ກອງປະຊຸມຊີ້ແຈງ ຂະບວນການວັນສັກຢາແຫ່ງຊາດ ຕິດພັນກັບການໃຫ້ວັກຊິນກັນພະຍາດໝາກແດງ 

ກອງປະຊຸມຊີ້ແຈງ ຂະບວນການວັນສັກຢາແຫ່ງຊາດ ຕິດພັນກັບການໃຫ້ວັກຊິນກັນພະຍາດໝາກແດງ 
ວັນທີ່ 13 ພຶດສະພາ 2024 ຢູ່ຫ້ອງປະຊຸມຂອງ ຫ້ອງການສາທາລະນະສຸກເມືອງໂພນໄຊ ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມຊີ້ແຈງ ຂະບວນການວັນສັກຢາແຫ່ງຊາດ ຕິດພັນກັບການໃຫ້ວັກຊິນກັນພະຍາດໝາກແດງ ກັບກຸ່ມເປົ້າໝາຍແຕ່ອາຍຸ 9 ເດືອນ ຫາ 5 ປີ ໃນທົ່ວເມືອງໂພນໄຊ , ເປັນປະທານໂດຍ ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງໂພນໄຊ ແຂວງ ຫຼວງພະບາງ ແລະທ່ານ ນາງ ຄໍາຜູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍທີມງານຂອງແຂວງ, ຄະນະນຳຫ້ອງສາທາລະນະສຸກເມືອງ, ຄະນະກໍາມະການເພື່ອແມ່ ແລະເດັກຂັ້ນເມືອງຕະຫຼອດຮອດ ອໍານວຍການໂຮງໝໍນ້ອຍແຕ່ລະແຫ່ງ ຢູ່ພາຍໃນເມືອງ ເຂົ້າຮ່ວມ. 
ໃນກອງປະຊຸມຄະນະຮັບຜິດຊອບໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ການໃຫ້ວັກຊິນປ້ອງກັນພະຍາດໃນໄລຍະຜ່ານມາ ແລະການດໍາເນີນງານ ເພື່ອເຮັດໃຫ້ການສັກວັກຊິນ ປ້ອງພະຍາດຮອບປົກກະຕິ ແລະຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ຕິດພັນກັບ ການໃຫ້ວັກຊິນປ່ອງພະຍາດໝາກແດງໃຫ່ຍ-ໝາກແດງນ້ອຍ ຕໍ່ກຸ່ມເປົ້າໝາຍໃນທົ່ວເມືອງ ໃຫ້ບັນລຸຕາມລະດັບຄາດໝາຍ ຊຶ່ງຜ່ານມາເຫັນໄດ້ວ່າ ຢູ່ພາຍໃນເມືອງອັດຕາການສັກວັກຊິນ ປ້ອງກັນພະຍາດໝາກແດງໃຫຍ່ ແລະໝາກແດງນ້ອຍ ຍັງກວມອັນດຕາຕໍ່າ ບໍ່ບັນລຸຕາມລະດັບຄາດໝາຍ ຊຶ່ງມີຄວາມສ່ຽງສູງ ທີ່ຈະເກີດມີການລະບາດຂອງພະຍາດໝາກແດງ ພາຍໃນເມືອງ, ເພື່ອໃຫ້ບັນລຸຕາມຄາດໝາຍ ກວມເຖິງ 95%, ລັດຖະບານ ກໍ່ຄືພາກສ່ວນກ່ຽວຂ້ອງ ໄດ້ສຸມໃສ່ເປີດຂະບວນການສັກຢາກັນພະຍາດແຫ່ງຊາດ ຕິດພັນກັບການສັກວັກຊິນປ້ອງກັນພະຍາດ ໝາກແດງໃຫຍ່ ແລະໝາກແດງນ້ອຍໃຫ້ເດັກ ທີ່ມີອາຍຸ 9 ເດືອນຫາ 5 ປີ ໂດຍດຳເນີນການສັກວັກຊິນຮອບປົກກະຕິ ໄປພ້ອມກັນ ໃນລະຫວ່າງວັນທີ່ 20-30 ພຶດສະພາ 2024 ໃຫ້ສໍາເລັດໃນຂອບເຂດທົ່ວປະເທດ, ສະເພາະເມືອງໂພນໄຊ ປັດຈຸບັນຄະນະຮັບຜິດຊອບ ໄດ້ເປັນເຈົ້າການໂຄສະນາປຸກລະດົມຊວນເຊື່ອ ໃຫ້ປະຊາຊົນບັນດາເຜົ່າ ແລະຜູ້ປົກຄອງເດັກ, ໃນກຸ່ມເປົ້າໝາຍ ໃຫ້ເຂັ້າມາຮັບການສັກວັກຊິນ ໃນຂອບເຂດທີ່ມີຄວາມສະດວກ ຢ່າງຄົບຖ້ວນຕາມເປົ້າໝາຍບໍໃຫ້ລຸດ 95%, ຈາກນັ້ນ ຄະນະກໍາມະການເພື່ອແມ່ ແລະເດັກຂັ້ນເມືອງ ໄດ້ພັດປ່ຽນກັນຂຶ້ນປະກອບຄໍາເຫັນ ເພື່ອເຮັດໃຫ້ຈັດຕັ້ງປະຕິບັດວຽກງານ ບັນລຸຕາມເປົ້າໝາຍທີ່ວາງໄວ້.(ຂ່າວ: ສີວອນ ນັກຂ່າວເມືອງໂພນໄຊ)

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈນ ໄດ້ຈັດກອງປະຊຸມພິທີສະເຫຼີມສະຫຼອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຂຶ້ນໃນວັນທີ 3 ມີນານີ້ ຢູ່ທີ່ໂຮງໝໍດັ່ງກ່າວ.
ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ວັນທີ 2 ມີນານີ້ ທີ່ໂຮງຮຽນອະນຸບານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີເປີດຂະບວນການວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ຢອດໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ (ໂປລີໂອ) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ, ທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ທິມງານແພດ-ໝໍ, ອຳນາດການປົກຄອງບ້ານ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມ.
ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ຫ້ອງການສາທາລະນະສຸກເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ແກ່ເດັກທີ່ມີອາຍຸລະຫວ່າງ 0-59 ເດືອນ (ຕ່ຳກວ່າ 5 ປີ) ຢ່າງເປັນທາງການ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ຕາແສງກະດັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໜູແສງ ຜຸຍບັນດິດຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ມາຂຶ້ນກັບ ຮສສ

ມອບວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ມາຂຶ້ນກັບ ຮສສ

ເພື່ອເປັນການຍົກລະດັບການຄຸ້ມຄອງສຸຂະພາບໃຫ້ເປັນເອກະພາບ, ການຫັນປ່ຽນຄັ້ງນີ້ ຖືເປັນບາດກ້າວບຸກທະລຸໃນການປະຕິຮູບລະບົບສະຫວັດດີການສັງຄົມຂອງ ສປປ ລາວ ຊຶ່ງຈະຊ່ວຍໃຫ້ການບໍລິຫານຈັດການງົບປະມານ ແລະ ການບໍລິການດ້ານການແພດມີຄວາມກົມກຽວກັນຫຼາຍຂຶ້ນ, ແນໃສ່ເຮັດໃຫ້ປະຊາຊົນ ແລະ ຜູ້ອອກແຮງງານ ໄດ້ຮັບການເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ຍຸຕິທຳ. ດັ່ງນັ້ນໃນວັນທີ 2 ມີນາ ນີ້ ທີ່ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ມີພິທີລົງນາມບົດບັນທຶກການມອບ-ຮັບ ວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ກະຊວງສາທາລະນະສຸກ (ສສ). ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ.
ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ

ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ

ພະແນກສາທາລະນະສຸກແຂວງສາລະວັນ ເປີດຂະບວນການຈັດຕັ້ງປະຕິບັດວັນໃຫ້ວັກຊິກັນພະຍາດແຫ່ງຊາດ ຫຼື ວສຊ ໃຫ້ເດັກກຸ່ມເປົ້າໝາຍອາຍຸ 0-59 ເດືອນ ຫຼື ເດັກມີອາຍຸລຸ່ມ 5 ປີຈັດຂຶ້ນໃນວັນທີ 2 ມີນານີ້ທີ່ໂຮງຮຽນປະຖົມນາເຫຼັກ ເມືອງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງແຂວງປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງ, ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາການນໍາຂັ້ນແຂວງ-ເມືອງ, ພະນັກງານແພດ-ໝໍ, ຄູ-ອາຈານ, ຜູ້ປົກຄອງເດັກ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມ.
ເປີດຂະບວນການ ວັນສັກວັກຊີນປ້ອງກັນພະຍາດແຫ່ງຊາດທົ່ວແຂວງຫຼວງພະບາງ

ເປີດຂະບວນການ ວັນສັກວັກຊີນປ້ອງກັນພະຍາດແຫ່ງຊາດທົ່ວແຂວງຫຼວງພະບາງ

ວັນທີ 2 ມີນານີ້ ທີ່ໂຮງຮຽນ ປະຖົມສົມບູນຫຼວງພະບາງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດພິທີເປີດຂະບວນການ ວັນສັກວັກຊີນກັນພະຍາດ ແຫ່ງຊາດ (ວສຊ) ເພື່ອໃຫ້ວັກຊີນກັນພະຍາດ ເປ້ຍຫຼ່ອຍ (ໂປລີໂອ) ໃນກຸ່ມເປົ້າໝາຍ 0 ມື້ ຫາ 59 ເດືອນ ຂຶ້ນຢ່າງເປັນທາງການ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ-ນະຄອນ ຫຼວງພະບາງ, ພະນັກງານແພດ-ໝໍ, ພໍ່ແມ່-ຜູ້ປົກຄອງເຂົ້າຮ່ວມ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໃນວັນທີ 26 ກຸມພານີ້ ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ICTC.
ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026

ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026

ຕອນເຊົ້າ ວັນທີ 25 ກຸມພານີ້, ທີ່ຫ້ອງການສາທາລະນະສຸກເມືອງຫຼວງນໍ້າທາ ໄດ້ຈັດກອງປະຊຸມຊີ້ແຈງ ແຜນການຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ (ວສຊ) ປະຈຳປີ 2026 ໂດຍການເຂົ້າຮ່ວມຂອງທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ; ທ່ານ ຄໍາສອນ ຈັນທະດາລາກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ໂຮງໝໍ, ສຸກສາລາ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ

5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ

ການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງສາທາລະນະສຸກທົ່ວປະເທດປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃຫ້ຮູ້ວ່າ: ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X ຂະແໜງສາທາລະນະສຸກ ຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ.
ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ເມື່ອບໍ່ດົນມານີ້, ການນໍາຂັ້ນສູງຈາກກະຊວງສາທາລະນະສຸກ ແລະ ສະຖານທູດຣາຊະ ອານາຈັກລຸກຊຳບວກ, ພ້ອມດ້ວຍບັນດາຄູ່ຮ່ວມງານຈາກອົງການສະຫະປະຊາຊາດ (UNFPA, UNICEF ແລະ WHO) ໄດ້ລົງຢ້ຽມຢາມແຂວງສະຫວັນນະເຂດເມື່ອບໍ່ດົນມານີ້ ເພື່ອຕິດຕາມ ການຈັດຕັ້ງປະຕິບັດແຜນງານຮ່ວມຂອງອົງການສະຫະປະຊາຊາດ, ປະເມີນຄຸນນະພາບ ແລະ ຄວາມ ພ້ອມໃນການສະໜອງການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).
ເພີ່ມເຕີມ