ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025
ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ຈັດກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ເພື່ອສະເຫຼີມສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: ເປີດໂປ່ງກົນລະຍຸດຂອງທຸລະກິດຢາສູບ ໃນການເພີ່ມຄວາມດຶງດູດໃຫ້ສິນຄ້າທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂຶ້ນໃນວັນທີ 30 ພຶດສະພານີ້ທີ່ສູນຮ່ວມມືສາກົນ

 ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີ ກະຊວງສາທາລະນະສຸກປະທານຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມຢາສູບ, ທ່ານ ທີມໂມຕີ ອາມສະຕຣອງຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ມີທ່ານນາງພອນປະເສີດ ໄຊຍະມຸງຄຸນ ຫົວໜ້າອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ສະມາພັນຄວບຄຸມຢາສູບອາຊຽນ, ນັກຮຽນ, ຄູ-ອາຈານຈາກໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ, ມສ ຈັນທະບູລີ, ມສ ເພຍວັດ ແລະ ມສ ຫ້ອມສະຫວັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດກ່າວວ່າ: ປີ 2025 ນີ້, ອົງການອະນາໄມໂລກກຳນົດເອົາຄໍາຂວັນທີ່ວ່າ:“ເປີດໂປ່ງຍຸດທະວິທີຂອງບໍລິສັດຢາສູບທີ່ເຮັດໃຫ້ຢາສູບ ແລະ ຢາສູບໄຟຟ້າມີຄວາມດຶງດູດ ແລະ ໜ້າສົນໃຈ” ໂດຍສະເພາະສີ, ລົດຊາດ ແລະ ຮູບປະພັນຂອງຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າ ເປັນຫົວຂໍ້ການສະເຫຼີມສະຫຼອງໃນຂອບເຂດທົ່ວໂລກ.ບໍລິສັດຢາສູບຜະລິດຢາສູບ ແລະ ຢາສູບໄຟຟ້າ ສ່ວນຫຼາຍແນ່ໃສໄວໜຸ່ມ, ຊາວໜຸ່ມ ທີ່ຈະກ້າວມາເປັນຜູ້ຊົມໃຊ້ຢາສູບໃນອະນາຄົດ ໂດຍເຂົາເຈົ້າບໍ່ຮູ້ເຖິງຜົນຮ້າຍທີ່ຈະຕາມມາ.ອີງຕາມຜົນສໍາຫຼວດອັດຕາການສູບຢາໄຟຟ້າ ຂອງໄວໜຸ່ມ ລາວ ໃນປີ 2016 ພົບວ່າ: ໄວໜຸ່ມລາວສູບຢາສູບໄຟຟ້າຢູ່ໃນອັດຕາທີ່ສູງພໍສົມຄວນ, ປະມານ 5% ໃນໄວໜຸ່ມຊາຍ ແລະ 3.7% ໃນເພດຍິງ.ໃນແຕ່ລະປີ, ມີປະຊາກອນລາວປະມານ 6,700 ຄົນ ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ ແລະ ກໍ່ໃຫ້ເກີດການສູນເສຍທາງດ້ານເສດຖະກິດສູງເຖິງ 3,6 ຕື້ກີບ ແລະ ມີຄ່າເທົ່າກັບ 2.3% ຂອງ GDP ໃນປີ 2017. ພ້ອມນີ້, ຍັງຍົກໃຫ້ເຫັນຜົນຮ້າຍຂອງຢາສູບ ແລະ ຢາສູບໄຟຟ້າ ລວມທັງບາງຄໍາແນະຄໍາໃນການເຮັດວຽກຮ່ວມກັນຂອງທຸກຂະແໜງການໃນທົ່ວສັງຄົມ ແລະ ໄວໜຸ່ມໃນການຫຼຸດຜ່ອນການຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າ ເພື່ອສົ່ງເສີມ ແລະ ປົກປ້ອງສຸຂະພາບຂອງທຸກຄົນໃນສັງຄົມ, ທັງເປັນການປະຢັດລາຍຈ່າຍຈາກຄົວເຮືອນໃນການຊື້ຢາສູບ ແລະ ຢາສູບໄຟຟ້າ. ໃນນັ້ນ, ໄວໜຸ່ມ ແລະ ຊາວໜຸ່ມເປັນເປົ້າໝາຍຫຼັກຂອງບໍລິສັດຢາສູບ, ເຂົາເຈົ້າພະຍາຍາມເຮັດທຸກຢ່າງເພື່ອໃຫ້ຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າ ມີຄວາມດຶງດູດ, ມີຄວາມສົນໃຈ, ອອກແບບຮູບຮ່າງຂອງຢາສູບໄຟຟ້າໃນຫຼາຍໆແບບເຊັນ: ກະຕູນ, ບິກ, ມາກເກີ, ລົດ, ໂມງ, ຢາງລຶບ, USB ແລະ ອື່ນໆ.ພ້ອມກັນນັ້ນ, ທາງບໍລິສັດຍັງເຮັດໃຫ້ນໍ້າສານນິໂກດິນທີ່ໃຊ້ເຕີມຢາສູບໄຟຟ້າເປັນຫຼາກຫຼາຍກິ່ນ ແລະ ຫຼາຍລົດຊາດ ແລະ ຕາມການເຮັດວິໄຈຂອງອົງການອະນາໄມໂລກສະແດງໃຫ້ເຫັນວ່າ ມີປະມານ 16,000 ກິ່ນ, ດ້ວຍເຫດນີ້ໄວໜຸ່ມ ແລະ ຊາວໜຸ່ມຈຶ່ງຢາກລອງສູບ ແລະ ສຸດທ້າຍກາຍເປັນຜູ້ສູບມືໃໝ່ ແລະ ເປັນລູກຄ້າຂອງບໍລິສັດຢາສູບ ໂດຍບໍ່ໄດ້ຕັ້ງໃຈ.

ການແຂ່ງຂັນເວົ້າສໍາລັບໄວໜຸ່ມ ແມ່ນມາຈາກ 4 ໂຮງຮຽນຄື: ໂຮງຮຽນ ມສ ວຽງຈັນ, ມສ ຈັນທະບູລີ, ມສ ເພຍວັດ ແລະ ມສ ຫ້ອມສະຫວັນ. ຜ່ານການແຂ່ງຂັນຊະນະເລີດ ທີ 1 ມສ ຫ້ອມສະຫວັນ, ທີ 2 ມສ ວຽງຈັນ ແລະ ລາງວັນຊົມເຊີຍ ມສ ຈັນທະບູລີ ແລະມສ ເພຍວັດ. ນັກຮຽນທີ່ມາຮ່ວມກິດຈະກໍາແຂ່ງຂັນເວົ້າໃນຄັ້ງນີ້, ຈະເປັນຂົວຕໍ່ໃນການໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍທີ່ເກີດຈາກຢາສູບ ແລະ ຢາສູບໄຟຟ້າ ໃນໂຮງຮຽນເພື່ອໃຫ້ທຸກຄົນໃນໂຮງຮຽນ ແລະ ສັງຄົມໄດ້ຮັບຂໍ້ມູນໃນລັກສະນະດຽວກັນ ແລະ ສໍາຄັນໄປກວ່ານັ້ນໃຫ້ກາຍເປັນໂຮງຮຽນປອດສິ່ງເສບຕິດຍິ່ງເປັນການດີ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ