![]() |
ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລືທາບທາມກັບບັນດາຜູ້ເຂົ້າຮ່ວມ ເພື່ອຊອກໃຫ້ເຫັນບັນຫາທີ່ບໍ່ສອດຄ່ອງ, ຊ່ອງຫວ່າງ, ຜົນກະທົບ ຫຼື ຂໍ້ຈຳກັດທີ່ເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ໃນຜ່ານມາ. ພ້ອມດຽວກັນນັ້ນ, ເພື່ອເປັນຂໍ້ມູນພື້ນຖານໃຫ້ການປັບປຸງກົດມໝາຍວ່າດ້ວຍການປະກັນສຸຂະພາບ ທີ່ຈະນໍາສະເໜີເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ຮັບປະກັນໃຫ້ກົດໝາຍສະບັບນີ້ມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສະພາບການພັດທະນາເສດຖະກິດ- ສັງຄົມ ຕົວຈິງ ເພື່ອແນ່ໃສ່ສ້າງຂີດຄວາມສາມາດ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນວຽກງານປະກັນສຸຂະພາບ ໂດຍສະເພາະວຽກງານກອງທຶນ ໃຫ້ມີຄວາມວ່ອງໄວທັນສະໄໝ ແລະ ໝັ້ນຄົງ.
![]() |
ວຽກປະກັນສຸຂະພາບເປັນວຽກໜຶ່ງທີ່ສໍາຄັນ ແລະ ຈຳເປັນ, ຮັບປະກັນໃຫ້ພົນລະເມືອງລາວທັງໝົດ ໄດ້ເຂົ້າເຖິງການບໍລິການປິ່ນປົວ ໂດຍປາສະຈາກຄວາມຫຍຸ້ງຍາກທາງດ້ານການເງິນ ເພື່ອທີ່ຈະຊ່ວຍໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການປິ່ນປົວຮັກສາສຸຂະພາບທີ່ມີຄຸນນະພາບ, ທົ່ວເຖິງ ແລະ ຊ່ວຍແບ່ງເບົາຄ່າໃຊ້ຈ່າຍ ໃນສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນ.
(ຂ່າວ: ວັນເພັງ, ຂໍ້ມູນ: ກະຊວງສາທາລະນະສຸກ)


ຄໍາເຫັນ