ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ໃນຂະບວນການໃໝ່, ຕ້ອງຢຶດໝັ້ນຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ລົງເລິກການປະຕິຮູບການຮຽນ-ການສອນ, ເພີ່ມທະວີການສຶກສາອົບຮົມດ້ານທິດສະດີພັກ, ການຝຶກຝົນຫຼໍ່ຫຼອມຕໍ່ສະຕິພັກ ແລະ ການອົບຮົມຄວາມສາມາດໃນການປະຕິບັດໜ້າທີ່, ເພີ່ມທະວີການຄົ້ນຄວ້າທິດສະດີພັກທີ່ມີການປະດິດສ້າງຢ່າງເປັນລະບົບ, ເສີມຂະຫຍາຍບົດບາດຂອງຄັງປັນຍາ. ພ້ອມນີ້ ທ່ານ ສີຈິ້ນຜິງ ຍັງໄດ້ຮຽກຮ້ອງໃຫ້ຢຶດໝັ້ນການຄຸ້ມຄອງສະຖາບັນຢ່າງເຂັ້ມງວດ, ສ້າງສະຖາບັນດ້ວຍຄຸນນະພາບດີ, ສ້າງຖັນແຖວຄູສອນໃຫ້ເຂັ້ມແຂງ, ຄຸ້ມຄອງນັກສຶກສາຢ່າງເຂັ້ມງວດ. ຄະນະພັກຂັ້ນຕ່າງໆຕ້ອງເພີ່ມທະວີການຮັບປະກັນ ແລະ ການສະໜັບສະໜູນ, ຊຸກຍູ້ໃຫ້ວຽກງານຂອງສະຖາບັນການປົກຄອງພັດທະນາດ້ວຍຄຸນນະພາບສູງ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ