ກອງປະຊຸມສຸດຍອດໃນຄັ້ງນີ້ຈະຊຸກຍູ້ບໍລິສັດຂ້າມຊາດເຊື່ອມໂຍງເຂົ້າໃນຕ່ອງໂສ້ອຸດສາຫະກໍາ, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ການປະດິດສ້າງໃໝ່ຂອງຈີນຢ່າງເລິກເຊິ່ງ, ເຮັດໃຫ້ບໍລິສັດເຫຼົ່ານີ້ສາມາດຊົມໃຊ້ຜົນຂອງປະໂຫຍດຈາກຕະຫຼາດຂະໜາດໃຫຍ່, ໝາກຜົນການປະດິດສ້າງໃໝ່ ແລະ ການເປີດປະຕູສູ່ພາຍນອກດ້ານລະບຽບການຂອງຈີນ.
ກອງປະຊຸມສຸດຍອດໃນຄັ້ງນີ້ໄດ້ຈັດຂຶ້ນໂດຍສອດຄ່ອງກັບທ່າອຽງໃໝ່ດ້ານການຮ່ວມມືລະຫວ່າງບໍລິສັດຂ້າມຊາດກັບຈີນໃນໄລຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15”, ສືບຕໍ່ຂະຫຍາຍສະມາຊິກຂອງກອງປະຊຸມ ໂດຍໄດ້ດຶງດູດບໍລິສັດຂ້າມຊາດ 357 ແຫ່ງທີ່ມາຈາກ 44 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ໃນນັ້ນ, ລວມທັງບໍລິສັດຊັ້ນນຳທີ່ນອນໃນ 500 ອັນດັບຂອງໂລກ 105 ແຫ່ງ, ວິສາຫະກິດນຳໜ້າໃນອຸດສາຫະກຳ 252 ແຫ່ງ. ອັດຕາສ່ວນຂອງວິສາຫະກິດການບໍລິການທັນສະໄໝທີ່ເຂົ້າຮ່ວມກອງປະຊຸມກວມ ເຖິງ 20% ຊຶ່ງເປັນການສ້າງສະຖິຕິສູງສຸດໃນປະຫວັດສາດ.
ຄໍາເຫັນ