ກະຊວງ ຖວທ ກະກຽມເປັນເຈົ້າພາບ ຈັດງານມະຫະກຳການທ່ອງທ່ຽວອາຊຽນ

ກະຊວງ ຖວທ ກະກຽມເປັນເຈົ້າພາບ ຈັດງານມະຫະກຳການທ່ອງທ່ຽວອາຊຽນ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກະກຽມຄວາມພ້ອມເປັນເຈົ້າພາບ ຈັດງານມະຫະກຳການທ່ອງທ່ຽວອາຊຽນ ASEAN Tourism Forum 2024 (ATF 2024) ຂຶ້ນໃນວັນທີ 5 ຕຸລາ ນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍຜູ້ຕາງ          ໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
       ກອງປະຊຸມຄັ້ງນີ້, ບັນດາອະນຸກຳມະການຕ່າງໆທີ່ກ່ຽວຂ້ອງ ໄດ້ຜັດປ່ຽນກັນຂຶ້ນລາຍງານຄວາມຄືບໜ້າການກະກຽມວຽກງານຮອບດ້ານຂອງຕົນທີ່ກ່ຽວຂ້ອງກັບ ATF 2024 ພ້ອມທັງປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານ ຊອກຫາວິທີການທີ່ເໝາະສົມ ເພື່ອເຮັດໃຫ້ການກະກຽມວຽກງານດ້ານຕ່າງໆ ໃຫ້ບັນລຸຜົນສຳເລັດຕາມແຜນທີ່ກຳນົດໄວ້.
ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບໃຈມາຍັງຂະເເໜງການທີ່ກ່ຽວຂ້ອງ ກໍຄືແຕ່ລະອະນຸກຳມະການ ລວມທັງພາກທຸລະກິດທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ໃນການປະສານງານ, ການຈັດກອງປະຊຸມຍ່ອຍແຕ່ລະໜ່ວຍງານ ແລະ ໄດ້ມີການຊຸກຍູ້, ຕິດຕາມວຽກງານຮ່ວມກັນ ໄດ້ດຳເນີນໄປເປັນປົກກະຕິ ແລະ ເຮັດໃຫ້ວຽກງານແຕ່ລະດ້ານໄດ້ຮັບການຈັດຕັ້ງປະຕິບັດ. ທ່ານລັດຖະມົນຕີ ຍັງໄດ້ເນັ້ນໃຫ້ທຸກຂະແໜງ ການທີ່ກ່ຽວຂ້ອງຮ່ວມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆປິ່ນອ້ອມໃຫ້ມີຜົນສຳເລັດຕາມຄາດໝາຍ ເປັນຕົ້ນ ຕ້ອງກຳນົດແຜນລະອຽດພິທີເປີດ, ພິທີປິດ ATF 2024, ການຈັດເວທີກອງປະຊຸມ, ການຕົບແຕ່ງເວທີມອບລາງວັນ ແລະ ງານຖະແຫຼງຂ່າວ; ປັບປຸງຄືນຮ່າງແຜນການເຄື່ອນໄຫວ ATF 2024; ສ້າງລາຍການທ່ອງ ທ່ຽວໃຫ້ແກ່ຄະນະຜູ້ແທນ ແລະ ລາຍການຂາຍທ່ອງທ່ຽວ; ຈັດຕາຕະລາງລົດຂົນສົ່ງ ແລະ ລົດຕູ້ບໍລິການໃຫ້ເຊົ່າ; ຄວາມພ້ອມກ່ຽວກັບບັນດາຮ້ານອາຫານ ເພື່ອຮັບປະກັນທາງດ້ານຄຸນນະພາບຄວາມສະອາດ, ຄວາມປອດໄພ; ຄວາມພ້ອມກ່ຽວກັບລະບົບໄຟ, ແສງ, ສີ, ສຽງ ໃນເວທີກອງປະຊຸມ ແລະ ງານຕ່າງໆ; ການອຳ ນວຍຄວາມສະດວກແຈ້ງເຂົ້າ-ອອກເມືອງຂອງຄະນະຜູ້ແທນ, ການນຳເຂົ້າສິນຄ້າ, ສິ່ງພິມ ແລະ ອຸປະກອນທີ່ຈຳເປັນຂອງຄະນະຜູ້ແທນ; ການກຳນົດຈຸດປ້າຍໂຄສະນາກອງປະຊຸມ ATF 2024 ຢູ່ສະໜາມບິນວັດໄຕ, ຫ້ອງປະຊຸມ 6 ໂຮງແຮມທາງການ ແລະ ຕາມເສັ້ນທາງຈຳນວນໜຶ່ງທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ອະນຸມັດ; ອອກແບບກ່ຽວກັບຮ້ານວາງສະແດງການທ່ອງທ່ຽວຂອງລາວ; ກະກຽມບັດເຊີນຈັດສົ່ງໃຫ້ປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອເຂົ້າຮ່ວມງານ ແລະ ວຽກງານສົມທົບນຳກອງເລຂາອາຊຽນເພື່ອກະກຽມເນື້ອໃນ, ວາລະກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວທ່ອງທ່ຽວ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ໃນຍຸກທີ່ໂລກກຳລັງປ່ຽນແປງ ທັງດ້ານສະພາບອາກາດ ແລະ ວິຖີຊີວິດຂອງມະນຸດ, ການທ່ອງທ່ຽວບໍ່ເປັນພຽງແຕ່ການເດີນທາງເພື່ອພັກຜ່ອນ ຫຼື ຊົມຄວາມງາມຂອງທຳມະຊາດເທົ່າ​ນັ້ນ, ແຕ່ໄດ້ກາຍເປັນ “ຄວາມຮັບຜິດຊອບ” ທີ່ທຸກຄົນຕ້ອງຮ່ວມກັນຮັກສາ. ການຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດ ລ້ອມ ຈຶ່ງກາຍເປັນກະແສໃໝ່ທີ່ບໍ່ອາດຂ້າມຜ່ານໄດ້ເປັນທັງໂອກາດ ແລະ ຄວາມທ້າທາຍໃນເວລາດຽວກັນ.
ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.
ເພີ່ມເຕີມ