ມີຄວາມພ້ອມໃນການເປີດປີທ່ອງທ່ຽວລາວ 2024 

ມີຄວາມພ້ອມໃນການເປີດປີທ່ອງທ່ຽວລາວ 2024 
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ 
  ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຊີ້ແຈງວ່າ: ພາຍຫຼັງການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຫຼຸດລົງ ການທ່ອງທ່ຽວ ຂອງລາວເຮົາ ກໍໄດ້ເລີມມີການຟື້ນຕົວຂຶ້ນ. ໃນປີ 2022 ມີນັກທ່ອງທ່ຽວສາກົນເຂົ້າມາ ຈຳນວນ 1.294.365 ເທື່ອຄົນ  ສາມາດສ້າງລາຍຮັບໄດ້ 265.511.231 ໂດລາ. ໃນ 9 ເດືອນ ຂອງປີ 2023 ມີນັກທ່ອງທ່ຽວຕ່າງປະເທດມາທ່ຽວລາວ 2.498.691 ເທື່ອຄົນ, ຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດ ຈຳນວນ 2,9 ຫາ 3,3 ລ້ານເທື່ອຄົນ. ສຳລັບປີ ໃນປີ 2024 ຈະສາມາດຮັບນັກທ່ອງທ່ຽວໄດ້ປະມານ 3,5 ລ້ານເທື່ອຄົນ.  ຈຸດປະສົງຂອງການເປີດປີທ່ອງທ່ຽວລາວ 2024 ມີດັ່ງນີ້: 1 ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ເຮົາ, ກໍຄືຜົນສຳເລັດໃນການສ້າງສາພັດທະນາປະເທດຂອງປະຊາ ຊົນລາວບັນດາເຜົ່າ; ສະແດງພາບພົດອັນຈົບງາມຂອງ ສປປ ລາວ ທັງໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. 2 ເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມການກຳນົດຂອງພັກ-ລັດໃຫ້ຂະແໜງການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫຼມໜຶ່ງ ທີ່ພາໃຫ້ມີການສະສົມເງິນຕາ, ມີການໝູນວຽນເງິນຕາພາຍໃນປະເທດເປັນຢ່າງດີ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການ, ການຜະລິດ, ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່, ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄືເຂດຊົນນະບົດຫ່າງໄກສອກຫຼີກ ແລະ ຍັງຖືເອົາວຽກງານການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມືກັບພາຍນອກອີກດ້ວຍ. 3 ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ທີ່ຖືເອົາການ ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າ. 4 ຖືເອົາໂອກາດນີ້ສຸມໃສ່ການຟື້ນຟູການທ່ອງທ່ຽວຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບຂອງການບໍລິການການທ່ອງທ່ຽວໃຫ້ໄດ້ມາດຕະ ຖານ, ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດໜຶ່ງ ທີ່ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບການທ່ອງທ່ຽວຢູ່ບັນດາປະເທດໃນ ພາກພື້ນ ແລະ ສາກົນ.  5 ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວນັບມື້ນັບຫຼາຍຂື້ນແນໃສ່ສ້າງວຽກເຮັດງານທຳໃຫ້ແກ່ສັງ ຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ ແລະ ກະຈາຍລາຍໄດ້ ລົງສູ່ທ້ອງຖິ່ນ. 6 ສ້າງຈິດສຳນຶກ ແລະ ຍົກສູງຄວາມຮັບຮູ້ຂອງສັງຄົມ ແລະ ປະຊາຊົນເຮົາ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານທ່ອງທ່ຽວ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນ. 7 ສົ່ງເສີມ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວທີ່ເປັນທ່າແຮງ, ສົ່ງເສີມກິດຈະກຳບຸນປະເພນີອັນເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ. ສຳລັບເນື້ອໃນການເປີດປີທ່ອງທ່ຽວລາວ 2024 ນີ້  ລັດຖະບານ ໄດ້ເຫັນດີ ຕົກລົງອະນຸມັດໃຫ້ເປີດປີທ່ອງທ່ຽວລາວ 2024 ຂຶ້ນ ຖືເປັນໜ້າທີ່ ຂອງທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນ, ທັງພາກລັດ, ພາກທຸລະກິດ ແລະ ປວງຊົນລາວ ແລະ ໄດ້ກຳນົດຄຳຂວັນຄື: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ. ໂດຍແປເປັນພາສາອັງກິດແມ່ນ Laos : A Paradiseof Culture, Nature and History.
ກະຊວງ ຖວທ ກໍໄດ້ເອົາໃຈໃສ່ເປັນເຈົ້າການປະສານງານກັບບັນດາຂະແໜງ ການທີ່ກ່ຽວຂ້ອງ ທັງພາກລັດ, ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ກຳນົດເອົາ 79 ກິດຈະກຳ, ໃນນີ້ມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບເເຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ. ສົມທົບ ແລະ ຮ່ວມມື ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດບັນດາກິດຈະກຳປີທ່ອງທ່ຽວ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ.    ໃນດ້ານການປັບປຸງມາດຕະຖານການທ່ອງທ່ຽວ: ການບໍລິການຂອງຫົວໜ່ວຍຜູ້ປະກອບການທຸລະກິດການທ່ອງທ່ຽວ ໄດ້ຜັນຂະຫຍາຍມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 8 ມາດຕະຖານ ຄື: ມາດຕະຖານໂຮງແຮມຂຽວ, ມາດຕະຖານເຮືອນພັກແຮມປະຊາຊົນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ມາດຕະຖານເມືອງທ່ອງທ່ຽວສະອາດ, ມາດຕະຖານສະຖານທີ່ຈັດງານ, ລາງວັນການທ່ອງທ່ຽວແບບຍືນຍົງ, ມາດຕະຖານສະປາ ແລະ ມາດຕະຖານຫ້ອງນໍ້າສາທາລະນະສະອາດ.ໄດ້ຮັບຮອງເອົາມາດຕະຖານການທ່ອງທ່ຽວ ຂອງ ສປປ ລາວ ຈໍານວນ 6 ມາດຕະຖານ ຄື: ມາດຕະຖານ ເມືອງທ່ອງທ່ຽວສະອາດ, ມາດຕະຖານເຮືອນພັກແຮມ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມ, ມາດຕະຖານຫ້ອງນໍ້າສາທາລະນະ, ມາດ
ຕະຖານການບໍລິ ການສະປາ ແລະ ມາດຕະ ຖານສະຖານທີ່ຈັດງານ. ສໍາເລັດການຈັດພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2023 ຈໍານວນ 35 ລາງ ວັນ ຄື: ລາງວັນມາດຕະຖານເຮືອນພັກແຮມ 5 ລາງວັນ, ລາງວັນມາດຕະຖານການທ່ອງທ່ຽວແບບປະ ຊາຊົນ ມີສ່ວນຮ່ວມ 5 ລາງວັນ, ລາງວັນມາດຕະຖານການບໍລິການສະປາ 7 ລາງວັນ ແລະ ລາງວັນມາດຕະຖານ ຫ້ອງນໍ້າສາ ທາລະນະ 18 ລາງວັນ. ສໍາເລັດການຮ່າງເອກະສານບົດສະເໜີໂຄງການ ສ້າງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ຊຶ່ງ ເປັນຫົວຂໍ້ທີ່ນອນຢູ່ໃນແຜນວຽກບູລິມະສິດ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024. ໂຄງການດັ່ງກ່າວ ໄດ້ຖືກຮັບຮອງຢູ່ໃນກອງປະຊຸມຄະນະກໍາມະການທ່ອງທ່ຽວອາຊຽນ ທີ່ ສປປ ລາວ ເປັນ ເຈົ້າພາບ ຈັດຂຶ້ນຢູ່ແຂວງຫຼວງພະບາງ ລະຫວ່າງ ວັນທີ 2-10 ກັນຍາ 2023.ສໍາເລັດການຈັດງານເປີດໂຕມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ຂຶ້ນ ໃນວັນທີ 15 ກັນຍາ 2023  ຈຸດ ປະສົງ ເພື່ອນໍາສະເໜີບັນດາເອກະສານ, ຄູ່ມືມາດຕະຖານ, ເຄື່ອງມືໂຄສະນາ (ເວັບໄຊມາດຕະຖານ, ເຟສບຸກ ມາດຕະຖານ, ວິດີໂອໂຄສະນາມາດຕະຖານ, ສິ່ງພິມໂຄສະນາມາດຕະຖານ) ໃຫ້ທົ່ວສັງຄົມ ໄດ້ຮັບຮູ້ເຖິງ ຄວາມສໍາຄັນ ແລະ ພ້ອມກັນມີສ່ວນຮ່ວມ ໃນການຊຸກຍູ້ໃຫ້ການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ກາຍເປັນຈຸດ ໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບ.ສົມທົບກັບບັນດາແຂວງ ປັບປຸງເມືອງທ່ອງທ່ຽວຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແລະ ສປປ ລາວ ໃຫ້ໄດ້ເພີ່ມອີກຈໍານວນ 4 ເມືອງ ຄື: ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ເມືອງຈໍາປາສັກ ແຂວງ ຈໍາປາສັກ, ເມືອງຈອມເພັດ ແລະ ເມືອງງອຍ ແຂວງຫຼວງພະບາງ. ລົງຊຸກຍູ້ພະແນກ ຖວທ ນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະ ຫຼວງພະບາງ ປັບປຸງສະຖານທີ່ທ່ອງທ່ຽວ ອີງຕາມມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ; ລົງຕິດຕາມຊີ້ນໍາການປະເມີນມາດຕະ ຖານເຮືອນພັກປະຊາຊົນ ແລະ ມາດຕະຖານການ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ທີ່ແຂວງວຽງຈັນ, ເມືອງວັງວຽງ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ພ້ອມໃຫ້ຄໍາແນະນໍາໃນການປັບປຸງໃຫ້ໄດ້ມາດຕະຖານອາຊຽນ. 
    ໃນວັນທີ 13 ພະຈິກ 2023 ຈະໄດ້ຈັດພິທີຖະແຫຼງຂ່າວ ໃນການຈັດປີທ່ອງທ່ຽວລາວ 2024 ໃນຕອນບ່າຍ ທີ່ໂຮງແຮມດອນຈັນພາເລດ ແລະ ໃນວັນທີ 23 ພະຈິກ 2023 ຈະໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ແລະ ບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2023. ມາຮອດນີ້, ເຫັນໄດ້ວ່າການກະກຽມຈັດປີທ່ອງທ່ຽວລາວ 2024 ນີ້ ແມ່ນມີຄວາມພ້ອມສົມຄວນ ແຕ່ກໍຍັງຕ້ອງມີຫຼາຍວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວມີການພັດທະນາທີ່ດີຂື້ນເລື່້ອຍໆ.ຂ່າວ: ບຸນຕອມ-ພາບ: ສຸກສະຫວັນ 

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ