![]() |
ທ່ານ ນາງ ພອນໄພ ສີວິໄລ ກ່າວວ່າ: ການສັກວັກຊິນກັນມະເຮັງປາກມົດລູກ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຫຼາຍ ເພາະຈະເປັນການປົກປ້ອງສຸຂະພາບຂອງແມ່ຍິງ ແລະ ເດັກຍິງ ໃນໄວຮຽນ ຊຶ່ງເປັນຜູ້ສືບທອດພາລະກິດຂອງຊາດ ແລະ ເປັນການລົງທຶນດ້ານສຸຂະພາບໃນໄລຍະຍາວ ເພື່ອຊ່ວຍຫຼຸດຜ່ອນອັດຕາການເກີດພະຍາດ ໂດຍໃນປີ 2025 ກຸ່ມເປົ້າໝາຍເດັກຍິງ ອາຍຸ 10 ປີ ທົ່ວເມືອງລະມາມ ມີທັງໝົດ 516 ຄົນ ແລະ ຄາດໝາຍຈະໃຫ້ບັນລຸໃນການສັກວັກຊີນ 100% ເພື່ອເປັນການປ້ອງກັນພະຍາດແຕ່ຫົວທີ.
ທ່ານ ເພັດສະໄໝ ເທບວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ການເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກແມ່ນເປີດພ້ອມກັນ ໃນ 4 ເມືອງ ແລະ ການຈັດຕັ້ງປະຕິບັດການໃຫ້ສັກວັກຊີນ (HPV) ມີພຽງເຂັມດຽວສາມາດປ້ອງກັນໄດ້ຕະຫຼອດຊີວິດ ຊຶ່ງໃນເດັກຍິງກຸ່ມເປົ້າໝາຍ ທົ່ວແຂວງເຊກອງ ມີ 1,822 ຄົນ.ໃນນີ້, ເມືອງລະມາມ 516 ຄົນ, ເມືອງກະລຶມ 464 ຄົນ, ເມືອງດາກຈຶງ 319 ຄົນ ແລະເມືອງທ່າແຕງ 1,395 ຄົນ ແລະ ຄາດໝາຍການສັກວັກຊີນ ຈະໃຫ້ບັນລຸຫຼາຍກວ່າ 95%.ນອກນັ້ນ, ກໍຍັງມີເປົ້າໝາຍສັກວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ໃນເດັກຍິງ-ເດັກຊາຍ ຊັ້ນ ປ1 ທົ່ວແຂວງ ທັງໝົດ 4,368 ຄົນ ໂດຍເມືອງລະມາມ ມີ 1,235 ຄົນ, ກະລຶມ ມີ 1.,023 ຄົນ, ດາກຈຶງ ມີ 733 ຄົນ ແລະ ເມືອງທ່າແຕງ ມີ 1,395 ຄົນ.
![]() |
ສຳລັບຂະບວນການໃຫ້ວັກຊີນປ້ອງກັນມະເຮັງປາກມົດລູກ ຈະໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ນັບແຕ່ວັນທີ 9 ໄປຈົນຮອດ 21 ທັນວາ 2025 ໂດຍມອບໃຫ້ສາທາລະນະສຸກເມືອງ ເຄື່ອນໄຫວຕາມກອບເວລາທີ່ກຳນົດໄວ້ໃຫ້ສໍາເລັດ.
(ພາບ-ຂ່າວ: ພຸດທະສອນ)


ຄໍາເຫັນ