KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພານີ້ ວ່າ: ສະຖາບັນການພັດທະນາເກົາຫຼີ (KDI) ຊຶ່ງເປັນອົງການຂອງລັດຖະບານ ສ ເກົາຫຼີ ໄດ້ຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດ ສ ເກົາຫຼີ ໃນປີ 2025 ລົງເຖິງ 50% ເຫຼືອພຽງ 0.8% ຈາກໂຕເລກການຄາດຄະເນທີ່ຜ່ານມາ 1.6%, ໂດຍລະບຸວ່າການຄ້າໃນທົ່ວໂລກມີຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະ ການສົ່ງອອກຊ້າລົງ.

 

ຂ່າວລະບຸວ່າ: ໂຕເລກຄາດຄະເນເສດຖະກິດຂອງ KDI ແມ່ນຮ້າຍແຮງກວ່າການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ທີ່ຄາດຄະເນວ່າເສດຖະກິດ ສ ເກົາຫຼີ ຈະຂະຫຍາຍຕົວ 1% ໃນປີ 2025 ແລະ ຕ່ຳກວ່າອົງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (OECD) ທີ່ຄາດຄະເນວ່າຈະຂະຫຍາຍຕົວ 1.5%.

KDI ລະບຸໃນບົດລາຍງານທ່າອ່ຽງເສດຖະກິດສະບັບຫຼ້າສຸດທີ່ນຳອອກມາເຜີຍແຜ່ໃນວັນທີ 14 ພຶດສະພາ ຜ່ານມາວ່າ: ເມື່ອພິຈາລະນາຈາກສະພາບການທັງພາຍໃນ ແລະ ຕ່າງປະເທດ ພົບວ່າເສດຖະກິດຂອງ ສ ເກົາຫຼີ ມີທ່າອຽງຂະຫຍາຍຕົວໃນຈັງຫວະຊ້າລົງ. ເນື່ອງຈາກສະພາບການການຄ້າ ແລະ ການສົ່ງອອກທີ່ຊຸດໂຊມລົງ ພ້ອມທັງລະບຸເຖິງສະພາບການຄ້າທີ່ເຄັ່ງຕຶງໃນທົ່ວໂລກເມື່ອບໍ່ດົນມານີ້. ໂດຍຊີ້ອອກວ່າ, ສະຫະລັດ ອາເມຣິກາ ໄດ້ປັບຂຶ້ນອັດຕາພາສີໃນເດືອນເມສາ ຜ່ານມາ ຍິ່ງເພີ່ມຄວາມບໍ່ແນ່ນອນໃຫ້ແກ່ນະໂຍບາຍການຄ້າ

KDI ຍັງລະບຸວ່າ: ເຖິງແມ່ນວ່າອຸດສາຫະກໍາ semiconductor ດຳເນີນງານຂ້ອນຂ້າງດີ, ແຕ່ວ່າການສົ່ງອອກຊ້າລົງໂດຍລວມ. ເນື່ອງຈາກຂະແໜງການອື່ນໆດຳເນີນການຫຼຸດລົງ ພ້ອມກັບຄາດຄະເນວ່າການສົ່ງອອກຈະຊຸດໂຊມລົງໃນຫຼາຍເດືອນຕໍ່ໜ້າຍ້ອນຜົນກະທົບຈາກການຂຶ້ນພາສີ.

ທັງນີ້, KDI ເຕືອນວ່າ: ການປ່ຽນແປງທາງດ້ານປະຊາກອນ ແລະ ຄວາມບໍ່ແນ່ນອນທາງດ້ານເສດຖະກິດທີ່ເພີ່ມຂຶ້ນຈະສ້າງຄວາມກົດດັນໃຫ້ຕະຫຼາດແຮງງານປະເຊີນກັບການຫຼຸດລົງ. ໂດຍຄາດວ່າຈຳນວນປະຊາກອນທີ່ມີວຽກເຮັດງານທຳຈະເພີ່ມຂຶ້ນພຽງ 90,000 ຄົນໃນປີ 2025, ຫຼຸດລົງຈາກ 160,000 ຄົນໃນປີກາຍ ແລະ ຄາດວ່າໂຕເລກດັ່ງກ່າວຈະຫຼຸດລົງເຖິງ 70,000 ໃນປີ 2026, ໃນຂະນະທີ່ອັດຕາການວ່າງງານຄາດວ່າຈະເພີ່ມຂຶ້ນເຖິງ 3% ໃນປີ2025 ແລະ 2026, ຈາກ 2.8% ໃນປີກາຍນີ້.

ນອກຈາກນີ້, KDI ຍັງຄາດຄະເນວ່າ: ອັດຕາເງິນເຟີ້ຈະເພີ່ມຂຶ້ນເລັກນ້ອຍໃນປີນີ້. ເນື່ອງຈາກຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ແລະ ລາຄານ້ຳມັນທີ່ຫຼຸດລົງ, ດັດຊະນີລາຄາໃຊ້ສອຍ (CPI) ຄາດວ່າຈະເພີ່ມຂຶ້ນ 1.7% ໃນປີ 2025 ແລະ ເພີ່ມຂຶ້ນ 1.8% ໃນປີ 2026.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ເພີ່ມເຕີມ