ກະຕໍ້ເປັນຂົວຕໍ່ລະຫວ່າງຊາວໜຸ່ມປະເທດຕ່າງໆ

ກະຕໍ້ເປັນຂົວຕໍ່ລະຫວ່າງຊາວໜຸ່ມປະເທດຕ່າງໆ

ໃນງານມະ​ຫາ​ກຳກິລາເອຊຽນເກມຄັ້ງທີ 19, ການແຂ່ງຂັນເຕະ​ກະຕໍ້ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຜູ້ຄົນທັງຫຼາຍ ຍ້ອນ​ມີ​ການ​ແຂ່ງ​ຂັນ​ທີ່​ດຸ​ເດືອດ ແລະ ໜ້າ​ຊົມ. ໃນງານ​ມະ​ຫາ​ກຳກິລາເອຊຽນເກມຄັ້ງທີ 19 ທີມກະຕໍ້ ຍິງຂອງປະເທດລາວຄວ້າໄດ້ຫຼຽນທອງ, ນີ້ເຮັດໃຫ້ ທ້າວ ທະນົງຄານ ຄຸນມະນີ ຮູ້້ສຶກພາກພູມໃຈຫຼາຍ.

ປັດ​ຈຸບັນນີ້ ທ້າວ ທະນົງຄານ ຄຸນມະນີ ​ພວມສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລຢູນນານ, ລາວໄດ້ສ້າງຄວາມຜູກພັນກັບກະຕໍ້ຕັ້ງແຕ່ນ້ອຍ. ໃນໄລຍະງານ​ມະ​ຫະ​ກຳກິລາເອຊຽນເກມຫາງ​ໂຈ່ວ, ຍ້ອນກະຕໍ້ ທ້າວ ທະນົງຄານ ຄຸນມະນີ ໄດ້​ຜູກ​ມິດ​ສຳພັນທີ່ລືືມ​ຍາກຢູ່ກິ່ງແຂວງປົກຄອງຕົນເອງເຜົ່າລືເຜົ່າຈິງໂພ ເຕີຫົງ.

ວັນທີ 1 ຕຸລາ​ຜ່ານມາ, ການ​ແຂ່ງ​ຂັນເຕະກະຕໍ້ມິດ​ຕະ​ພາບ ພາຍໃຕ້​ຫົວ​ຂໍ້ “ເຕະກະຕໍ້ນໍາກັນເທາະ” ໂດຍມີຊາວໜຸ່ມຈາກປະເທດ​ລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຂົ້າຮ່ວມ ຖືກຈັດຂຶ້ນຢູ່ກິ່ງແຂວງເຕີຫົງ ຊຶ່ງໄດ້ດຶງດູດຄວາມສົນໃຈຈາກຫຼາຍຝ່າຍ. ທ້າວ ທະນົງຄານຄຸນມະນີ ກັບ ​ຊາວໜຸ່ມຜູ້ມັກ​ເຕະກະຕໍ້ຈາກ 6 ປະ​ເທດ ເຊັ່ນ: ຈີນ, ລາວ, ມຽນມາ, ໄທ, ຫວຽດນາມ ເປັນ​ຕົ້ນ ໄດ້ເຂົ້າຮ່ວມກິດຈະກໍາຕ່າງໆກ່ຽວກັບກະຕໍ້ນໍາກັນ, ເລົ່າຄວາມ​ໄຝ່​ຝັນ​ກ່ຽວ​ກັບກະຕໍ້ ​ແລະ ​ອຸ​ດົມ​ການ​ຊາວໜຸ່ມ ລະຫວ່າງ​ຊາວໜຸ່ມຈາກປະເທດຕ່າງໆ.

ບ້ານເກີດຂອງ ທ້າວ ທະນົງຄານ ຄຸນມະນີ ຢູ່ນະຄອນ-ຫຼວງພະບາງ, ໃນຖານະເປັນຫຼັກ​ສູດ​ກິ​ລາຂອງນັກ​ຮຽນມັດມະຍົມຕົ້ນ ກະຕໍ້ໄດ້ດຶງດູດນັກຮຽນຫຼາຍຄົນເຂົ້າຮ່ວມ. ຫຼັງຈາກທ້າວ ທະນົງຄານ ຄຸນມະນີ ມາຮອດປະເທດຈີນແລ້ວ ລາວໄດ້ພົບເຫັນວ່າໝູ່ຮຽນນຳກັນຫຼາຍຄົນກໍມັກກິລາກະຕໍ້ເຊັ່ນກັນ. ທ່າມກາງກິລາທີ່ເຕັມໄປດ້ວຍຄວາມກະຕືລືລົ້ນແບບນີ້, ທຸກຄົນ​ໄດ້​ບາກ​ບັ່ນສູ້ຊົນ ແລະ ຮ່ວມມືກັນ ​ເພີ່ມ​ຄວາມ​ຮັກ​ແພງ​ຊຶ່ງ​ກັນ​ແລະ​ກັນ.ທຸກປີກໍຈະມີຊາວໜຸ່ມທີ່ມາຈາກປະເທດ ແລະ ເຂດແຄວ້ນຕ່າງໆ ມາເຕົ້າໂຮມກັນໃນງານກິລາແຂ່ງຂັນເຕະກະຕໍ້​ລະ​ດັບ​ສາ​ກົນ, ເພື່ອແບ່ງປັນຄວາມ​ຮັກ​ແພງຕໍ່ກິລາ​ນີ້ ຊຶ່ງບໍ່ພຽງແຕ່ເປັນການແຂ່ງຂັນກິ​ລາ​ເທົ່າ​ນັ້ນ, ​ແຕ່ຍັງເປັນໂອກາດການແລກປ່ຽນ​ຊຶ່ງ​ກັນ​ແລະ​ກັນ. ທ້າວ ທະນົງຄານ ຄຸນມະນີ  ເຫັນວ່າ, ໂດຍຜ່ານກິດຈະກໍາເຫຼົ່ານີ້, ​ຊາວໜຸ່ມທັງຫຼາຍສາມາດຖອດ​ຖອນບົດຮຽນນຳ​ກັນ, ​ຮຽນ​ຮູ້ເຕັກນິກການເຕະກະຕໍ້ລະຫວ່າງປະເທດທີ່ແຕກຕ່າງກັນ, ພ້ອມທັງ​ຮັດ​ແໜ້ນສາຍພົວພັນ​ລະ​ຫວ່າງ​ຊາວ​ໜຸ່ມ​ປະ​ເທດ​ຕ່າງໆ. ນີ້ບໍ່ພຽງແຕ່ໄດ້ສົ່ງເສີມການພັດທະນາຂອງກິລາ, ຍັງໄດ້ເພີ່ມທະວີໄມຕິຈິດມິດຕະພາບລະຫວ່າງປະເທດ​ຕ່າງໆ​ອີກ​ດ້ວຍ.

ຂ່າວໂດຍ: ຫຼີລິງ, ຟູ້ຈາງໝິງແຢ້, ຫູຫຼີຊຽນ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ