![]() |
ການປ່ຽນແປງໃໝ່ ທີ່ພັກໄດ້ລິເລີ່ມ ແລະ ນໍາພາດໍາເນີນນັບແຕ່ປີ 1986 ເປັນຕົ້ນມາ ແມ່ນການເລືອກເຟັ້ນທີ່ສໍາຄັນທາງປະຫວັດສາດ, ສອດຄ່ອງກັບຄວາມເປັນຈິງຂອງຫວຽດນາມ ແລະ ແນວທາງຂອງຍຸກສະໄໝ. ຈາກປະເທດທີ່ຍາກຈົນ, ຖືກສົງຄາມທໍາລາຍຢ່າງໜັກ ແລະ ເຄີຍຕົກຢູ່ໃນວິກິດເສດຖະກິດ–ສັງຄົມຢ່າງຮ້າຍແຮງ ໂດຍອັດຕາເງິນເຟີ້ໃນບາງໄລຍະເຄີຍສູງເຖິງ 774.7%, ຫວຽດນາມ ໄດ້ມີການປ່ຽນແປງຢ່າງໜ້າອັດສະຈັນ. ອັດຕາການເຕີບໂຕທາງເສດຖະກິດສະເລ່ຍ ບັນລຸລະດັບທີ່ໜ້າປະທັບໃຈ ປະມານ 6.55% ຕໍ່ປີ ຕະຫຼອດໄລຍະ 1986–2023. ປັດຈຸບັນ, ຫວຽດນາມ ພາກພູມໃຈທີ່ຢືນຢູ່ໃນກຸ່ມ 40 ເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ແລະ ໃນກຸ່ມ 20 ອັນດັບຂອງໂລກ ດ້ານຂະໜາດການຄ້າ. ຊີວິດຄວາມເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງຊັດເຈນ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃນປີ 2025 ເພີ່ມຂຶ້ນເກືອບ 25 ເທົ່າ ເມື່ອທຽບກັບໄລຍະເລີ່ມຕົ້ນຂອງການປ່ຽນແປງໃໝ່. ພາກກະສິກໍາ ບໍ່ພຽງແຕ່ຮັບປະກັນຢ່າງໝັ້ນຄົງຄວາມປອດໄພດ້ານອາຫານຂອງຊາດ, ແຕ່ຍັງນໍາພາຫວຽດນາມ ກ້າວຂຶ້ນເປັນປະເທດມະຫາອໍານາດດ້ານການສົ່ງອອກສິນຄ້າກະສິກໍາ. ໃນຂະນະທີ່ພາກອຸດສາຫະກໍາ ແລະ ການບໍລິການ ໄດ້ຄອບຄອງສັດສ່ວນເຖິງ 85% ຂອງ GDP, ຢືນຢັນການເຄື່ອນຍ້າຍໂຄງສ້າງເສດຖະກິດທີ່ຖືກທິດ ໄປສູ່ທັນສະໄໝ.
ຄຽງຄູ່ກັບການພັດທະນາທາງເສດຖະກິດ, ບັນດາຂົງເຂດວັດທະນະທໍາ–ສັງຄົມ ກໍໄດ້ບັນລຸຄວາມກ້າວໜ້າຢ່າງຍາວໄກ, ສະທ້ອນໃຫ້ເຫັນຄຸນຄ່າດ້ານມະນຸດສະທໍາ ຢ່າງເລິກເຊິ່ງ. ດັດຊະນີການພັດທະນາມະນຸດ (HDI) ແລະ ດັດຊະນີຄວາມສຸກ ໄດ້ຮັບການຍົກລະດັບຂຶ້ນຢ່າງຕໍ່ເນື່ອງ; ອາຍຸຍືນສະເລ່ຍຂອງປະຊາກອນ ໄດ້ເພີ່ມຂຶ້ນຈາກ 62 ປີ (ໃນປີ 1990) ເປັນ 75 ປີ ໃນປີ 2025. ຫວຽດນາມ ຍັງກາຍເປັນຈຸດເດັ່ນຂອງສະຫະປະຊາຊາດ ເມື່ອສາມາດສໍາເລັດຫຼາຍເປົ້າໝາຍການພັດທະນາສະຕະວັດ (MDGs) ກ່ອນກໍານົດ, ນັບແຕ່ການຂະຫຍາຍການສຶກສາໃຫ້ທົ່ວເຖິງ, ການຫຼຸດຜ່ອນຄວາມທຸກຍາກ ຈົນເຖິງການຄວບຄຸມພະຍາດລະບາດ. ຄຽງຄູ່ກັນນັ້ນ, ສັກກະຍະພາບດ້ານການປ້ອງກັນຊາດ–ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາໃຫ້ໝັ້ນຄົງ, ພື້ນຖານແຫ່ງຄວາມເປັນເອກະພາບຂອງປະຊາຊົນ ໄດ້ຖືກເສີມຂະຫຍາຍ, ສ້າງສະພາບແວດລ້ອມສັນຕິພາບ ແລະ ຄວາມໝັ້ນຄົງ ເພື່ອການພັດທະນາ. ໃນເວທີສາກົນ, ສະຖານະພາບຂອງຫວຽດນາມ ບໍ່ເຄີຍສູງສົ່ງຄືໃນປັດຈຸບັນ, ມີການພົວພັນທາງການທູດທີ່ກວ້າງຂວາງກັບ 194 ປະເທດ ແລະ ເປັນຄູ່ຮ່ວມຍຸດທະສາດ ແລະ ຄູ່ຮ່ວມມືຢ່າງຮອບດ້ານ ກັບຫຼາຍປະເທດມະຫາອໍານາດໃນໂລກ.
ບັນດາຜົນສໍາເລັດອັນໂດດເດັ່ນເຫຼົ່ານັ້ນ ກາຍເປັນປັດໄຈສໍາຄັນທີ່ສ້າງຄວາມເຊື່ອໝັ້ນ ແລະ ສ້າງພະລັງແຮງທາງຈິດໃຈທີ່ແຜ່ກະຈາຍໄປທົ່ວທຸກຊັ້ນຊົນຂອງປະຊາຊົນ. ໃນຂະບວນການກະກຽມກອງປະຊຸມໃຫຍ່ ຄັ້ງທີ XIV ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງກົມການເມືອງ, ຄະນະເລຂາທິການ, ການຊີ້ນໍາໂດຍກົງຂອງສະຫາຍ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ຂະບວນການກະກຽມໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບຢ່າງສູງ. ຈຸດເນັ້ນທີ່ໂດດເດັ່ນ ແມ່ນຝຶກຝົນການຫຼໍ່ຫຼອມປັນຍາຂອງປະຊາຊົນທົ່ວປະເທດ ໃນບັນດາຮ່າງເອກະສານ. ດ້ວຍການມີສ່ວນຮ່ວມປະກອບຄໍາເຫັນຂອງປະຊາຊົນເກືອບ 14 ລ້ານຄັ້ງ, ບັນດາເອກະສານທີ່ນໍາສະເໜີຕໍ່ກອງປະຊຸມໃຫຍ່ ບໍ່ພຽງແຕ່ສະຫຼຸບ, ການທົບທວນຄືນຢ່າງເລິກເຊິ່ງເສັ້ນທາງ 40 ປີແຫ່ງການປ່ຽນແປງໃໝ່ ເທົ່ານັ້ນ, ແຕ່ຍັງວາງວິໄສທັດດ້ານຍຸດທະສາດຮອດປີ 2030 ແລະ ໄກກວ່ານັ້ນອີກ. ວຽກງານດ້ານບຸກຄະລາກອນ ກໍໄດ້ຖືກດໍາເນີນຢ່າງເປີດເຜີຍ, ໂປ່ງໃສ, ໂດຍຢຶດຖືຄຸນນະພາບ ແລະ ປະສິດທິຜົນແຫ່ງການອຸທິດຕົນໃນການປະຕິບັດຕົວຈິງ ເປັນໄມ້ຫຼາວັດແທກ, ເພື່ອຄັດເລືອກເອົາຄະນະບໍລິຫານງານສູນກາງຊຸດໃໝ່ ທີ່ມີຄວາມຮູ້ ຄວາມສາມາດ ໃນການນໍາພາປະເທດຊາດ ໃຫ້ເດີນໜ້າຢ່າງໝັ້ນຄົງ.
ໃນຂະນະນີ້, ເມື່ອຜູ້ແທນດີເດັ່ນຈໍານວນ 1,586 ສະຫາຍ ພ້ອມດ້ວຍນັກຂ່າວພາຍໃນປະເທດ ແລະ ສາກົນຫຼາຍຮ້ອຍຄົນ ພ້ອມເຂົ້າຮ່ວມພິທີເປີດກອງປະຊຸມ, ປະຊາຊົນທັງຊາດກໍາລັງຮ່ວມແຮງຮ່ວມໃຈ ມຸ່ງໜ້າໄປສູ່ນະຄອນຫຼວງ. ບັນດາກິດຈະກໍາດ້ານວັດທະນະທໍາ, ການຈັດເທດການສະເພາະດ້ານ ແລະ ຮູບພາບຂອງຊຸດໄປສະນີສະແຕມ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XIV ຍິ່ງເຮັດໃຫ້ຄວາມພາກພູມໃຈ ຕໍ່ເສັ້ນທາງອັນຮຸ່ງເຮືອງຂອງພັກກອມມູນິດຫວຽດນາມ ຍິ່ງເຂັ້ມແຂງຂຶ້ນ. ກອງປະຊຸມໃຫຍ່ ຄັ້ງທີ XIV ບໍ່ພຽງແຕ່ເປັນການສືບຕໍ່ບັນດາຜົນສໍາເລັດອັນຍິ່ງໃຫຍ່ຕະຫຼອດ 40 ປີແຫ່ງການປ່ຽນແປງໃໝ່ ເທົ່ານັ້ນ, ແຕ່ຍັງເປັນຂີດໝາຍສໍາຄັນທີ່ຢັ້ງຢືນການກ້າວກະໂດດ, ນໍາພາປະເທດພັດທະນາຮັ່ງມີ ແລະ ຈະເລີນຮຸ່ງເຮືອງ. ດ້ວຍການກະກຽມຢ່າງສົມບູນແບບ, ຄວາມເຫັນພ້ອມສູງ ລະຫວ່າງ ເຈດຈໍານົງຂອງພັກ ແລະ ຈິດໃຈຂອງປະຊາຊົນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະມີການຕັດສິນໃຈທີ່ສໍາຄັນຂອງຍຸກສະໄໝ, ນໍາພາຫວຽດນາມ ເດີນໜ້າໄປສູ່ເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ຄວາມຜາສຸກ.

ຄໍາເຫັນ