ລົງນາມວ່າດ້ວຍການບໍລິການທາງການແພດແລະປິ່ນປົວສຸຂະພາບ

ລົງນາມວ່າດ້ວຍການບໍລິການທາງການແພດແລະປິ່ນປົວສຸຂະພາບ
ໂຮງໝໍມິດຕະພາບໄດ້ຈັດພິທີເຊັນສັນຍາວ່າດ້ວຍການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບ ລະຫວ່າງໂຮງໝໍມິດຕະພາບ ແລະ ບໍລິສັດ ຈົງຈີ ປະກັນໄພ ຈໍາກັດຂຶ້ນໃນວັນທີ 8 ທັນວານີ້ ທີ່ໂຮງໝໍດັ່ງກ່າວ ຕາງໜ້າລົງນາມໃນຄັ້ງນີ້ໂດຍທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ຈັນດີ ສີສະວາ ຮອງຜູ້ອໍານວຍການບໍລິສັດ ຈົງຈີ ປະກັນໄພ ຈໍາກັດໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍມີຄະນະອໍານວຍການໂຮງໝໍ, ຄະນະພະແນກການຕ່າງໆ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ການລົງນາມໃນຄັ້ງນີ້ແນໃສ່ເພີ່ມທະວີຮ່ວມມືເພື່ອບໍລິການທາງດ້ານການແພດ ແລະ ປິ່ນປົວສຸຂະພາບໃຫ້ແກ່ລູກຄ້າທີ່ໄດ້ຊື້ປະກັນໄພສຸຂະພາບກັບບໍລິສັດ ຈົງຈີ ປະກັນໄພ ທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ລູກຄ້າ ຄືກັບການໃຫ້ບໍລິການປິ່ນປົວດ້ານສຸຂະພາບທົ່ວໄປຂອງບັນດາພໍ່ແມ່ປະຊາຊົນ, ຊາວຄ້າຂາຍ ລວມເຖິງພະນັກງານ-ລັດຖະກອນ, ນັກທຸລະກິດທີ່ມາໃຊ້ບໍລິການກວດສຸຂະພາບທົ່ວໄປ ຫຼືປິ່ນປົວພາຍໃນໂຮງໝໍມິດຕະພາບດ້ວຍການບໍລິການທີ່ສະດວກພຽງແຕ່ນໍາໃຊ້ການສະແກນ QR Code ໃນບັດປະກັນສຸຂະພາບ ຫຼື ບັດເອເລັກໂທຣນິກໃນມືຖືກໍສາມາດເບິ່ງເຫັນວົງເງິນການປິ່ນປົວ ແລະ ຂອບເຂດການຄຸ້ມຄອງຂອງລູກຄ້າໄດ້ຢ່າງຄົບຖ້ວນ, ສະດວກ,ວ່ອງໄວ, ທັນໃຈ ແລະ ທັນສະໄໝ.
ໂຮງໝໍມິດຕະພາບ ເປັນໂຮງໝໍສູນກາງປິ່ນປົວທົ່ວໄປ ໂດຍມີຫຼາຍຂະແໜງການເຊັ່ນ: ລະບົບປະສາດ, ພາຍໃນທົ່ວໄປ, ຊຶມເຊື້ອ-ພະຍາດເຂດຮ້ອນ, ປະສູດ-ພະຍາດຍິງ-ແມ່ ແລະ ເດັກ, ຜ່າຕັດທົ່ວໄປ, ຫູ-ດັງ-ຄໍ-ຕາ ແລະ ຄາງໜ້າ, ທັນຕະກໍາ, ຟື້ນຟູຊີບ, ກວດເຂດນອກ, ສຸກເສີນ, ກາຍຍະບຳບັດ, ວິເຄາະ, ລັງສີ-ສູນສາຍແສງ ແລະ ຍັງມີວຽກທີ່ເປັນບຸລິມະສິດໃນການລົງເລິກຊ່ຽວຊານໃນລະດັບສູງຂອງ ສປປ ລາວ ເປັນຕົ້ນ ຂະແໜງກະທົບ-ຜ່າຕັດກະດູກ, ຜ່າຕັດສະໝອງ-ສັນຫຼັງ, ໄຂ່ຫຼັງທຽມ (ຟອກເລືອດ), ການແພດພື້ນເມືອງ ແລະສູນມະເຮັງ. ໃນນັ້ນ, ຜ່ານມາໂຮງໝໍມິດຕະພາບໄດ້ມີການເຊັນສັນຍາການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບດັ່ງນີ້:ບໍລິສັດ ໂຊກໄຊ ປະກັນໄພ; ບໍລິສັດ ພົງສະຫວັນ (ເອພີເອ); ບໍລິສັດ ວຽງຈັນປະກັນໄພ; ບໍລິສັດເທບຈະເລີນ ປະກັນໄພ ຈໍາກັດ; ບໍລິສັດທິບພະຍະປະກັນໄພ; ພາກສ່ວນມະຫາວິທະຍາໄລແຫ່ງຊາດ (ໂດຍສະເພາະແມ່ນນັກສຶກສາຕ່າງປະເທດ); ພາກສ່ວນກູ້ໄພມູນນິທິຈີນ 1628.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສາທະລະນະສຸກ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

ໂຮງໝໍມິດຕະພາບໄດ້ຈັດພິທີສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ປາຖະກະຖາວັນສາທາລະນະສຸກ (ວັນແພດລາວ ຄົບ ຮອບ 60 ປີ) ຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີຄະນະອໍານວຍການໂຮງໝໍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ເມືອງວຽງຄໍາ ແຂວງວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ ເພື່ອແກ້ໄຂບຸກຄະລາກອນທາງການແພດໃນຂົງເຂດວຽກງານສາທາລະນະສຸກ ກໍຄືພະຍາບານຜະດຸງຄັນໃນອະນາຄົດ. ທ່ານ ນາງ ແຜວຄໍາ ອິນທະວົງ ຫົວໜ້າໜ່ວຍງານຄຸ້ມຄອງນັກສຶກສາ ຄູສອນພະຍາບານ ແລະ ພະຍາບານຜະດຸງຄັນ ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ກໍລະກົດ ​ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວວ່າ: ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ປີ 2004 ມີໜ້າທີກໍ່ສ້າງບຸກຄະລາກອນສາທາລະນະສຸກໃນລະດັບຊັ້ນສູງ ມີທັງພະນັກງານຮຽນເຊື່ອມຕໍ່ ແລະ ນັກສຶກສາສາຍກົງ ຫຼື ຮຽນຈົບ ມ7.
ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂດຍ: ວັນເພັງ ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ. ທ່ານ ວົງເທວີ ຈັນຄໍາມະວົງ ຜູ້ອໍານວນການໂຮງໝໍແຂວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບ ແລະ ສຸຂະພາບຈະເລີນພັນໄລຍະຜ່ານມາຕໍ່ສື່ມວນຊົນ ໃນວັນທີ 1 ກໍລະກົດ ຜ່ານມານີ້.
ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ໂດຍ: ວັນເພັງ ໃນໂອກາດພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ກະຊວງສາທາລະນະສຸກ. ທ່ານບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນລາຍງານການຊີ້ນໍາ-ນໍາພາວຽກງານຮອບດ້ານ ໄລຍະຜ່ານມາຂອງຂະແໜງສາທາລະນະສຸກຕໍ່ພິທີດັ່ງກ່າວ ໂດຍສະເພາະໃນໄລຍະຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ.
ເລົ່າງາມສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025.

ເລົ່າງາມສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025.

ເນື່ອງໃນໂອກາດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາພາຍໃຕ້ຄຳຂວັນ “ໃຫ້ເລືອດ, ໃຫ້ຄວາມຫວັງ, ຮ່ວມໃຈກັນຊ່ວຍຊີວິດ”. ໃນຕອນເຊົ້າຂອງວັນທີ 26 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025ຂຶ້ນ ໂດຍການເປັນປະທານຂອງທ່ານ ຄຳຫວັນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ, ມີທ່ານ ຈັນໂທ ກຸນລະວົງ ຮອງຫົວໜ້າອົງການກາແດງ ແຂວງສາລະວັນ,ພະອາຈານ ລິນທອງ ຄຳສະຫວ່າງຄະນະປະຈຳ ອພສ ເມືອງ ຫົວໜ້າຫ້ອງການບໍລິຫານ ອພສ ເມືຶອງ.
ເພີ່ມເຕີມ