ແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າດີ ຈະເປີດໃຫ້ບໍລິການໃນເດືອນກຸມພາ 2024

ແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າດີ ຈະເປີດໃຫ້ບໍລິການໃນເດືອນກຸມພາ 2024
ໂດຍ: ຍຸພິນທອງ
ທ່ານ ສີສະຫວັນ ມາຍົງເຊິນ ປະທານກຸ່ມບໍລິສັດຮຸ່ງອາລຸນ ໃນນາມຜູ້ອໍານວຍການຂອງບໍລິສັດນໍ້າດີ ພັດທະນາ ຈໍາກັດຜູ້ດຽວ ຊຶ່ງເປັນບໍລິສັດລູກຂອງກຸ່ມບໍລິສັດຮຸ່ງອາລຸນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 22 ທັນວາຜ່ານມາ ວ່າ: ໂດຍໄດ້ຮັບສິດຈາກພາກລັດໃຫ້ເປັນຜູ້ມາພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າດີ ຊຶ່ງຕັ້ງຢູ່ບ້ານນໍ້າດີ  ເມືອງແລແຂວງຫຼວງນໍ້າທາ ບ້ານນໍ້າດີຫ່າງຈາກເທດສະບານແຂວງຫຼວງນໍ້າທາພຽງແຕ່ 4 ກິໂລແມັດ, ເສັ້ນທາງເຂົ້າບ້ານນໍ້າດີກໍມີຄວາມສະດວກ.
ທ່ານ ສີສະຫວັນ ມາຍົງເຊິນ  ກ່າວວ່າ: ນໍ້າຕົກຕາດນໍ້າດີມີຈຸດພິເສດ ແມ່ນມີຄວາມສຳຄັນແລະ ຜູກພັນຄູ່ກັບເມືອງຫຼວງນໍ້າທາມາຍາວນານ ຊຶ່ງເມື່ອກ່ອນນໍ້າຕັກຕາດນໍ້າດີເປັນແຫຼ່ງນໍາໃຊ້ນໍ້າປະປາທີ່ທາງແຂວງຊົມໃຊ້; ແລະເປັນສະຖານທີ່ທ່ອງທ່ຽວພັກຜ່ອນທັງຄົນພາຍໃນແລະຕ່າງປະເທດຕະຫຼອດມາ,ຕົນມີຄວາມຮູ້ສຶກດີໃຈທີ່ໄດ້ຮັບໂອກາດມາພັດທະນາຍົກລະດັບໃຫ້ມີສິ່ງອຳນວຍຄວາມສະດວກ, ທີ່ພັກຮ້ານອາຫານແລະສ້າງກິດຈະກຳໃຫ້ມີຄວາມຫຼາກຫຼາຍ. ການປັບປຸງແຫຼ່ງທ່ອງທ່ຽວແມ່ນໄດ້ຈັດແບ່ງອອກເປັນສອງໄລຍະຄື: ໄລະຍະທີໜຶ່ງປຸກສ້າງຮ້ານອາຫານ, ຮ້ານກາເຟ ແລະ ໄລຍະທີສອງແມ່ນມີໜ້າວຽກປັບປຸງຂົວອູ່, ເສັ້ນທາງຍ່າງປ່າຊົມຮ່ອງຮອຍປະຫວັດສາດຢູ່ເທິງຈອມພູທົ່ງດີ. ປັບປຸງສິ່ງອຳນວຍຄວາມສະດວກ ການບໍລິການທີ່ຫຼາກຫຼາຍ ສາມາດໃຫ້ບໍລິການແຂກທັງພາຍໃນ ແລະ ຕ່າງປະເທດ.ປະຫວັດສະຖານທີ່ທ່ອງທ່ຽວບ້ານນໍ້າດີແຂວງຫຼວງນໍ້າທາເປັນແຂວງໜຶ່ງທີ່ມີຫຼາຍຊົນເຜົ່າໜຶ່ງໃນນັ້ນກໍແມ່ນຊົນເຜົ່າແລນແຕນ ອາໄສຢູ່ຫຼາຍ ໃນ ສປປ ລາວ ທີ່ຍັງຮັກສາເອກະລັກ-ວັດທະນະທຳຂອງເຜົ່າໄດ້ດີ. ບ້ານນໍ້າດີ ເປັນໜຶ່ງໃນ 5 ໝູ່ບ້ານມີເຜົ່າແລນແຕນຂອງແຂວງ, ຊື່ຂອງບ້ານນໍ້າດີແມ່ນຕັ້ງຂຶ້ນ ຕາມສາຍນໍ້າດີ ທີ່ໄຫຼຜ່ານບ້ານ, ເປັນສາຍນໍ້າທີ່ກໍາເນີດມາຈາກ ພູໝາກມ່ວງສາມຕົ້ນ ຊຶ່ງເປັນພູທີ່ມີສາຍນໍ້າໄຫຼແຍກເປັນແມ່ນໍ້າ 3 ສາຍຄື: ນໍ້າດີ, ນໍ້າປາງຟາດ ແລະ ຫ້ວຍປານນາ. ນໍ້າຕົກຕາດນໍ້າດີໄຫຼມາຈາກສາຍນໍ້າຫ້ວຍປານນາ ທີ່ເປັນແຫຼ່ງນໍ້າດື່ມຂອງຊາວບ້ານ.  ການນຸ່ງຖືຂອງຊົນເຜົ່າແລນແຕນ ແມ່ນຜ້າຝ້າຍຍ້ອມດ້ວຍສີຄາມ, ສີນິນ (ໃບຫ້ອມ, ໃບຄາມ) ແລະ ປະດັບເອ້ດ້ວຍເຄື່ອງເງິນ. ເມື່ອກ່ອນເຜົ່າແລນແຕນໄດ້ຍົກຍ້າຍຖິ່ນກຳເນີດມາຈາກພາກໃຕ້ຂອງປະເທດຈີນໄດ້ 2 ຫາ 3 ສະຕະວັດແລ້ວ ແລະ ພວກເຂົາກໍໄດ້ນໍາເອົາວັດທະນະທໍາ ແລະ ຄວາມເຊື່ອຖື ປະສົມປະສານລະຫວ່າງລັດທິເຕົ໋າ (ນັກປາດຈີນບູຮານເປັນຜູ້ສ້າງຂຶ້ນ), ບັນພະບູລຸດ ແລະ ການເຊື່ອຖືຜີ. ເຜົ່າແລນແຕນມັກອາໄສຢູ່ຕາມແຄມແມ່ນໍ້າ  ເນື່ອງຈາກເຂົາເຈົ້າມີພື້ນຖານການດຳລົງຊີວິດກັບການຜະລິດແຜ່ນແພ ທີ່ຍ້ອມສີນ້ຳຄາມ, ນໍ້ານິນແລະ ຜະລິດເຈ້ຍໜໍ່ໄມ້. ນອກນັ້ນ ຍັງມີການນຳໃຊ້ພາສາຂຽນດ້ວຍຕົວອັກສອນຈີນບູຮານທີ່ໃຊ້ໃນພິທີກຳທາງສາສະໜາ. ບ້ານນໍ້າດີໄດ້ເລີ່ມເປີດເປັນບ້ານທ່ອງທ່ຽວດ້ານທໍາມະຊາດ  ແລະ  ວັດທະນະທໍາມາແຕ່ ປີ 1995 ໂດຍໄດ້ອາໄສທ່າແຮງນໍ້າຕົກຕາດ ແລະ ມູນເຊື້ອວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊົນເຜົ່າແລນແຕນ ຊຶ່ງຜ່ານມາໄດ້ຮັບທຶນຊ່ວຍເຫຼືອໃນການສ້າງສາລາພັກຜ່ອນ, ເສັ້ນທາງຍ່າງປ່າ, ຫ້ອງນໍ້າ, ຮ້ານຈໍາໜ່າຍຜະລິດຕະພັນຫັດຖະກໍາຊາວບ້ານ, ໂອນຊາ, ຂົວອູ່, ລານຖ່າຍຮູບ, ຂົວຂ້າມນໍ້າ, ໂດຍທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານນິວຊີແລນ. 
ທ່ານ ສີສະຫັວນ ມາຍົງເຊິນ  ໄດ້ກ່າວຕື່ມອີກວ່າ: ພ້ອມດຽວກັນນີ້ໃນໂອກາດປີ 2024 ເປັນປີທ່ອງທ່ຽວລາວ ບໍລິສັດນໍ້າດີ ພັດທະນາ ຈໍາກັດຜູ້ດຽວ ໄດ້ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງນໍ້າທາ ຈະໄດ້ຈັດກິດຈະກໍາເທດສະການດົນຕີນໍ້າທາມິວສິກ ຄານິໂວ(Namtha Music Carnival) ເປັນເທດສະການທີ່ລວມເອົາດົນຕີ ແລະ ກິລາ ເຂົ້ານໍາກັນ ເປັນກິດຈະກໍາທີ່ມີຄວາມແປກໃໝ່; ໃນຮູບແບບຂອງການຈັດງານນັ້ນແມ່ນໄດ້ເນັ້ນໃນການມີສ່ວນຮ່ວມຂອງປະຊາຊົນ ບັນດາບ້ານ ແລະ ປະຊາຊົນພາຍໃນແຂວງເປັນເປັນຕົ້ນຕໍໂດຍສະເພາະມີສ່ວນຮ່ວມໃນການຈັດຫາສະຖານທີ່ພັກແບບກາງເຕັ້ນ ແມ່ນໃຫ້ແຕ່ລະບ້ານຮັບຜິດຊອບໃນການເປີດໃຫ້ບໍລິການ; ເພື່ອໃຫ້ບ້ານມີລາຍໄດ້ຮ່ວມ ພ້ອມທັງໃຫ້ບ້ານເປັນໜ່ວຍຮັບຜິດຊອບໃນການຈັດຫາອາຫານໃຫ້ແຂກທີ່ມາພັກ; ການບໍລິການຮັບ-ສົ່ງ ພ້ອມນີ້ກໍຍັງຈະໃຫ້ບັນດາສະມາຄົມລົດຕູ້, ລົດຕຸກໆ ແລະ ຜູ້ທີ່ສົນໃຈເອົາລົດຈັກຂອງຕົນມາຮ່ວມໃຫ້ບໍລິການ ເພື່ອອໍານວຍຄວາມສະດວກໃຫ້ແກ່ແຂກທີ່ເຂົ້າຮ່ວມງານ ຊຶ່ງໃນການບໍລິການແມ່ນຈະນໍາໃຊ້ລະບົບແອັບພີເຄຊັນ ໃນການນັດໝາຍ ເອີ້ນເອົາລົດຮັບສົ່ງ. 
ສໍາລັບງານເທດສະການດົນຕີນໍ້າທາມິວສິກຄານິໂວ ແມ່ນຈະຈັດຂຶ້ນໃນທ້າຍເດືອນກຸມພາ ໃນລະຫວ່າງວັນທີ 16 – 24 ປີ 2024; ໃນນັ້ນວັນທີ 16ແລະ 17 ກຸມພາ ຈະມີກິດຈະກໍາແຂ່ງຂັນກິລາພື້ນບ້ານມີ ກິລາກະຕໍ້ຫວາຍ, ເຕະບານ; ວັນທີ 22 ແລະ 23 ກຸມພາ ກິດຈະກໍາແຂ່ງຂັນລົດຖີບ ແລະກິດຈະກໍາອື່ນໆ ແລະ ເຊື່ອມຕໍ່ໃສ່ບຸນສະຫຼອງພະທາດປຸມປຸກ ຫຼັງຈາກສໍາເລັດພິທີສະຫຼອງບຸນແລ້ວ, ໃນວັນທີ 23 ແລະ 24 ກຸມພາ ຈະແມ່ນກິດຈະກໍາເທດສະການດົນຕີ.ການເປີດນໍາໃຊ້ແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າດີ ແມ່ນຈະຖືເອົາມື້ເປີດງານເທດສະການດົນຕີເປັນມື້ເປີດຢ່າງເປັນທາງການ ຊຶ່ງຖືກກັບວັນທີ 23 ກຸມພາ 2024 ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວ. ປັດຈຸບັນແມ່ນພວມດໍາເນີນການພັດທະນາໄລຍະທີສອງ ສືບຕໍ່ສ້າງກິດຈະກໍາຊົມວິວຢູ່ເທິງຈອມພູທົ່ງດີໃຫ້ສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍຂຶ້ນ, ໄລຍະທາງຈາກຈຸດນໍ້າຕົກຕາດນໍ້າດີຍ່າງຂຶ້ນໄປຮອດຈອມພູທົ່ງດີ ປະມານ1,8 ກິໂລແມັດ ໃຊ້ເວລາ 1 ຊົ່ວໂມງໃນການຍ່າງ ເມື່ອຂຶ້ນຮອດຈອມພູຈະເຫັນວິວທີວທັດເທດສະບານ ທັງໝົດຂອງຕົວເມືອງຫຼວງນໍ້າທາ.ໂອກາດນີ້ ທ່ານ ກໍໄດ້ຝາກເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຢາກໃຫ້ໄປຮ່ວມງານເທດສະການດົນຕີຂອງແຂວງຫຼວງນໍ້າທາ ຊຶ່ງໃນງານປະກອບມີ 3 ເວທີ; ເວທີໃຫຍ່ແມ່ນເທດສະການດົນຕີສາກົນ; ເວທີວັດທະນະທໍາ ແລະ ເວທີຟັງເພງແບບສະບາຍ ຊຶ່ງໃນງານຄັ້ງນີ້ແມ່ນຈະໄດ້ເຊີນເອົາສິລະປິນທີ່ມີຊື່ສຽງຈາກ ສິບສອງປັນນາສປຈີນ, ປະເທດໄທ ແລະ ຫວຽດນາມເຂົ້າຮ່ວມອີກດ້ວຍ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ