ທ່ານ ນາງ ຂັນທອງ ໄຊສຸລິວົງ ຕາງໜ້າຄອບຄົວໄຊສຸລິວົງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ການຊ່ວຍເຫຼືອສັງຄົມເປັນຄວາມພາກພູມໃຈ, ນໍ້າໃຈມະນຸດສະທໍາ ຊຶ່ງກັນ ແລະ ກັນ ທີ່ສັງຄົມຕ້ອງມີ. ໃນຕະຫຼອດໄລຍະຜ່ານມາ ຄອບຄົວໄຊສຸລິວົງ ກໍໄດ້ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະຊ່ວຍເຫຼືອໄພນໍ້າຖ້ວມ, ອັກຄີໄພ, ຊ່ວຍເຫຼືອຜູ້ທຸກຍາກ ທີ່ປະຊາຊົນຮຽກຮ້ອງຕ້ອງການ ແລະ ອື່ນໆ ໂດຍໄດ້ຊ່ວຍເຫຼືອຢ່າງເຕັມທີ່ ແລະ ຊ່ວຍເຫຼືອມາເລື້ອຍໆຈົນມາຮອດປັດຈຸບັນ. ເມື່ອບໍ່ດົນມານີ້, ທາງຄອບຄົວ ໄຊສຸລິວົງ ກໍຍັງໄດ້ນໍາເອົາເຄື່ອງຈັກຟອກໄຂ່ຫຼັງ ຈໍານວນ 3 ເຄື່ອງລຸ້ນ Full Option ຊຶ່ງມີມູນຄ່າ 71,100 ໂດລາ ໄປມອບໃຫ້ໂຮງໝໍມິດຕະພາບ (150 ຕຽງ) ຊຶ່ງເປັນເທື່ອທໍາອິດທີ່ຄອບຄົວໄຊສຸລິວົງ ໄດ້ນໍາເອົາເຄື່ອງມາມອບໃຫ້ໂຮງໝໍມິດຕະພາບໃນຄັ້ງນີ້.
ທ່ານ ນາງ ຂັນທອງ ໄຊສຸລິວົງ ຍັງໃຫ້ຮູ້ວ່າ: ໃນຕໍ່ໜ້າ ຄອບຄົວ ໄຊສຸລິວົງ ກໍຈະສືບຕໍ່ຊ່ວຍເຫຼືອສັງຄົມເລື້ອຍໆຢ່າງຕໍ່ເນື່ອງຕາມຄວາມສາມາດຢ່າງເຕັມທີ່ ແລະ ອີກບໍ່ດົນນີ້ ກໍຈະນໍາເອົາເຄື່ອງອຸປະກອນການແພດຄື: ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດຄວາມດັນ ໄປຊ່ວຍເຫຼືອໃຫ້ຫ້ອງການແມ່ ແລະ ເດັກ ໂຮງໝໍແຂວງຈໍາປາສັກຕື່ມອີກ.
ໂດຍ: ວັນເພັງ
ຄໍາເຫັນ