ຂ່າວລະບຸວ່າ: ເວທີປຶກສາຫາລືລະດັບສູງວ່າດ້ວຍການພັດທະນາຂອງຈີນ ແມ່ນເວທີປຶກສາຫາລືສາກົນຂະໜາດໃຫຍ່ລະດັບຊາດຄັ້ງທຳອິດ ທີ່ຈັດຂຶ້ນຫຼັງຈາກກອງປະຊຸມສອງສະພາ ໂດຍມີຈຸດປະສົງ “ເພື່ອສົນທະນາກັບໂລກ ແລະ ສະແຫວງຫາການພັດທະນາຮ່ວມກັນ” ຊຶ່ງເປັນເວທີສໍາຄັນໃນການແລກປ່ຽນ ແລະ ສົນທະນາລະຫວ່າງຄະນະນຳຂັ້ນສູງຂອງຈີນ, ບັນດາຜູ້ນຳວົງການການຄ້າທົ່ວໂລກ, ອົງການຈັດຕັ້ງສາກົນ, ນັກວິຊາການຂອງຈີນ ແລະ ຕ່າງປະເທດ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ