ຫຼວງນໍ້າທາກະກຽມ 15 ກິດຈະກໍາຕ້ອນຮັບປີທ່ອງທ່ຽວລາວ 2024

ຫຼວງນໍ້າທາກະກຽມ 15 ກິດຈະກໍາຕ້ອນຮັບປີທ່ອງທ່ຽວລາວ 2024
ປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາຈະໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2023 ພ້ອມກັບງານບຸນນະມັດສະການພະທາດຫຼວງນໍ້າທາ. 
   ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງ ນໍ້າທາ ທັງເປັນຮອງຫົວໜ້າຄະນະຊີ້ນໍາການຈັດງານເປີດປີທ່ອງທ່ຽວລາວ 2024 ກ່າວວ່າ: ການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງນໍ້າທາເປັນກິດຈະກໍາ ແລະ ຂະບວນການທີ່ສໍາຄັນທີ່ສຸດ ເພື່ອສົ່ງເສີມການທ່ອງທ່ຽວ ປົກປັກຮັກສາທໍາມະຊາດອັນສວຍສົດງົດງາມ, ອະນຸລັກ, ສົ່ງເສີມວັດທະນະທໍາທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າຢູ່ບັນດາເມືອງທີ່ຂຶ້ນກັບແຂວງຫຼວງນໍ້າທາ. ນອກນັ້ນຍັງເປັນການສົ່ງ ເສີມຜະລິດຕະພັນທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບຄຸນນະພາບການບໍລິການ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເຂົ້າເຖິງກຸ່ມເປົ້າໝາຍ, ເຊື່ອມໂຍງກັບບັນດາເມືອງ, ແຂວງ ແລະ ປະເທດໃກ້ຄຽງ. ເປັນການສົ່ງເສີມກິດຈະກໍາບຸນປະເພນີ, ເທດສະການຕ່າງໆຢູ່ຂັ້ນແຂວງ, ເມືອງ, ບ້ານ ເເລະ ການມີສ່ວນຮ່ວມຂອງທຸກພາກ ສ່ວນ. ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວສາກົນ ໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນໃຫ້ເຂົ້າມາທ່ຽວຢູ່ແຂວງຫຼວງນໍ້າທານັບມື້ນັບຫຼາຍຂຶ້ນ ແນໃສ່ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ ກໍຄືແຂວງຫຼວງນໍ້າທາໃຫ້ຫຼາຍຂຶ້ນ. 
    ການເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງຫຼວງນໍ້າທາປີນີ້ ຈະບໍ່ໄດ້ຈັດເປັນງານສະເພາະ ແຕ່ຈະເປັນການສົ່ງເສີມການພັດທະນາໂຄ່ງລ່າງພື້ນຖານຂະໜາດນ້ອຍ, ຕະຫຼາດການທ່ອງທ່ຽວ, ຍົກລະດັບຄຸນະພາບການບໍລິ ການ ແລະ ຊຸກຍູ້ການຈັດງານບຸນປະເພນີຂອງປະຊາຊົນບັນດາເຜົ່າທີ່ເຄີຍຈັດຕັ້ງຜ່ານມາ, ຊຶ່ງປີ 2024 ນີ້ປະ ກອບມີ 15 ກິດຈະກໍາ; ໃນນີ້ກິດຈະກໍາລະດັບຊາດມີ 1 ກິດຈະກໍາ, ລະດັບແຂວງ 5 ກິດຈະກໍາ ແລະ ລະດັບເມືອງ 9 ກິດຈະກໍາລະອຽດມີດັ່ງຕໍ່ໄປນີ້: 
 ກິດຈະກໍາລະດັບຊາດ ແມ່ນງານບຸນນະມັດສະການພະທາດຫຼວງຈຽງຕຶງ (ເມືອງສິງ) ຈັດຂຶ້ນໃນວັນທີ 15 ພະຈິກ 2024; ສະເພາະເມືອງຫຼວງນໍ້າທາມີ 5 ກິດຈະກໍາ, ໃນນັ້ນລະດັບລະດັບແຂວງ 4 ກິດຈະກໍາ, ລະ ດັບເມືອງ 1 ກິດຈະກໍາຄື: ງານບຸນເຜົ່າໄຕດໍາ 4 ບ້ານ ເຂດທົ່ງດີຈັດຂຶ້ນໃນລະຫວ່າງວັນທີ 16-17 ກຸມພາ 2024; ເທດສະການດົນຕຣີຫຼວງນໍ້າທາຈັດຂຶ້ນໃນລະຫວ່າງວັນທີ 22-24 ກຸມພາ 2024; ງານບຸນນະມັດສະການພະທາດປຸມປຸກຈັດຂຶ້ນໃນວັນທີ 24 ກຸມພາ 2024; ງານບຸນຊ່ວງເຮືອປະຈໍາປີ 2024 ຈັດຂຶ້ນໃນວັນທີ 17 ຕຸລາ 2024 ແລະ ບຸນນະມັດສະການພະທາດຫຼວງນໍ້າທາຈັດຂຶ້ນໃນວັນທີ 15 ທັນວາ 2024; ເມືອງສິງມີ 3 ກິດຈະກໍານອກຈາກກິດຈະກໍາລະດັບຊາດແລ້ວ ຍັງມີກິດຈະກໍາລະດັບເມືອງ 2 ກິດຈະກໍາຄື: ບຸນປາງເມືອງ ຈັດຂຶ້ນໃນວັນທີ 23 ມັງກອນ 2024 ແລະ ງານບຸນບັ້ງໄຟ ຫຼືບຸນປອຍຈັດຂຶ້ນໃນວັນທີ 28 ເມສາ 2024; ເມືອງວຽງພູຄາມີ 2 ກິດຈະກໍາ ເປັນກິດຈະກໍາລະດັບເມືອງຄື: ບຸນກິນຈຽງເຜົ່າຢັ້ງຈັດຂຶ້ນໃນລະຫວ່າງວັນທີ 28-30 ມັງກອນ 2024 ແລະ ບຸນຊ່ວງເຮືອປະຈໍາປີ 2024 ຈັດໃນລະຫວ່າງວັນທີ 29-30 ຕຸລາ 2024; ເມືອງລອງມີ 2 ກິດຈະກໍາ ເປັນກິດຈະກໍາລະດັບເມືອງຄື: ງານບຸນປາງເມືອງຈັດຂຶ້ນລະຫວ່າງເດືອນມັງກອນ-ກຸມພາ 2024 ແລະ ບຸນກິນຈຽງເຜົ່າອາຄາທົ່ວເມືອງລອງຈັດຂຶ້ນໃນເດືອນທັນວາ 2024; ເມືອງນາແລມີ 2 ກິດຈະກໍາ ເປັນກິດຈະກໍາລະດັບເມືອງຄື: ງານບຸນຊ່ວງເຮືອປະຈໍາປີ 2024 ຈັດຂຶ້ນໃນວັນທີ 29 ຕຸລາ 2024 ແລະ ງານບຸນເກີລ ຫຼືບຸນປົດນຶມ ເມືອງນາແລຈັດຂຶ້ນໃນວັນທີ 31 ທັນວາ 2024; ເຂດພັດທະນາບໍ່ເຕ່ນແດນງາມມີ 1 ກິດຈະກໍາ ເປັນກິດຈະກໍາລະດັບແຂວງຄື: ບຸນປີໃໝ່ລາວຈັດຂຶ້ນໃນລະຫວ່າງວັນທີ 14-16 ເມສາ 2024. 
       ທ່ານ ສີສຸພັນ ທໍາປັນຍາ ກ່າວຕື່ມວ່າ: ການທ່ອງທ່ຽວຢູ່ແຂວງຫຼວງນໍ້າທາພົ້ນເດັ່ນກວ່າໝູ່ແມ່ນການ ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ. ປີທ່ອງທ່ຽວລາວ 2024 ປີນີ້ແຂວງຫຼວງນໍ້າທາ ຄາດວ່າຈະດຶງດູດນັກທ່ອງທ່ຽວເຂົ້າມາບໍ່ໃຫ້ລຸດ 1.181.775 ເທື່ອຄົນ, ສ້າງລາຍຮັບເຂົ້າແຂວງໃຫ້ໄດ້ປະມານ 46.765.291 ລ້ານໂດລາ. ແຂວງຫຼວງນໍ້າທາໄດ້ເປີດປີທ່ອງທ່ຽວລາວຄືກັບແຂວງອື່ນໆມາແລ້ວ 3 ຄັ້ງຄື: ປີ 1999, ປີ 2012 ແລະ ປີ 2018, ໃນປີ 2010 ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ 257.624 ຄົນ, ສ້າງລາຍຮັບ 2.254.392 ໂດລາ ແລະ ປີ 2020 ມີນັກທ່ອງທ່ຽວພຽງ 147.202 ຄົນ. ຍ້ອນການແຜ່ລະບາດຂອງພະ ຍາດໂຄວິດ-19, ປີ 2023 ພາຍຫຼັງສປປ ລາວ ເປີດປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການ ຈໍານວນນັກທ່ອງທ່ຽວເພີ່ມຂຶ້ນເປັນ 798.993 ເທື່ອຄົນ, ສ້າງລາຍຮັບໄດ້ 31.193.392 ໂດລາ ແລະ ຄາດຄະເນວ່າໃນປີ 2025 ຈະມີນັກທ່ອງທ່ຽວເຖິງ 1.266.820 ເທື່ອຄົນ ແລະ ຈະສ້າງລາຍຮັບ 62.337.190 ກວ່າໂດລາ.                                                                                                                ຂ່າວ: ວັນໄຊ ຕະວິນຍານ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ