ຂະແໜງອະນາໄມ ສົ່ງເສີມສຸຂະພາບແຂວງສາລະວັນ ສຸມໃສ່ວຽກງານໂພຊະນາການເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່-ເດັກ

ຂະແໜງອະນາໄມ ສົ່ງເສີມສຸຂະພາບແຂວງສາລະວັນ ສຸມໃສ່ວຽກງານໂພຊະນາການເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່-ເດັກ
ໂດຍ:ບຸນຕອມ
ຂະແໜງອະນາໄມ ສົ່ງເສີມສຸຂະພາບສຸມໃສ່ໃນການລົງໂຄສະນາສຸຂະສຶກສາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມສຳຄັນຂອງ ວຽກງານໂພຊະນາການ ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່-ເດັກ ບັນຫາການຂາດສານອາຫານ ເດັກເຕ້ຍ ນ້ຳໜັກຕ່ຳກ່າວມາດຕະຖານ ແລະ ອື່ນໆ ທັງນີ້ກໍເພື່ອແນໃສ່ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ ໃຫ້ບັນລຸຕາມ 11 ໂຕຊີ້ບອກທີ່ສະພາແຫ່ງຊາດຮັບຮອງ.
ທ່ານ ບຸນກອງໄຊສົມບັດຫົວໜ້າຂະແໜງອະນາໄມ ສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ຄະນະນັກຂ່າວຈາກສູນກາງໃນວັນທີ 9 ມັງກອນຜ່ານມາວ່າ:ໂດຍລວມແລ້ວໃນ 11 ຕົວຊີ້ບອກດ້ານສາທາລະນະສຸກໃນປີ 2023 ສາມາດບັນລຸໄດ້ທຸກຕົວຊີ້ວັດ,ແຕ່ງຍັງມີບາງເມືອງຍັງບໍ່ທັນບັນລຸຕົວຊີ້ບອກດ້ານໂພຊະນາການ, ຕາມຄາດໝາຍທີ່ສູນກາງວາງໄວ້ຫຼື ວ່າສະພາຮັບຮອງບັນລຸຄາດໝາຍແມ່ນ 30%,ປັດຈຸບັນນີ້ນ້ຳໜັກບໍ່ໄດ້ມາດຕະຖານແມ່ນໄດ້ 12% ກໍບັນລຸຄາດໝາຍ,ສຳລັບເດັກລວງສູງບໍ່ໄດ້ມາດຕະຖານໄດ້ຢູ່ 15%ກໍຍັງບັນລຸຄາດໝາຍ, ສະນັ້ນ ບາງເມືອງສູງໂດຍສະເພາະແມ່ນເມືອງຕະໂອ້ຍແລະເມືອງສະໝ້ວຍເປັນເມືອງພູດອຍເປັນຊົນເຜົ່າ 100% ເຖິງວ່າບັນລຸແຕ່ກໍຍັງສູງຢູ່ຍ້ອນວ່າການດຳລົງຊີວິດຂອງປະຊາຊົນບັນດາເຜົ່າສອງເມືອງນີ້ແມ່ນຕິດພັນກັບທຳມະຊາດການໃຫ້ອາຫານກໍຍັງບໍໍ່ພຽງພໍ,ດ້ານເສດຖະກິດກໍບໍ່ທັນໄດ້ດີ ເປັນສາເຫດເຮັດໃຫ້ອາຫານບໍ່ພຽງພໍແລະໃນແຜນງານແຫ່ງຊາດເພື່ອແມ່-ເດັກເພື່ອສຸຂະພາບຮອດປີ 2025 ພວກເຮົາກໍມີນະໂຍບາຍສຸມໃສ່ຖືເອົາວຽກງານກິດຈະກຳເຊື່ອມສານເປັນຫຼັກ,ເຊື່ອມສານໝາຍເຖິງການສັກວັກຊິນກັນພະຍາດ,ເຊື່ອມສານກັບວຽກງານແມ່-ເດັກແລະວຽກງານໂພຊະນາການໄປພ້ອມກັນ ໂດຍຈັດຕັ້ງປະຕິຍັດປີໜຶ່ງ 4 ຄັ້ງ,ພວກເຮົາຈະເຮັດເປັນທີມງານລົງໄປຮອດບ້ານແລະປະຕິບັດຢູ່ບ້ານແລະຢູ່ສຸກສາລາຫຼືຄົງທີ່ຈາກນັ້ນນະໂຍບາຍສະເພາະກ່ຽວກັບວຽກງານໂພຊະນາການ ແມ່ນຖືເອົາການປະຕິບັດກິດຈະກຳ ຫຼາຍພາກສ່ວນມີສ່ວນຮ່ວມໂດຍສະເພາະແມ່ນພະແນກກະສິກຳ,ພະແນກສຶກສາທິການແລະກິລາ,ພະແນກແຜນການແລະການລົງທຶນ ໂດຍຖືເອົາພະແນກສາທາລະນະສຸກເປັນໃຈກາງຈັດກອງປະຊຸມປະສານງານທຸກໆໄຕມາດຂຶ້ນ,ສ່ວນການປະເມີນທັດສະນາຄະຕິຄວາມເຂົ້າໃຈຂອງຜູ້ປົກຄອງເດັກ ເຖິງປັດຈຸບັນນີ້ພວກເຮົາບໍໄດ້ປະເມີນພຽງແຕ່ເຮົາລົງຕິດຕາມຊຸກຍູ້ບາງຈຸດແລະພື້ນຖາມການເປັນຢູ່ຂອງປະຊາຊົນຢູ່ໃນບ້ານນັ້ນ ແຕ່ປະເມີນເປັນລະບົບເຮົາຍັງບໍ່ທັນໄດ້ປະເມີນ, ສ່ວນຂໍ້ຫຍຸ້ງຍາກດ້ານໂພຊະນາການເຮົາກໍມີຫຼາຍຢ່າງໂດຍສະເພາະປັດຈຸບັນນີ້ແມ່ນອຸປະກອນການປະເມີນກໍບໍໍ່ພຽງພໍແລະການປະເມີນໂຮງໝໍການພົວພັນແມ່ລູກ,ການລ້ຽງລູກດ້ວຍນ້ຳນົນແມ່ກໍບໍ່ໄດ້ເຮັດການປະເມີນອັນນີ້ແມ່ນຄວາມຫຍຸ້ງຍາກ.ສຳລັບການຊ່ວຍເຫຼືອທີ່ຜ່ານມາແມ່ນມີຫຼາຍອົງການເປັນຕົ້ນແມ່ນອົງການອຸຍນີເຊັບໄດ້ສະໜັບສະໜູນປີ 2023 ແມ່ນພວກເຮົາໄດ້ອຸປະກອນການປະເມີນໂພຊະນາການແມ່ນຊິງຊັ່ງນ້ຳໜັກ,ໄມ້ແທກລວງສູງ,ອາຫານເສີມໂດຍສະເພາແມ່ນຢາຂ້າແມ່ທອງ.ສຳລັບການວິເຄາະການປະເມີນຄວາມຮູ້,ຄວາມເຂົ້າໃຈຂອງປະຊາຊົນຂອງຜູ້ປົກຄອງເດັກພວກເຮົາຍັງບໍ່ທັນໄດ້ປະຕິບັດສະນັ້ນສະເໜີໃຫ້ທາງອົງການຈັດຕັ້ງສາກົນແລະພັກ-ລັດໃຫ້ການສະໜັບສະໜູນຕື່ມ,ການຕິດຕາມຊຸກຍູ້ປະເມີນຄືນຄວາມຄືບໜ້າຂອງກິດຈະກຳດັ່ງກ່າວພວກເຮົາບໍ່ມີງົບປະມານແລະຢາກສະເໜີໃຫ້ທາງອຳນາດການປົກຄອງຂັ້ນສູນກາງ,ຂັ້ນແຂວງ,ຂັ້ນເມືອງ ໃຫ້ເອົາໃຈໃສ່ຊ່ວຍຕື່ມກ່ຽວກັບການປະຕິບັດກິດຈະກຳດ້ານໂພຊະນາການໂດຍສະເພາະເຮັດໃຫ້ມີການສະໜອງ ແລະຈັດຫາອາຫານໃຫ້ຫຼາຍຂຶ້ນ,ປຸກລະດົມຜູ້ປົກຄອງນຳພາລູກຫຼານມາບໍລິການນຳແພດທີ່ໄດ້ເຄື່ອນທີ່ລົງບ້ານຫຼືວ່າໄປບໍລິການຢູ່ຕາມຈຸດບໍລິການຕ່າງໆແລະຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ດູແລຮັກສຸຂະພາບເດັກນ້ອຍໃຫ້ປະເມີນການຈະເລີນເຕີບໂຕຫຼື ການພັດທະນາຂອງເດັກຄືນຖ້າວ່າສົງໄສວ່າຂາດອາຫານກໍຕ້ອງໄດ້ເອົາໃຈໃສ່ພາໄປກວດຢູ່ໂຮງໝໍ,ເອົາໃຈໃສ່ການລ້ຽງລູກດ້ວຍນ້ຳນົນແມ່ຈົນຮອດ 6 ເດືອນ ປຸກລະດົມຊ່ວຍເຫຼືອຜູ້ທີ່ມີລູກນ້ອຍເກີດໃໝ່ໃຫ້ໄດ້ເອົາໃຈໃສ່ຕື່ມສຳລັບການລ້ຽງລູກດ້ວຍນ້ຳນົນແມ່ທີ່ເປັນທີ່ມາຂອງການຂາດສານອາຫານຊຳເຮື້ອ.
ສ່ວນການເຄື່ອນໄຫວຂອງຄະນະສື່ມວນຊົນຈາກສູນກາງຢູ່ແຂວງສາລະວັນ ເພື່ອຕິດຕາມສະພາບການຈັດຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກ ມີຂຶ້ນໃນລະຫວ່າງວັນທີ 8-12 ທັນວາ ນີ້ ນຳໂດຍ ທ່ານ ນາງ ນິນລະນາ ພົມມະຈັນ ວິຊາການສູນສະຖິຕິ ແລະ ຂ່າວສານສາທາລະນະສຸກກະຊວງສາທາລະນະສຸກ ແລະ ໃຫ້ການສະໜັບສະໜູນ ຈາກ ສະຫະພາບເອີລົບ EU ໂດຍຜ່ານ ອົງການອຸຍນີເຊັບ (Unicef) ປະຈຳລາວ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ