![]() |
ທ່ານຄຳຫວັນ ສີສະໝຸດ ໄດ້ຜ່ານປະຫວັດຄວາມເປັນມາ ຂອງວັນຜູ້ບໍລິຈາກເລືອດໂລກ ໃນທຸກໆປີໃນວັນທີ 14 ມິຖຸນາ ປະເທດຕ່າງໆໃນທົ່ວໂລກໄດ້ສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ, ເປັນວັນອຸທິດຕົນເພື່ອສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດໂດຍສະໝັກໃຈປະກອບສ່ວນບໍລິຈາກເລືອດຂອງຕົນເອງເພື່ອຊ່ວຍຊີວິດເພື່ອນມະນຸດດ້ວຍກັນ. ການໃຫ້ເລືອດແມ່ນເປັນການໃຫ້ຊີວິດ ໂດຍສະເພາະແມ່ນການຊ່ວຍຊີວິດແມ່ຍິງທີ່ມີເລືອດໄຫຼຈາກການຖືພາ ຫຼື ເກີດລູກ ເຊັ່ນດຽວກັບເດັກນ້ອຍທີ່ທຸກທໍລະມານຈາກການເກີດພະຍາດເລືອດຈາງຮ້າຍແຮງ, ການປິ່ນປົວໃນຂັ້ນວິກິດ, ການຜ່າຕັດ ແລະ ອື່ນໆ. ໃນເດືອນພຶດສະພາ ປີ 2005 ກອງປະຊຸມອົງການອະນາໄມໂລກຄັ້ງທີ 58 ໄດ້ມີການລົງນາມຂໍ້ຕົກລົງໃນການສະໜັບສະໜູນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ໄດ້ກຳນົດເອົາວັນທີ 14 ມິຖຸນາ ເປັນວັນຜູ້ບໍລິຈາກເລືອດໂລກ ແລະ ໃຫ້ຈັດກິດຈະກຳສະເຫຼີມສະຫຼອງໃນທຸກໆປີ,ຊຶ່ງວັນດັ່ງກ່າວເປັນວັນຄ້າຍວັນເກີດຂອງທ່ານ ຄານ ແລນສະແທນເນີ (Karl Landsteiner) ນັກວິທະຍາສາດ ຊາວໂອຕະຣິດ ທີ່ເປັນຜູ້ຄົ້ນພົບໝວດເລືອດ A,B,O ຜູ້ທຳອິດ ຖືວ່າເປັນການໄຂສັກກະລາດໃໝ່ຂອງການສົ່ງເລືອດທີ່ປອດໄພໃຫ້ແກ່ຄົນເຈັບ.
ໃນປີ 2025 ນີ້, ສະພາແຫ່ງຊາດໄດ້ມີມະຕິຕົກລົງຮັບຮອງເອົາແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດທົ່ວປະເທດໃຫ້ບັນລຸ 80,400 ຖົງ.ໃນນີ້, ສູນກາງຕ້ອງໃຫ້ບັນລຸ 34,000 ຖົງ ແລະ ທ້ອງຖິ່ນຕ້ອງໃຫ້ບັນລຸ46,400 ຖົງໂດຍແບ່ງຕົວເລກໃຫ້ແຕ່ລະແຂວງນຳໄປຈັດຕັ້ງປະຕິບັດ. ໃນປີຕໍ່ໆໄປຈະມີການເພີ້ມຂຶ້ນແຕ່ລະປີ ຮອດປີ 2030 ຕ້ອງໃຫ້ບັນລຸ120,000 ຖົງ ແລະ ການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນໃຫ້ກວມເອົາເປັນສ່ວນໃຫຍ່. ສຳລັບຄາດໝາຍສູ້ຊົນຂອງເມືອງເລົ່າງາມລວມທັງໝົດໃນປີ 2025 ແມ່ນ 150 ຖົງ, ຈັດຕັ້ງປະຕິບັດໄດ້ແລ້ວ 18 ຖົງ, ຍັງອີກ 132 ຖົງຈິ່ງຈະບັນລຸຄາດໝາຍສູ້ຊົນ.ຈາກນັ້ນ, ພິທີໄດ້ຮັບສະໝັກລົງທະບຽນ, ກວດເລືອດ, ກວດສຸຂະພາບ ຜູ້ທີ່ຈະບໍລິຈາກເລືອດ ຊຶ່ງມີຜູ້ເຂົ້າສະໝັກທີ່ມີສຸຂະພາບແຂງແຮງສາມາດໃຫ້ການບໍລິຈາກເລືອດທັງໝົດ 8 ຄົນ ຍິງ 5 ຄົນ, ໄດ້ເລືອດຕົວຈິງຈຳນວນ 8 ຖົງ.
![]() |
(ຂ່າວ - ພາບ: ແວວມະນີ ຄຳສິງສະຫວັດ)
ຄໍາເຫັນ