ໂຄ້ງການຟື້ນຟູທາງດິນແດງເປັນທາງປູຢາງ2ຊັ້ນແຕ່3ແຍກເສັ້ນທາງ13ເໜືອເຊື່ອເສັ້ນທາງຫາແຫຼງທ່ອງທ່ຽວຖ້ຳນອນ

ໂຄ້ງການຟື້ນຟູທາງດິນແດງເປັນທາງປູຢາງ2ຊັ້ນແຕ່3ແຍກເສັ້ນທາງ13ເໜືອເຊື່ອເສັ້ນທາງຫາແຫຼງທ່ອງທ່ຽວຖ້ຳນອນ
ກອງປະຊຸມກວດກາຫນ້າວຽກຂອງໂຄ້ງການຟື້ນຟູທາງດີນແດງເປັນທາງປູຢາງ2ຊັ້ນແຕ່3ແຍກເສັ້ນທາງ13ເໜືອເຊື່ອຕໍ່ເສັ້ນທາງຫາແຫຼງທ່ອງທ່ຽວຖໍ້ານອນ(ທ່າເຮືອ)ບ້ານຫ້ວຍສະເຫງົ້າເມືອງວັງວຽງ ແຂວງ ວຽງຈັນ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາທີ່ຫ້ອງການຖະແຫຼງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານຂອງ  ທ່ານ ນາງ  ແພງຈັນ ແພງເມືອງ ຄະນະປະຈຳພັກກະຊວງ , ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ , ມີທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ,ຊຶ່ງມີຄະນະຮັບຜິດຊອບຂັ້ນເມືອງ ແລະ ອຳນວຍການບໍລິສັດວັນເດີຟູນສຳຫຼອດອອກແບບ ແລະກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວເຂົ້າຮ່ວມ.
   ໃນກອງປະຊຸມທ່ານ ບຸນພັນ ວົງສຳພັນ ອຳນວຍການບໍລິສັດວັນເດີຟູນສຳຫຼອດອອກແບບ ແລະ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວໄດ້ຂຶ້ນລາຍງານກ່ຽວກັບສະພາບຂອງການຈັດຕັ້ງປະຕິບັດບັນດາໜ້າວຽກຕົວຈິງຂອງໂຄງການຟື້ນຟູທາງດິນແດງເປັນເສັ້ນທາງປູຢາງ 2 ຊັ້ນແຕ່ແຍກເສັ້ນທາງເລກທີ 13 ເໜືອ ເຊື່ອມຕໍ່ເສັ້ນທາງຫາແຫຼ່ງທ່ອງທ່ຽວ
ຖໍ້ານອນ (ທ່າເຮືອ) ບ້ານຫ້ວຍສະເຫງົ້າ, ເມືອງວັງວຽງ, ແຂວງວຽງຈັນ, ທີ່ມີມູນຄ່າສ້ອມແປງທັງໝົດ 5.994.000.000 ກີບ  ຊຶ່ງໄດ້ ເລີ່ມລົງມືຈັດຕັ້ງປະຕິບັດໂຄງການນັບແຕ່ວັນທີ 24 ພະຈິກ 2023 ທາງບໍລິສັດໄດ້ຈັດຕັ້ງປະຕິບັດໂຄງການມາຮອດປັດຈຸບັນແມ່ນຈັດຕັ້ງປະຕິບັດໄດ້ 43,87%ແລະ ບໍລິສັດຈະສຶບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສໍາເລັດໄປຕາມແຜນໃນສັນຍາທີ່ກຳນົດໄວ້.
ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງຄະນະກຳມະການ ເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ.ຫຼັງຈາກນັ້ນຄະນະຮັບພິຊອບໂຄງການພ້ອມດ້ວຍປະທານບໍລິສັດໄດ້ລົງກວດກາເບິ່ງໜ້າວຽກຕົວຈິ່ງຢູ່ພາກສະໜາມອີກດ້ວຍ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ເພີ່ມເຕີມ