໃຈ, ພູມໃຈຫຼາຍ ທີ່ໄດ້ບໍລິຈາກເລືອດ, ໂດຍປົກກະຕິແລ້ວ ພໍຮອດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ທຸກໆປີ, ຕົນເອງກໍໄດ້ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ; ການບໍລິຈາກເລືອດ ເປັນຄັ້ງທີ 8 ແລ້ວ, 3 ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບກະຊວງພາຍໃນ ເຂົ້າຮ່ວມບໍລິຈາດເລືອດ ໃນວັນຜູ້ບໍລິຈາກເລືອດໂລກ ຈໍານວນ 15 ຄົນ (15 ຖົງ) ຜູ້ທີ່ບໍລິຈາກເລືອດຄັ້ງນີ້ ແມ່ນຜູ້ທີ່ມີສຸຂະພາບສົມບູນ, ແຂງແຮງດີ.

ທ່ານນາງ ກາເຣຍ ຢ່າງ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ໃຫ້ສໍາພາດວ່າ: ເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ຖ້າມີໂອກາດກໍຈະຍາດແຍ່ງເວລາຫວ່າງ ເຂົ້າຮ່ວມບໍລິຈາກເລືອດນໍາອີກ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ