ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ
ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມລິເລີ່ມການພັດທະນາຫຼັກສູດການຝຶກອົບຮົມໄລຍະສັ້ນດ້ານການເງິນສາທາລະນະສຸກ ແລະ ເສດຖະສາດສາທາລະນະສຸກ ພ້ອມທັງການພິຈາລະນາເຊື່ອມສານເນື້ອໃນດັ່ງກ່າວເຂົ້າໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຂອງທ່ານ ມາຍຟອງ ມາຍຊາຍ ອະທິການບໍດີ ມວສ, ມີອົງການແຮງງານສາກົນ, ຜູ້ຕາງໜ້າຈາກອົງການ LOMWRU, CHAI, WHO, UNICEF, NITAG, HITAP, NUS, UNFPA, NIPH (Cambodia), KOFIH, ມີຄະນະບໍດີ-ຮອງຄະນະບໍດີ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລເລມພດທະນາຫກສດຝກອບຮມໄລຍະສນດານການເງນ-ເສດຖະສາດສາທາລະນະສກ - image 1
 

 

ກອງປະຊຸມຄັ້ງນີ້, ເປັນການລິເລີ່ມສ້າງ, ເສີມຂະຫຍາຍ ແລະ ແລກປ່ຽນຮຽນຮູ້ດ້ານການເງິນສາທາລະນະສຸກ ແລະ ເສດຖະສາດສາທາລະນະສຸກ ເປົ້າໝາຍເພື່ອການພັດທະນາຫຼັກສູດການຝຶກອົບຮົມໄລຍະສັ້ນ ແລະ ພິຈາລະນາເຊື່ອມສານເນື້ອໃນດັ່ງກ່າວເຂົ້າໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ. ໃນນັ້ນ, ໄດ້ມີການນໍາສະເໜີສະພາບລວມແຜນການພັດທະນາຫຼັກສູດເສດຖະສາດ-ການເງິນ ສາທາລະນະສຸກ ເປັນ 4 ໂມດູນ (module): ການເງິນສາທາລະນະສຸກແບບປະຍຸກໃຊ້; ເສດຖະສາດສາທາລະນະສຸກແບບປະຍຸກໃຊ້; ການປະເມີນຄວາມຄຸ້ມຄ່າທາງການແພດ ແລະ ສາທາລະນະສຸກ ແລະ ການປະເມີນເຕັກໂນໂລຊີທາງການແພດ. ຫຼັງຈາກນັ້ນ, ໄດ້ມີການເຮັດໝູນວຽນກຸ່ມສົນທະນາ ເພື່ອປຶກສາຫາລື ແລະ ຮ່ວມກັນພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນ. ພ້ອມນັ້ນ, ໄດ້ການນໍາສະເໜີລາຍວິຊາທີ່ກ່ຽວຂ້ອງກັບເສດຖະສາດ-ການເງິນ ສາທາລະນະສຸກ ທີ່ມີໃນຫຼັກສູດປະລິນຍາໂທ ຂອງຄະນະສາທາລະນະສຸກສາດ ແລະ ເຮັດການໝູນວຽນກຸ່ມສົນທະນາ ເພື່ອປຶກສາຫາລືການເຊື່ອມສານລາຍວິຊາຂອງເສດຖະສາດ-ການເງິນ ສາທາລະນະສຸກ ເຂົ້າໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ.

ລເລມພດທະນາຫກສດຝກອບຮມໄລຍະສນດານການເງນ-ເສດຖະສາດສາທາລະນະສກ - image 2
 

(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ)

ຄໍາເຫັນ

ຂ່າວສາທະລະນະສຸກ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ແຂວງສາລະວັນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ.
ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ໃນວັນທີ 7 ກໍລະກົດ ຜ່ານມານີ້ ທີ່ຫ້ອງປະຊຸມບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ, ອົງການກາແດງແຫ່ງຊາດລາວ ຮ່ວມກັບ ອົງການກາແດງແຂວງ ແລະ ເມືອງ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ຈຳນວນ 54 ຄອບຄົວ ທີ່ມາຈາກ 7 ບ້ານເປົ້າໝາຍ ຄື: ບ້ານກາງ, ບ້ານທ່ານາ, ບ້ານທ່າປໍ, ບ້ານມ່ວງເໜືອ, ບ້ານມ່ວງໃຕ້, ບ້ານດອນ ແລະ ບ້ານແຄ ລວມມູນຄ່າທັງໝົດ 43 ລ້ານກວ່າກີບ. ເປັນກຽດໃນພິທີມອບ ຂອງ ​ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ມີ ອຳນາດການປົກຄອງແຂວງ, ຈາກອົງການກາແດງແຫ່ງຊາດລາວ, ອົງ ການກາແດງແຂວງ, ເມືອງ, ອຳນາດການປົກຄອງຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນທັງ 7 ບ້ານ ເຂົ້າຮ່ວມເປັນສັກຂີພິຍານ.
ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ວັນທີ່ 7 ກໍລະກົດ 2026 ທີ່ຫ້ອງປະຊຸມອົງການຊ່ວຍເຫຼືອເດັກແຂວງຫຼວງພະບາງ, ໄດ້ມີພິທີປີດຊຸດອົບຮົມ ໃຫ້ຄູ່ຮ່ວມມືຂັ້ນແຂວງ ກ່ຽວກັບການ ປ່ຽນແປງດິນຟ້າອາກາດ, ການເຮັດວຽກຮ່ວມກັບຊຸມຊົນ, ຄວາມສະເໝີພາບ ບົດບາດຍິງ-ຊາຍ ແລະຄວາມເປັນພິການ ໃນການມີສ່ວນຮ່ວມໃນສັງຄົມ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ.
ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ແລະ ອົງການຄລິນຕັນ ເພື່ອເຂົ້າເຖິງວຽກງານການຮັກສາສຸຂະພາບ (CHAI) ປະຈໍາສປປ ລາວ (Clinton Health Access Initiative, CHAI) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນຂອງຂະແໜງສາທາລະນະສຸກຢູ່ ສປປ ລາວ ຂຶ້ນໃນວັນທີ 3 ກໍລະກົດຜ່ານມາ ທີ່ກະຊວງສາທາລະນະສຸກ.
ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ໃນວັນທີ 29 ມິຖຸນາຜ່ານມານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເປີດຊຸດຝຶກອົບຮົມ "ການປະເມີນຂີດຄວາມສາມາດຂອງຊຸມຊົນໃນການຮັບມືກັບໄພພິບັດ (EVCA) ແລະ ລະບົບການແຈ້ງເຕືອນໄພໃນຊຸມຊົນ (CEWS)" ຂຶ້ນທີ່ເມືອງບຸນໃຕ້ ແຂວງຜົ້ງສາລີ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ; ມີບັນດາຄະນະນຳ, ພະນັກງານກາແດງຂັ້ນສູນກາງ, ແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ເຂົ້າຮ່ວມ.
ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ໃນວັນທີ 29 ມິຖຸນາຜ່ານມາ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ (18/6/1965-18/6/2026) ໃນວັນທີ 19 ມິຖຸນາຜ່ານມາ, ທີ່ເມືອງລະມາມ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ເປີດເຜີຍເຖິງຄວາມພ້ອມ ແລະ ແຜນຍຸດທະສາດໃນການເຝົ້າລະວັງ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດໃນລະດູຝົນເປັນຕົ້ນແມ່ນ ໄຂ້ຍຸງລາຍ (ໄຂ້ເລືອດອອກ), ພະຍາດຖອກທ້ອງ ແລະ ພະຍາດທີ່ມັກເກີດຂຶ້ນໃນລະດູຝົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ໃນວັນທີ 16 ມິຖຸນາ 2026 ວ່າ:ໂດຍສະເພາະດ້ານກົນໄກການເຝົ້າລະວັງ ແລະ ລະບົບລາຍງານດິຈິຕອນ ແຂວງຄໍາມ່ວນ ມີຕາໜ່າງບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ລວມ 214 ແຫ່ງ ທີ່ປະສານງານກັນຢ່າງເປັນລະບົບ ໂດຍອີງຕາມລະບົບເຝົ້າລະວັງແຫ່ງຊາດ ຕາມ 19 ອາການ/ພະຍາດ.
ເພີ່ມເຕີມ