ຂ່າວສານຊີອາໄອ ລາຍງານໃນວັນທີ 29 ມັງກອນ ຜ່ານມາວ່າ: ໃນຖານະເປັນມໍລະດົກທາງວັດທະນະທຳຂອງທົ່ວມວນມະນຸດ, ບຸນກຸດຈີນ ເລີ່ມມີອິດທິພົນນັບມື້ນັບຫຼາຍຂຶ້ນ.
ໃນຊຸມປີມໍ່ໆມານີ້, ປະເທດແລະພາກພື້ນໃນອາຊີໄດ້ກຳນົດໃຫ້ ວັນປີໃໝ່ຂອງຈີນເປັນວັນພັກລັດຖະການ ຊຶ່ງລວມມີຫວຽດນາມ, ສປປ ເກົາຫຼີ, ສ ເກົາຫຼີ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ ແລະ ບຣູໄນເປັນຕົ້ນ.
ໃນສິງກະໂປແລະມາເລເຊຍ,ເມື່ອປີໃໝ່ຈີນໝູນວຽນມາເຖິງ, ຖະໜົນຫົນທາງທຸກແຫ່ງກໍຄຶກຄັກໄປດ້ວຍບັນຍາກາດປີໃໝ່.
ປັດຈຸບັນ, ຢູ່ບາງປະເທດໃນທະວີບອາເມຣິກາແລະອາຟຣິກາ ວັນປີໃໝ່ຈີນໄດ້ຖືກກຳນົດເປັນວັນພັກລັດຖະການ. ເມື່ອຮອດປີໃໝ່ຈີນ, ທ້ອງຖິ່ນເຫຼົ່ານີ້ກໍຈະຈັດກິດຈະກຳສະເຫຼີມສະຫຼອງ ເຊັ່ນ: ການເຊີດມັງກອນເຊີດສິງໂຕ, ຂະບວນແຫ່ລົດດອກໄມ້ ແລະອື່ນໆທີ່ມີສີສັນຫຼາກຫຼາຍ.
ໃນເອີຣົບ, ວັນປີໃໝ່ຈີນບໍ່ແມ່ນວັນພັກລັດຖະການ, ແຕ່ຢູ່ນະຄອນຫຼວງປາຣີປະເທດຝຣັ່ງ, ນະຄອນຫຼວງແບກແລງປະເທດເຢຍລະມັນ ແລະຫຼາຍໆແຫ່ງ ລ້ວນແຕ່ຈະຈັດກິດຈະກຳຕ່າງໆ ເຊັ່ນ: ການສະແດງຮ້ອງແລະຟ້ອນ, ການເຊີດມັງກອນເຊີດສິງໂຕ ເປັນຕົ້ນເພື່ອສະເຫຼີມສະຫຼອງປີໃໝ່ຈີນ ແລະ ສຳຜັດມົນສະເໜ່ຂອງວັດທະນະທຳອັນເປັນມູນເຊື້ອຂອງຈີນ.
ຄໍາເຫັນ