ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ລາຍງານໃຫ້ຮູ້ໃນວັນທີ 17 ເມສາ ຜ່ານມາວ່າ: ໃນໄລຍະ 6 ວັນ ຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ນັບແຕ່ວັນທີ 11-16 ເມສາ 2026, ມີຄົນເຈັບເຂົ້າມາໃຊ້ບໍລິການຢູ່ພະແນກສຸກເສີນ ທັງໝົດ 1,128 ຄົນ. ໃນນັ້ນ, ຄົນເຈັບເກີດຈາກ ອຸບັດເຫດຕາມທ້ອງຖະໜົນ 326 ຄົນ ຍິງ 86 ຄົນ, ເຂົ້ານອນໂຮງໝໍ 68 ຄົນ, ເຂົ້າຫ້ອງ ICU 8 ຄົນ ແລະ ເສຍຊີວິດ 1 ຄົນ. ສະເພາະວັນທີ 14 ເມສາ ມີຄົນເຈັບເຂົ້າມາປິ່ນປົວຫຼາຍທີ່ສຸດ ມີທັງໝົດ 222 ຄົນ. ໃນນັ້ນ, ຄົນເຈັບເກີດຈາກອຸບັດເຫດ 79 ຄົນ, ນອນ ICU 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຄົນເຈັບທີ່ເກີດຈາກອຸບັດເຫດແມ່ນຫຼຸດລົງ.
ໂອກາດນີ້, ທ່ານ ສອນໄຊ ລາດຊະວົງ ຍັງໄດ້ຝາກເຖິງທຸກຄົນ ໃຫ້ມີສະຕິລະມັດລະວັງໃນການຂັບຂີ່ ແນໃສ່ຫຼີກຽງການເກີດອຸບັດເຫດຕາມທ້ອງຖະໜົນ.
ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ
ຄໍາເຫັນ