ໄຂ້ຍຸງລາຍມີ 3 ອາການເຕືອນ

ໄຂ້ຍຸງລາຍມີ 3 ອາການເຕືອນ

ໄຂ້ຍຸງລາຍມີ 3 ອາການເຕືອນ
ໂດຍ: ວັນເພັງ ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ແມ່ນພະຍາດທີ່ມັກເກີດຂຶ້ນໃນລະດູຝົນ, ຊຸມຊົນແອອັດ ແລະ ເກີດຂຶ້ນຍ້ອນເຊື້ອພະຍາດ ໂດຍແມ່ນຍຸງລາຍເປັນພາຫະນະນໍາເຊື້ອ. ຍຸງລາຍນີ້ເປັນໂຕສີດໍາສະຫຼັບຂາວ ຢູ່ຕາມຕົນຕົວຂອງມັນ, ຖ້າຍຸງລາຍໄປກັດຄົນທີ່ມີເຊື້ອໄຂ້ຍຸງລາຍ ກໍຈະຂະ ຫຍາຍຕົວຢູ່ໃນຍຸງ, ເມື່ອຍຸງໂຕນີ້ໄປກັດຄົນອື່ນໆ ທີ່ມີສຸຂະພາບແຂງແຮງກໍຈະສົ່ງເຊື້ອພະຍາດໄຂ້ຍຸງລາຍໃສ່ຄົນຕໍ່ໄປໄດ້.

 

ສໍາລັບອາການຂອງພະຍາດໄຂ້ຍຸງລາຍມີ 3 ປະເພດຄື: 1) ໄຂ້ຍຸງລາຍບໍ່ມີອາການເຕືອນ: ພະຍາດໄຂ້ຍຸງລາຍ ໂດຍທົ່ວໄປແມ່ນມີອາການຄ້າຍຄືໄຂ້ຫວັດ ແລະ ມີອາການປະມານ 2-7 ມື້. ຕາມປົກກະຕິແລ້ວຈະສະແດງອາການພາຍຫຼັງຍຸງກັດ 4-10 ມື້ ຊຶ່ງອາການສະແດງອອກຈະມີໄຂ້ສູງ ແລະ ມີຢ່າງໜ້ອຍ 2 ອາການຄື: ເຈັບຫົວ, ເຈັບກະໂບງຕາ, ປວດຮາກ, ຮາກ, ໜ້າຕາແດງ, ຕ່ອມນໍ້າເຫຼືອງໃຫຍ່, ປວດຕາມຂໍ້, ກະດູກ, ກ້າມຊີ້ນ ຫຼື ມີຕຸ່ມຕາມໂຕ; 2) ໄຂ້ຍຸງລາຍມີອາການເຕືອນ: ອາການສະແດງອອກເຈັບທ້ອງແຮງ ຫຼື ທ້ອງເບັງ, ຮາກຕະຫຼອດ, ມີອາການອັ່ງນໍ້າ, ເລືອດອອກຕາມເຫຍື່ອເມືອກ, ງ້ວງຊຶມ, ເມື່ອຍແຮງ ແລະ 3) ໄຂ້ຍຸງລາຍຮ້າຍແຮງ: ເມື່ອກ້າວເຂົ້າສູ່ໄລຍະອັນຕະລາຍ, ໃນໄລຍະນີ້ຈະໃຊ້ ເວລາປະມານ 3-7 ມື້ ພາຍຫຼັງມື້ທຳອິດຂອງອາການໄຂ້. ອາການໄຂ້ຈະເຊົາ ຫຼື ຫຼຸດລົງ ແຕ່ບໍ່ໄດ້ໝາຍຄວາມວ່າຄົນເຈັບຈະເຊົາແລ້ວ. ແຕ່ໃນທາງກົງກັນຂ້າມ ຄົນເຈັບອາດຈະສາມາດເປັນໄຂ້ຍຸງລາຍຮ້າຍແຮງໄດ້ ຕ້ອງໄດ້ເອົາໃຈໃສ່ຕິດຕາມອາການເຕືອນຕ່າງໆ ເຊັ່ນ: ຫາຍໃຈໄວ, ມີອາການເຈັບທ້ອງຮຸ່ນແຮງ, ຮາກຫຼາຍເທື່ອຕໍ່ເນື່ອງ, ເລືອດເຟັນແຂ້ວອອກ, ຮາກອອກເລືອດ, ອິດເມື່ອຍ ຫຼື ເຈັບໜ້າເອິກ.

ຢ່າງໃດກໍຕາມ ພະຍາດໄຂ້ຍຸງລາຍບໍ່ມີຢາປິ່ນປົວໂດຍສະເພາະ. ສະນັ້ນ, ເມື່ອຮູ້ສຶກບໍ່ສະບາຍ ບໍ່ຄວນຊື້ຢາມາກິນເອງ ຄວນໄປພົບແພດໃກ້ບ້ານທ່ານເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາ ແລະ ອື່ນໆ ທີ່ໃຫ້ບໍລິການ ເພື່ອປິ່ນປົວໃຫ້ຖືກຕ້ອງ ແລະ ທັນເວລາ. ສິ່ງສໍາຄັນເມື່ອສົງໄສເປັນໄຂ້ຍຸງລາຍຮ້າຍແຮງ, ຄົນເຈັບຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດຈາກແພດໝໍໃນທັນທີ.

(ຂໍ້ມູນ: ກະຊວງສາທາລະນະສຸກ)

ຄໍາເຫັນ

ຂ່າວສາທະລະນະສຸກ

18 ມິຖຸນາ ວັນແພດລາວທີ່ມີຄວາມໝາຍໃນຂະແໜງການສາທາລະນະສຸກ

18 ມິຖຸນາ ວັນແພດລາວທີ່ມີຄວາມໝາຍໃນຂະແໜງການສາທາລະນະສຸກ

ໂດຍ: ວັນເພັງ ວັນແພດລາວແມ່ນວັນໜຶ່ງທີ່ມີຄວາມໝາຍເປັນປະຫວັດສາດອັນລໍ້າຄ່າຂອງຂະແໜງການສາທາລະນະສຸກ, ເນື່ອງໃນວັນແພດລາວ 18 ມິຖຸນາ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025), ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄຳເຫັນຕໍ່ວັນດັ່ງກ່າວເມື່ອບໍ່ດົນມານີ້
ຈຳປາສັກ ຈັດສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ

ຈຳປາສັກ ຈັດສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ

ວັນທີ 17 ມິຖຸນາຜ່ານມາ ທີ່ຫໍວັດທະນະທໍາ ຫຼັກ 7 ແຂວງຈຳປາສັກ ຮ່ວມກັບ ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມີຖຸນາ ປະຈໍາປີ 2025, ໂດຍເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ປະທານກິດຕິມະສັກ ອົງການກາແດງແຂວງ, ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ.
ການນໍາໂຮງໝໍແຂວງຈໍາປາສັກ​ ສະແດງທັດສະນະຕໍ່ກັບວັນແພດລາວ

ການນໍາໂຮງໝໍແຂວງຈໍາປາສັກ​ ສະແດງທັດສະນະຕໍ່ກັບວັນແພດລາວ

ເນື່່ອງໃນໂອກາດວັນແພດລາວ ທີ່ໝູນວຽນມາບັນຈົບຄອບຮອບ 60​ ປີ​ (18/6/1965-​18/6/2025),​ ທ່ານ​ ຄິດສະແຫວງ​ ສີສຸລາດ​ ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ໄດ້ຕາງໜ້າຄະນະພັກ​-​ຄະນະນໍາ ແລະ​ ພະນັກງານ​ ຊ່ຽວຊານແພດໝໍ​ສະແດງທັດສະນະວ່າ: ວັນແພດລາວ ແມ່ນວັນທີ່ມີຄວາມໝາຍເພື່ອລະນຶກເຖິງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ ໂດຍສະເພາະ ເພື່ອຈາລຶກບຸນຄຸນ​ຕໍ່ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ໄດ້ເສຍສະຫຼະຊີວິດ,​ ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເປັນເຈົ້າການໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ.​
ການບໍລິຈາກເລືອດ ແລະ ຄວາມຮູ້ສຶກຂອງຜູ້ບໍລິຈາກ

ການບໍລິຈາກເລືອດ ແລະ ຄວາມຮູ້ສຶກຂອງຜູ້ບໍລິຈາກ

ໂດຍ: ແສງຈັນ ເລືອດ ເປັນສິ່ງສຳຄັນສຳລັບຊີວິດມະນຸດເຮົາ, ການບໍລິຈາກເລືອດ ເພື່ອເປັນຜະລິດຕະພັນເລືອດ ຊ່ວຍໃນການປິ່ນປົວຄົນເຈັບ; ສະນັ້ນ, ການບໍລິຈາກເລືອດ ຈຶ່ງມີຄວາມສຳຄັນ ແລະ ມີຄວາມຈໍາເປັນຕ້ອງໄດ້ຈັດໃຫ້ມີກິດຈະກຳບໍລິຈາກ ເພື່ອສ້າງຄວາມສຳນຶກໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຂະນະທີ່ຜູ້ມາຮ່ວມບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ຕາງກໍມີຄວາມພູມໃຈ ແລະ ດີໃຈ ທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອດັ່ງກ່າວ.
ຫຼວງນໍ້າທາເປີດບໍລິການ ຫ້ອງກວດພະຍາດ

ຫຼວງນໍ້າທາເປີດບໍລິການ ຫ້ອງກວດພະຍາດ

ໃນວັນທີ 12 ມິຖຸນາຜ່ານມາ ທີ່ຫ້ອງການສາທາລະນະສຸກ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາໄດ້ຈັດພິທີເປີດໃຫ້ບໍລິການຫ້ອງກວດພະຍາດ ແລະ ປິ່ນປົວສຸຂະພາບຂອງຫ້ອງການສາທາລະນະສຸກເມືອງຫຼວງນໍ້າທາ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງ.
ສາທາສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2024

ສາທາສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2024

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງຂະແໜງສາທາລະນະສຸກປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2025

ສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2025

ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2025 (World Blood Donor Day 2025) ພາຍໃຕ້ຄຳຂວັນ “ໃຫ້ເລືອດ ໃຫ້ຄວາມຫວັງ, ຮ່ວມໃຈກັນຊ່ວຍຊີວິດ” ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ທັງເປັນຮອງປະທານ ຄະນະກຳມະການສົ່ງເສີມ ການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈຳການ; ທ່ານ ໄພວັນ ແກ້ວປະເສີດ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນຊາວນະ ຄອນຫຼວງວຽງຈັນເຂົ້າຮ່ວມ.
ແຂວງວຽງຈັນ ປັບປຸງການຈັດຕັ້ງຫຼາຍຕໍາແໜ່ງ

ແຂວງວຽງຈັນ ປັບປຸງການຈັດຕັ້ງຫຼາຍຕໍາແໜ່ງ

ໃນວັນທີ 11 ມິຖຸນານີ້, ທີ່ຫ້ອງປະຊຸມພະແນກສາທາລະນະສຸກ ແຂວງວຽງຈັນ ໄດ້ມີພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຜູ້ເກົ່າ ແລະ ໃໝ່, ເຂົ້າຮ່ວມໂດຍ ທ່ານ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄຳປະສົງ ເທບປັນຍາ ຄະນະພັກກະຊວງຫົວໜ້າກົມຈັດຕັ້ງ, ກະຊວງສາທາລະນະສຸກ.
  ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

ວັນທີ 5 ມິຖຸນາ ຜ່ານມາ, ຄະນະວິທະຍາຄານການແພດກອງທັບ ໄດ້ລົງຕິດຕາມການສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງຂອງນັກສຶກສາຫ້ອງແພດຊ່ຽວຊານຂັ້ນ I ສາຍພາຍນອກ ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີສະຫາຍ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາຄານການແພດກອງທັບ, ກໍາມະການ ແລະ ອະນຸກໍາມະການ.
ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ຈັດກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ເພື່ອສະເຫຼີມສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: ເປີດໂປ່ງກົນລະຍຸດຂອງທຸລະກິດຢາສູບ ໃນການເພີ່ມຄວາມດຶງດູດໃຫ້ສິນຄ້າທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂຶ້ນໃນວັນທີ 30 ພຶດສະພານີ້ທີ່ສູນຮ່ວມມືສາກົນ
ເພີ່ມເຕີມ