ພິທີສະເຫຼີມສະຫຼອງວັນເບົາຫວານໂລກ

ຄະນະແພດສາດມວສສະເຫຼີມສະຫຼອງວັນເບົາຫວານໂລກປະຈຳປີ 2024

ຄະນະແພດສາດມວສສະເຫຼີມສະຫຼອງວັນເບົາຫວານໂລກປະຈຳປີ 2024
ຄະນະແພດສາດມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີສະເຫຼີມສະຫຼອງວັນເບົາຫວານໂລກປະຈຳປີ 2024 ຂຶ້ນໃນວັນທີ

 

 8 ພະຈິກນີ້ທີ່ມວສ ໂດຍການເຂົ້າຮ່ວມຂອງທ່ານຄໍາປະສົງ ເສດຖາວັນໄຊ ຮອງອະທິການບໍດີ ມວສ, ມີທ່ານນາງພູວັງແສງເມືອງຄະນະບໍດີຄະນະແພດສາດ, ມີບັນດາຜູ້ຊ່ຽວຊານຈາກໂຮງໝໍຕ່າງໆ, ນັກວິທະຍາກອນແລະ ນັກສຶກສາເຂົ້າຮ່ວມ.

ທ່ານຄໍາປະສົງເສດຖາວັນໄຊ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນເບົາຫວານໂລກ, ພະຍາດເບົາຫວານແມ່ນພະຍາດໜຶ່ງທີ່ເກີດມາຈາກການປັ່ນປ່ວນທາງດ້ານການເຜົາປ່ຽນທາດທີ່ບໍ່ສົມສ່ວນເຮັດໃຫ້ເກີດມີພາວະທາດນໍ້າຕານສູງຂຶ້ນໃນເລືອດກາຍເປັນພະຍາດເບົາຫວານດົນໄປກໍຈະເຮັດໃຫ້ເກີດການທໍາລາຍຫຼາຍອະໄວຍະວະຕ່າງໆ ໂດຍສະເພາະແມ່ນຫົວໃຈ-ເສັ້ນເລືອດ, ໄຂ່ຫຼັງ, ຕາ, ເສັ້ນປະສາດ ແລະ ອື່ນໆ. ການສະເຫຼີມສະຫຼອງວັນເບົາຫວານໂລກ ຊຶ່ງມີການປະຕິບັດກິດຈະກຳຕ່າງໆ ໂດຍແນໃສ່ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດເບົາຫວານການຊອກຮູ້ບັນຫາແຕ່ຫົວທີ ການດູແລປິ່ນປົວຄົນທີ່ເປັນພະຍາດເບົາຫວານ ແລະ ຄົນທີ່ເປັນພະຍາດເບົາຫວານຮ່ວມກັບພະຍາດອື່ນເຊັ່ນ: ພະຍາດຫົວໃຈເສັ້ນເລືອດ, ພະຍາດໄຂ່ຫຼັງຊຸດໂຊມ ແລະ ອື່ນໆ.ຈໍານວນຄົນທີ່ເປັນພະຍາດເບົາຫວານໄດ້ມີທ່າອ່ຽງນັບມື້ນັບສູງຂຶ້ນໂດຍສະເພາະແມ່ນຢູ່ໃນປະເທດກຳລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວ ຊຶ່ງໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສຸຂະພາບເປັນໄພອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງຄົນໃນທົ່ວໂລກຈໍານວນບໍ່ໜ້ອຍ.ປັດຈຸບັນທຸກໆ 11 ຄົນໃດຈະມີ 1 ຄົນເປັນເບົາຫວານ, ທຸກໆ 1 ວິນາທີຈະມີ 3 ຄົນຖືກບົ່ງມະຕິວ່າເປັນເບົາຫວານ ແລະ ທຸກໆ 6 ວິນາທີຈະມີຄົນຕາຍຍ້ອນພະຍາດເບົາຫວານ 1 ຄົນ.ປີ 2021, ຄາດຄະເນວ່າໃນເກນອາຍຸ 20-79 ປີມີຫຼາຍກວ່າ 6,7 ລ້ານຄົນມີການຕາຍທີ່ມີການພົວພັນກັບພະຍາດເບົາຫວານ.ປີ 2021, ໂຕເລກຄາດຄະເນຈະມີ 541 ລ້ານຄົນກຽມເປັນເບົາຫວານ, ຈະມີຄົນເປັນເບົາຫວານ 537 ລ້ານຄົນ, ຄ່າໃຊ້ຈ່າຍໂດຍກົງໃນການປິ່ນປົວເບົາຫວານເກືອບບັນລຸ 1,000 ຕື້ໂດລາ.ໃນປີ 2030 ຄົນເປັນເບົາຫວານຈະເພີ່ມຂຶ້ນເປັນ 643 ລ້ານຄົນ ແລະ ຮອດປີ 2045 ຄົນເປັນເບົາຫວານຈະເພີ່ມຂຶ້ນເປັນ 783 ລ້ານຄົນ,ສໍາລັບຢູ່ປະເທດລາວແມ່ນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ, ສະຖິຕິຄົນເປັນພະຍາດເບົາຫວານຢູ່ໃນປະເທດເຮົາມີທ່າອ່ຽງນັບມື້ນັບສູງຂຶ້ນເຊັ່ນດຽວກັນ.

ທ່ານນາງພູວັງແສງເມືອງໄດ້ກ່າວວ່າ:ພະຍາດເບົາຫວານເປັນພະຍາດບໍ່ຕິດຕໍ່, ມີການພັດທະນາທາງດ້ານກາຍວິພາກພະຍາດແບບຕໍ່ເນື່ອງ, ເປັນພະຍາດທີ່ພົບຫຼາຍໃນທົ່ວໂລກ ມີສາເຫດຈາກທາງພັນທຸກຳ, ອາຍຸ, ຄວາມອ້ວນ, ການດື່ມເຫຼົ້າ,ສູບຢາ, ປະຫວັດເປັນພະຍາດຄວາມດັນເລືອດສູງ ການກິນອາຫານທີ່ມີລົດຫວານ ລົດມັນເຄັມ ບັນຫາຂອງຄົນເຈັບທີ່ເປັນພະຍາດເບົາຫວານໄດ້ແກ່ການເກີດພາວະແຊກຊ້ອນຊຶ່ງມີ 2 ປະເພດຄື: ພະວະກະທັນຫັນໄດ້ແກ່: ພາວະນໍ້າຕານໃນເລືອດສູງ ກົດອັ່ງໃນເລືອດຊຶມບໍ່ຮູ້ສຶກຕົວ ຈາກລະດັບນໍ້າຕານໃນເລືອດສູງ ແລະລະດັບນໍ້າຕານໃນເລືອດຕໍ່າ. ສ່ວນພາວະແຊກຊ້ອນຊໍາເຮື້ອມີການເກີດຂຶ້ນຄ່ອຍເປັນຄ່ອຍໄປ ອາດເກີດຂຶ້ນໃນທຸກລະບົບຂອງຮ່າງກາຍໄດ້ແກ່: ພາວະແຊກຊ້ອນທາງລະບົບປະສາດ, ລະບົບຫົວໃຈເສັ້ນເລືອດຕາ ແລະ ໄຂ່ຫຼັງ. ສະນັ້ນ, ພະຍາດເບົາຫວານສົ່ງຜົນກະທົບໃສ່ສຸຂະພາບຢ່າງຫຼວງຫຼາຍເຊັ່ນ: ເກີດຄວາມພິການທາງຮ່າງກາຍ, ຈິດໃຈແລະສົ່ງຜົນກະທົບທາງດ້ານເສດຖະກິດແລະອື່ນໆ. ພາຍໃນງານມີກິດຈະກໍາກວດສຸຂະພາບ, ການສະແດງລະຄອນ ແລະ ອື່ນໆ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ