ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ

ກະຊວງ ຮສສ ເຊັນສັນຍາຮ່ວມມືດ້ານວິຊາການ

ກະຊວງ ຮສສ ເຊັນສັນຍາຮ່ວມມືດ້ານວິຊາການ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງກົມຄຸ້ມຄອງແຮງງານ ແລະ ບັນດາສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ຂຶ້ນໃນວັນທີ 9 ສິງຫາ ນີ້ ທີ່ກະຊວງ ຮສສ

 ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຫົວໜ້າກົມ-ຮອງກົມ, ບັນດາຜູ້ອຳນວຍການ, ຮອງຜູ້ອຳນວຍການຈາກສູນກວດສຸຂະພາບແຮງານລາວ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ສປປ ລາວຈາກ 6 ສູນກວດສຸຂະພາບຄື: ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍກະເສມລາດ, ໂຮງໝໍຫຼັກໄຊ, ໂຮງໝໍອາດບູລີ-ສາກົນ ແລະ ໂຮງໝໍລາວ-ອາຊຽນ ເຂົ້າຮ່ວມ.

ການເຊັນສັນຍາໃນຄັ້ງນີ້ ເປັນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ບົນພື້ນຖານປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະແມ່ນການກວດສຸຂະພາບປະຈໍາ ແລະ ກວດຕາມປັດໃຈສ່ຽງຂອງຜູ້ອອກແຮງງານ ເພື່ອຮັບປະກັນໃຫ້ມີຖານຂໍ້ມູນການກວດສຸຂະພາບຂອງຜູ້ອອກແຮງງານເກັບຮັກສາໄວ້ ເພື່ອເປັນການຕິດຕາມ, ເກັບກຳ, ບັນທຶກຂໍ້ມູນສຸຂະພາບ ແລະ ປະຫວັດການເຮັດວຽກຂອງຜູ້ອອກແຮງງານ ເພື່ອເປັນບ່ອນອີງໃຫ້ແກ່ການວິເຄາະຫາສາເຫດຂອງການເຈັບປ່ວຍ ຫຼື ເສຍຊີວິດ ແລະ ເປັນການຢັ້ງຢືນພະຍາດອາ ຊີບທີ່ເກີດຈາກການເຮັດວຽກ ຊຶ່ງໃນນິຕິກຳໄດ້ກໍານົດວ່າ: ຜູ້ໃຊ້ແຮງງານຕ້ອງໃຫ້ຜູ້ອອກແຮງງານລາວ ແລະ ຕ່າງ ປະເທດໄດ້ຮັບການກວດສຸຂະພາບປະຈຳປີຢ່າງໜ້ອຍປີລະຄັ້ງ, ສຳລັບຜູ້ເຮັດວຽກທີ່ເປັນອັນຕະລາຍ 2 ຄັ້ງ/ປີ ຊຶ່ງບັນດາສູນກວດສຸຂະພາບແຮງງານທີ່ໄດ້ຮັບການອະນຸຍາດຈາກກະຊວງ ຮສສ ໃນການເຄື່ອນໄຫວກວດສຸຂະພາບໃຫ້ຜູ້ອອກແຮງງານມີໜ້າທີ່ສະໜອງການກວດສຸຂະພາບປະຈໍາປີໃຫ້ຜູ້ອອກແຮງງານ ທັງແຮງງານພາຍໃນ ແລະ ຕ່າງປະເທດ ທີ່ອອກແຮງງານຢູ່ ສປປ ລາວ, ແລ້ວລາຍງານຈໍານວນ ແລະ ຜົນການກວດໃຫ້ກົມຄຸ້ມຄອງແຮງງານ ຜ່ານລະບົບລາຍງານອີເລັກໂຕຣນິກ. ຂໍ້ມູນດັ່ງກ່າວນັ້ນຈະລວມສູນຢູ່ຖານຂໍ້ມູູນຂອງກົມຄຸ້ມຄອງແຮງງານ ເພື່ອໃຊ້ໃນການປະເມີນ ແລະ ວິເຄາະມາດຕະຖານດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃນທຸກໆສະຖານທີ່ເຮັດວຽກ ເພື່ອນຳໃຊ້ເປັນຂໍ້ມູນໃຫ້ແກ່ການກໍານົດ, ສ້າງ ແລະ ປັບປຸງບັນດານິຕິກໍາ, ລະບຽບການຕ່າງໆ ແນໃສ່ສ້າງໃຫ້ທຸກສະຖານທີ່ເຮັດວຽກມີລະບົບການປ້ອງກັນຄວາມສ່ຽງ ຄວາມອັນຕະລາຍຕໍ່ຮ່າງກາຍ ແລະ ຈິດໃຈຂອງຜູ້ອອກແຮງງານ ແລະ ສ້າງວັດທະນະທຳຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ນັບມື້ປະກົດຜົນເປັນຈິງ.

ຮ່ວມລົງນາມໃນຄັ້ງນີ້ມີ ທ່ານນາງ ບົວວັນ ປັນຍາວົງ ຮອງຫົວໜ້າກົມຄຸ້ມຄອງແຮງງານ ແລະ ຕາງໜ້າສູນກວດສຸຂະພາບຈາກ 6 ສູນມີ ທ່ານນາງ ມະນິລັກ ຈັນທະບູລີ ປະທານສູນກວດສຸຂະພາບແຮງງານໂຮງໝໍມິດຕະພາບ, ທ່ານ ຄໍາມຸງຄຸນ ບຸນເຮືອງຮຸງ ຮອງອຳນວຍການສູນກວດສຸຂະພາບໂຮງໝໍມະໂຫສົດ; ທ່ານ ພົມມະດີ ເວດສະພົງ ຮອງອຳນວຍການໂຮງໝໍກະເສມລາດ ສູນກວດສຸຂະພາບກະເສມລາດ, ທ່ານນາງ ເພັດໂສດາ ສີພັນດອນ ຮອງອຳນວຍການຝ່າຍບໍລິຫານ ສູນກວດສຸຂະພາບໂຮງໝໍຫຼັກໄຊ, ທ່ານ ສີຫາມະໂນ ບັນນະວົງ ຜູ້ບໍລິ ຫານສູງສຸດ ສູນກວດສຸຂະພາບອາດບູລີ-ສາກົນ ແລະ ທ່ານນາງ ມະໂນໃຈ ທ່ຽງເທບວົງສາ ອຳນວຍການໂຮງໝໍລາວ-ອາຊຽນ ສູນກວດສຸຂະພາບໂຮງໝໍລາວ-ອາຊຽນ.

ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງ ຮສສ ໄດ້ມີຄຳເຫັນໂອ້ລົມຕໍ່ບັນດາສູນກວດສຸຂະພາບແຮງງານ ແລະ ພາກລັດຖະບານ ເພື່ອເຮັດໃຫ້ວຽກງານກວດສຸຂະພາບແຮງງານ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການສ້າງຖານເກັບກຳຂໍ້ມູນ, ການວິເຄາະວິໃຈຜົນການກວດສຸຂະພາບແຮງງານມັນເປັນພັນທະ ແລະ ມີຄວາມສຳຄັນຕໍ່ການເຊື່ອມໂຍງໃນຂົງເຂດອາຊຽນ, ພາກພື້ນ ແລະ ສາກົນ ພ້ອມທັງຮຽກຮ້ອງໃຫ້ທາງສູນກວດສຸຂະພາບ ແລະ ພາກລັດ ຮ່ວມມືກັນຢ່າງເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວສາທະລະນະສຸກ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ເພີ່ມເຕີມ