ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16

ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16

ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16
ກອງປະຊຸມຂອງສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16 ພາຍໃຕ້ຫົວຂໍ້: ການແກ້ໄຂສິ່ງຄ້າງຄາທາງດ້ານນາລີເວດ ສູຕິສາດ ສໍາລັບອະນາຄົດ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ ຜ່ານມາ ທີ່ສູນຝຶກອົບຮົມລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍການປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແກ້ວເກດທອງ ພົງສະຫັວນ ປະທານສະມາຄົມການແພດນາລີເວດ-ສູຕິສາດລາວ, ມີບັນດາແພດປະສູດ-ພະຍາດຍິງທົ່ວປະເທດ​ ແລະ ໄທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ກອງປະຊຸມ, ມີເປົ້າໝາຍເພື່ອດູແລແມ່ຍິງຖືພາ ແລະ ແມ່ຍິງລາວ ໃຫ້ມີສຸຂະພາບທີ່ສົມບູນ ດ້ວຍການປິ່ນປົວທີ່ມີຄຸນນະພາບຕາມມາດຕະຖານສາກົນ ເພື່ອຊ່ວຍຫຼຸດຜ່ອນການເຈັບເປັນ ແລະ ເສຍຊີວິດຂອງແມ່ ແລະ ຍັງເປັນບ່ອນທີ່ເພີ່ມພູນຄວາມຮູ້, ຄວາມສາມາດ ໃຫ້ທ່ານໝໍ ທີ່ເຮັດໜ້າທີ່ປິ່ນປົວປະສູດ-ພະຍາດຍິງ ໄດ້ແລກປ່ຽນຄວາມຮູ້, ຖອດຖອນບົດຮຽນ ຊຶ່ງກັນ ແລະ ກັນ ພ້ອມທັງປະສົບການຕ່າງໆທີ່ພົບໃນແຕ່ລະໂຮງໝໍ ໃນທົ່ວປະເທດ. ເນື່ອງຈາກການເສຍຊິວິດຂອງແມ່ຍັງເປັນໜຶ່ງເງື່ອນໄຂ ເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້. ເຖິງວ່າໃນໃລຍະຜ່ານມາອັດຕາການຕາຍຂອງແມ່ຈະຫຼຸດລົງຢ່າງຕໍ່ເນື່ອງກໍຕາມ ແຕ່ຍັງບໍ່ທັນບັນລຸຕາມເປົ້າໝາຍທີ່ກໍານົດໄວ້. ສະນັ້ນ, ວຽກງານການປ້ອງກັນ ແລະ ສົ່ງເສີມສຸຂະພາບແມ່ຍິງ ແລະ ແມ່ຖືພາ ແມ່ນມີຄວາມສຳຄັນຫຼາຍ ເພື່ອເຮັດໃຫ້ແມ່ຍິງລາວເຮົາມີສຸຂະພາບທີ່ດີ ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ ຈໍາເປັນຕ້ອງຮຽກຮ້ອງໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ-ສາກົນ ພ້ອມທັງການຮ່ວມມືທີ່ດີຂອງປະຊາຊົນ.

ໂອກາດນີ້, ທ່ານ ນາງ ແກ້ວເກດທອງ ພົງສະຫວັນ ລາຍງານໃຫ້ຮູ້ວ່າ: ແພດປະສູດ-ພະຍາດຍິງ ເຮົາໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕັ້ງແຕ່ເລີ່ມມີການກໍ່ສ້າງແພດຊ່ຽວຊານປະສູດ-ພະຍາດຍິງ ແຕ່ປີ 2006 ເຖິງ ປີ 2025 ມີແພດຊ່ຽວຊານປະສູດ-ພະຍາດຍິງຂັ້ນ I ທັງໝົດ 117 ຄົນ (ສູນກາງ 85 ຄົນ, ຕ່າງແຂວງ 92 ຄົນ) ແລະ ກໍາລັງຮຽນໃນປີ 2025 ມີ 39 ຄົນ. ສ່ວນແພດຊ່ຽວຊານຂັ້ນ II ແມ່ນກໍາລັງກະກຽມຫຼັກສູດ ແລະ ອາຈານສອນໃນມະຫາວິທະໄລ: ຫຼັກສູດ MFM, ມະເຮັງພະຍາດຍິງ. ໃນທາງດ້ານວິຊາການເຫັນວ່າທ່ານໝໍແພດຊ່ຽວຊານປະສູດ-ພະຍາດຍິງມີຄວາມເຂັ້ມແຂງໃນລະດັບມາດຕະຖານຂອງຂົງເຂດ. ໃນການໃຫ້ບໍລິການປິ່ນປົວຫາກມີກໍລະນີທີ່ຄົນເຈັບມີອາການສຸກເສີນຕ່າງໆ ຊອກຫາບັນຫາທີ່ເປັນສາເຫດຂອງການເຈັບເປັນ ແລະ ເສຍຊິວິດ ເພື່ອນຳມາສູ່ວິທີແກ້ໄຂຊ່ວຍກັນເລິກເຊິ່ງນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ໃຫ້ມີການປະສານງານທີ່ມີຄຸນນະພາບໃນການສົ່ງຕໍ່ຄົນເຈັບ ລະຫວ່າງໂຮງໝໍ ຂັ້ນຕ່າງໆໃຫ້ຖືກຕ້ອງ, ທັນເວລາ ແລະ ຮັບປະກັນຄວາມປອດໄພ ເພື່ອຮັບປະກັນຄຸນນະພາບ ຂອງວຽກງານນາລີເວດ-ສູຕິສາດຂອງລາວເຮົາໃຫ້ທຽບເທົ່າສາກົນ.

(ຂ່າວ: ວັນເພັງ, ຂໍ້ມູນ: ສູນຂ່າວສານການແພດ ກະຊວງສາມາລະນະສຸກ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ຫຼື ປະຊາຊົນມັກເອີ້ນກັນວ່າ (ໄຂ້ເລືອດອອກ) ມັກເກີດຂຶ້ນໃນແຕ່ລະປີ ແລະ ເຫັນວ່າມີຈຳນວນການເຈັບເປັນຂ້ອນຂ້າງສູງພໍສົມຄວນ ຊຶ່ງມັກເກີດຂຶ້ນໃນໄລຍະລະດູຝົນເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ແຕ່ມາ ໃນປັດຈຸບັນນີ້ ແມ່ນເຫັນວ່າສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການ ຈຶ່ງເປັນສາເຫດໜຶ່ງທີ່ເຮັດ ໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.
ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ)ຂຶ້ນໃນລະຫວ່າງວັນທີ 6-8 ສິງຫານີ້ທີ່ທ່າລາດເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ນາງອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ, ມີຫົວໜ້າກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ຫົວໜ້າກົມກົດໝາຍສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກົມກົດໝາຍ ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ຈຳປາສັກ, ຄໍາມ່ວນ, ວຽງຈັນ, ອັດຕະປື, ເຊກອງ, ບໍລິຄໍາໄຊແລະ ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ແຂວງສາລະວັນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ