ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ
ໃນວັນທີ 20 ມັງກອນ 2026ນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງເຊກອງ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ອວຍພອນ ພະນັກງານ-ນັກຮົບ (ແພດ-ໝໍ) ຢູ່ໂຮງໝໍທະຫານແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ໂດຍມີທ່ານ ພັທ ຈັນທາ ດວງໄພສີ ຫົວໜ້າອໍານວຍການໂຮງໝໍທະຫານແຂວງ ພ້ອມຄະນະ ເຂົ້າຮ່ວມ.
ການນາແຂວງເຊກອງ ຢຽມຢາມ, ອວຍພອນ ພະນກງານ-ນກຮບໂຮງໝທະຫານແຂວງ - image 1
 

ການມາຢ້ຽມຢາມຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມໃກ້ຊິດຕິດແທດ, ເປັນຫ່ວງເປັນໄຍ ແລະ ຮູ້ບຸນຄຸນຂອງການນໍາແຂວງ ຕໍ່ສະມາຊິກພັກ, ພະນັກງານ-ນັກຮົບກອງທັບປະຊາຊົນລາວ, ກອງບັນຊາການທະຫານແຂວງ ກໍຄື ພະນັກງານ-ນັກຮົບ (ແພດ-ໝໍ) ໂຮງໝໍທະຫານແຂວງ ທີ່ເຮັດໜ້າທີ່ດ້ວຍຄວາມເສຍສະຫລະໃນການປົກປ້ອງຄວາມເປັນເອກະລາດຂອງຊາດ, ລະບອບປະຊາທິປະໄຕ ປະຊາຊົນ ແລະ ເບິ່ງແຍງປິ່ນປົວສຸຂະພາບ ຂອງນາຍ ແລະ ພົນທະຫານ ກໍຄື ປະຊາຊົນລາວບັນດາເຜົ່າ.

ການນາແຂວງເຊກອງ ຢຽມຢາມ, ອວຍພອນ ພະນກງານ-ນກຮບໂຮງໝທະຫານແຂວງ - image 2
 

ໃນໂອກາດນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງແຂວງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຕີລາຄາສູງຕໍ່ຜົນສໍາເລັດ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີຜ່ານມາ ກໍຄື ຜົນງານທີ່ໂຮງໝໍທະຫານແຂວງຍາດໄດ້ໃນໄລຍະຜ່ານມາ. ພ້ອມທັງ, ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ໃນນາມສ່ວນຕົວ ກໍຄື ຄະນະພັກ, ອົງການປົກຄອງແຂວງ ມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ ໂຮງໝໍທະຫານແຂວງ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ສືບຕໍ່ເຮັດສຳເລັດໜ້າທີ່ອັນມີກຽດ, ປິ່ນປົວສຸຂະພາບພະນັກງານ-ນັກຮົບ, ປະຊາຊົນບັນດາເຜົ່າ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ຢຶດໝັ້ນອຸດົມການສັງຄົມນິຍົມຂອງພັກ ແລະ ສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ກໍຄື ແຂວງເຊກອງໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ເປີດເຜີຍເຖິງຄວາມພ້ອມ ແລະ ແຜນຍຸດທະສາດໃນການເຝົ້າລະວັງ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດໃນລະດູຝົນເປັນຕົ້ນແມ່ນ ໄຂ້ຍຸງລາຍ (ໄຂ້ເລືອດອອກ), ພະຍາດຖອກທ້ອງ ແລະ ພະຍາດທີ່ມັກເກີດຂຶ້ນໃນລະດູຝົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ໃນວັນທີ 16 ມິຖຸນາ 2026 ວ່າ:ໂດຍສະເພາະດ້ານກົນໄກການເຝົ້າລະວັງ ແລະ ລະບົບລາຍງານດິຈິຕອນ ແຂວງຄໍາມ່ວນ ມີຕາໜ່າງບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ລວມ 214 ແຫ່ງ ທີ່ປະສານງານກັນຢ່າງເປັນລະບົບ ໂດຍອີງຕາມລະບົບເຝົ້າລະວັງແຫ່ງຊາດ ຕາມ 19 ອາການ/ພະຍາດ.
ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ” ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈໍາການ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ.
ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ໃນໂອກາດວັນຜູ້ບໍລິຈາກເລືອດໂລກ ວັນທີ່ 14 ມິຖຸນາ ປະຈຳປີ 2026 ນີ້ ອົງການກາແດງແຂວງຫຼວງພະບາງ ຈະໄດ້ຈັດກິດຈະກຳປຸກລະດົມ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສີ່ງຕອບແທນ, ໂດຍຈະຈັດຂຶ້ນທີ່ໂຮງແຮມອາວານີ ນະຄອນ ຫຼວງພະບາງ ໃນວັນທີ່ 12 ມິຖຸນາ ທີ່ຈະມາເຖີງນີ້.
ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ທ່ານ ນາງ ວັນເພັງ ພັນທະນາໄລ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ພຶດສະພານີ້ວ່າ: ກ່ຽວກັບວຽກງານການຢອດຢາວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ.
ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ຈັດຂະບວນການກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າກວດສຸຂະພາບທັງໝົດ 235 ທ່ານ ຍິງ 116 ທ່ານ.
ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ຶອສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 163 ປີ (8/5/1863-8/5/ 20226), ພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈ ເພື່ອມະນຸດສະທຳ” ຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ສູນ ການຄ້າລາວ-ໄອເຕັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງ ການ ກາແດງແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນ, ນັກສຶກສາເຂົ້າຮ່ວມ.
ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ທ່ານ ສົມດີ ວົງຈິນດາ ຮອງນາຍບ້ານແກ້ງຕາງານ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ພຶດສະພານີ້ ທີ່ບ້ານດັ່ງກ່າວວ່າ: ບ້ານແກ້ງຕາງານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນໃນການໂຄສະນາປະຊາສຳພັນ ແນະນຳໃຫ້ປະຊາຊົນເຂົ້າໃຈກ່ຽວກັບການນໍາພາລູກ-ຫຼານມາຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອ ກໍຄືການປ້ອງກັນບໍ່ໃຫ້ເດັກເປັນພະຍາດເປ້ຍລ່ອຍ ເພື່ອໃຫ້ປະຊາຊົນພາຍໃນບ້ານໄດ້ມີຄວາມເຂົ້າໃຈເປັນຢ່າງດີ.
ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ ໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳ ເພື່ອສົ່ງເສີມທາງເລືອກດ້ານສຸຂະພາບໃນທາງບວກ ລະຫວ່າງ ພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ເພື່ອເພີ່ມອັດຕາຂອງແມ່ ແລະ ເດັກ ຜູ້ທີ່ໄດ້ຮັບບໍລິການເບິ່ງແຍງສຸຂະພາບຢ່າງຕໍ່ເນື່ອງ ເລີ່ມແຕ່ການຝາກທ້ອງຈົນເຖິງໄດ້ຮັບການສັກຢາກັນພະຍາດຮອດປົກກະຕິ. ສໍາລັບກິດຈະກຳດັ່ງກ່າວນີ້, ຈະຊ່ວຍສ້າງຄວາມສາມາດໃຫ້ບຸກຂະລາກອນຄູ່ຮ່ວມງານທາງດ້ານແນວຄວາມຄິດຈາກພຶດຕິກຳ, ສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບແມ່ ແລະ ເດັກ ຜ່ານການນໍາໃຊ້ແນວຄວາມຄິດຈາກພຶດຕິກຳໂດຍທີມງານແພດເຄື່ອນທີ່, ສົ່ງເສີມລະບົບຊຸມຊົນໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳຜ່ານການມີສ່ວນຮ່ວມຂອງທ້ອງຖິ່ນ, ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີເປີດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຜູ້ດ້ອຍໂອກາດ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ ນີ້ ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ⁠ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ, ທ່ານ ກີຣະຕິ ຈະເຣີນຊົນວານິດ ປະທານໂຄງການກ້າວຕາມຮອຍພະບໍຣົມມະສາສະດາ, ⁠ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບພ້ອມດ້ວຍພະນັກງານແພດໝໍຈາກໂຮງໝໍມິດຕະພາບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ