ໃນ 9 ເດືອນທຳອິດ ກຳປູເຈຍສົ່ງອອກສູງເຖິງ 23,6%

ໃນ 9 ເດືອນທຳອິດ ກຳປູເຈຍສົ່ງອອກສູງເຖິງ 23,6%
ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາ, ກະຊວງການຄ້າຂອງກຳປູເຈຍໄດ້ເປີດເຜີຍບົດລາຍງານມູນຄ່າການສົ່ງອອກສິນຄ້າຂອງກຳປູເຈຍສູ່ກຸ່ມປະເທດສະມາຊິກຂໍ້ຕົກລົງຫຸ້ນສ່ວນທາງດ້ານເສດຖະກິດລະດັບພາກພື້ນ (RCEP) ໃນໄລຍະເດືອນມັງກອນ-ກັນຍາ ຂອງປີນີ້ ຢູ່ທີ່ 5,81 ພັນລ້ານໂດລາ ເພີ່ມຂຶ້ນ 23,6% ຈາກໄລຍະເວລາດຽວກັນຂອງປີຜ່ານມາ.
ບົດລາຍງານລະບຸວ່າ: ຈຸດໝາຍການສົ່ງອອກ 3 ອັນດັບທຳອິດຂອງກຳປູເຈຍພາຍໃຕ້ຂໍ້ຕົກລົງ RCEP ໃນໄລຍະ 9 ເດືອນທຳອິດຂອງປີ 2023 ໄດ້ແກ່ ຫວຽດນາມ 2,03 ພັນລ້ານໂດລາ ເພີ່ມຂຶ້ນ 30,6%, ຈີນ 1,06 ພັນລ້ານໂດລາ ເພີ່ມຂຶ້ນ 18,2% ແລະ ຍີ່ປຸ່ນ 885,7 ລ້ານໂດລາ ຫຼຸດລົງ 1,3%. ຂໍ້ຕົກລົງ RCEP ປະກອບດ້ວຍ 15 ປະເທດອາຊີປາຊີຟິກ ຊຶ່ຶງແບ່ງອອກເປັນ 10 ປະເທດອາຊຽນໄດ້ແກ່ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຮ່ວມກັບຄູ່ຄ້າ 5 ແຫ່ງໄດ້ແກ່ ຈີນ, ຍີ່ີປຸ່ນ, ສ ເກົາຫຼີ, ອົສຕຣາລີ ແລະ ນູແວນເຊລັງ. ທ່ານ ເພັນ ໂສວິຊິດ ຮອງລັດຖະມົນຕີ ແລະ ໂຄສົກກະຊວງການຄ້າຂອງກຳປູເຈຍ ກ່າວວ່າ: RCEP ຊຶ່ງມີຜົນບັງຄັບໃຊ້ໃນປີ 2022 ໄດ້ເປັນແຮງກະຕຸ້ນການເຕີບໂຕທາງດ້ານການສົ່ງອອກຂອງກຳປູເຈຍ ແລະ ກາຍເປັນແມ່ເຫຼັກດຶງດູດການລົງທຶນໂດຍກົງຈາກຕ່າງປະເທດສູ່ກຳປູເຈຍເພີ່ມຂຶ້ນ ໂດຍການສົ່ງອອກທີ່ຂະຫຍາຍຕົວຊີ້ໃຫ້ເຫັນວ່າ: ກຸ່ມປະເທດຕາມຂໍ້ຕົກລົງ RCEP ເປັນຕະຫຼາດທີ່ມີສັກກະຍະພາບຂອງສິນຄ້າທີ່ຜະລິດໃນກຳປູເຈຍ. ທ່ານ ໂສວິຊິດ ກ່າວຕື່ມວ່າ: ການສົ່ງອອກຂອງກຳປູເຈຍສູ່ສະມາຊິກ RCEP ຈະຍັງຄົງຂະຫຍາຍຕົວຕະຫຼອດທັງໝົດປີນີ້ ແລະ ປີຕໍ່ໆໄປ ພາຍໃຕ້ມາດຕະການສິດທິປະໂຫຍດທາງດ້ານພາສີອາກອນພາຍໃຕ້ຂໍ້ຕົກລົງ RCEP.
ທ່ານ ໂສວິຊິດ ລະບຸວ່າ: ຂໍ້ຕົກລົງ RCEP ບວກກັບການຄ້າເສລີທະວິພາຄີອື່ນໆຈະຊ່ວຍກຳປູເຈຍຫຼຸດພົ້ນຈາກສະຖານະປະເທດພັດທະນານ້ອຍທີ່ສຸດພາຍໃນປີ 2027 ແລະ ບັນລຸເປົ້າໝາຍການເປັນປະເທດລາຍໄດ້ປານກາງລະດັບສູງພາຍໃນປີ 2030 ແລະ ປະເທດລາຍໄດ້ສູງພາຍໃນປີ 2050.

ຄໍາເຫັນ

ຂ່າວຕ່າງປະເທດ

ອົສ​ຕຣາ​ລີ​ມີ​ຈຸດ​ປະ​ສົງ​ຮັບ​ເອົານັກ​ວິ​ທະ​ຍາ​ສາດ​ຊັ້ນ​ນໍາ​ຈາກ​ສະ​ຫະ​ລັດ​ ອາເມຣິກາ

ອົສ​ຕຣາ​ລີ​ມີ​ຈຸດ​ປະ​ສົງ​ຮັບ​ເອົານັກ​ວິ​ທະ​ຍາ​ສາດ​ຊັ້ນ​ນໍາ​ຈາກ​ສະ​ຫະ​ລັດ​ ອາເມຣິກາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ເມສາ ຜ່ານມາວ່າ: ສະຖາບັນວິທະຍາສາດ ອົສຕຣາລີ ເປີດໂຄງການດຶງດູດນັກວິທະຍາສາດຊັ້ນນໍາທີ່ກຳລັງຈະຍ້າຍຖິ່ນຖານຈາກສະຫະລັດ ອາເມຣິກາ ຊຶ່ງຖືເປັນໂອກາດຫາຍາກເພື່ອດຶງດູດຜູ້ທີ່ມີພອນສະຫວັນອັນດັບຕົ້ນໆຈາກ ສະຫະລັດ ອາເມຣິກາ ມາຍັງອົສຕຣາລີ.
ຄວາມບໍ່ແນ່ນອນຈະເຮັດໃຫ້ການເຕີບໂຕຂອງເສດຖະກິດທົ່ວໂລກຕ່ຳກວ່າທີ່ຄາດຄະເນໄວ້

ຄວາມບໍ່ແນ່ນອນຈະເຮັດໃຫ້ການເຕີບໂຕຂອງເສດຖະກິດທົ່ວໂລກຕ່ຳກວ່າທີ່ຄາດຄະເນໄວ້

ຂ່າວສານຊີອາໄອ ລາຍງານເມື່ອບໍ່ດົນມານີ້; ທ່ານ​​ອາ​ເຈ ບັງ​ກາ ຜູ້​ວ່າ​ການ​ທະ​ນາ​ຄານ​ໂລກ​ກ່າວ​ວ່າ: ຄວາມ​ບໍ່​ແນ່ນອນ​ກຳ​ລັງ​ເຮັດ​ໃຫ້​ເກີດ​ມີ​ສະ​ພາບ​ແວດ​ລ້ອມ​ດ້ານ​ທຸ​ລະ​ກິດ ແລະ ເສດ​ຖະ​ກິດ​ທີ່​ມີ​ຄວາມ​ລະ​ມັດ​ລະ​ວັງຫຼາຍກວ່າ​ເກົ່າ​ໃນ​ຂອບ​ເຂດ​ທົ່ວ​ໂລກ
ທ່ານສີຈິ້ນຜິງພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ

ທ່ານສີຈິ້ນຜິງພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນຄ່ຳວັນທີ 17 ເມສາ ຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ພົບປະກັນຢູ່ຕຶກສັນຕິພາບທີ່ນະຄອນຫຼວງພະນົມເປັນ. ຜູ້ນຳສອງປະເທດໄດ້ເຫັນດີເປັນເອກະພາບທີ່ຈະຮ່ວມມືກັນ
P4G ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

P4G ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນບ່າຍວັນທີ 17 ເມສາ ຜ່ານມາ ຢູ່ນະຄອນ ຫຼວງຮ່າໂນ້ຍກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ປິດລົງພາຍຫຼັງດຳເນີນເປັນເວລາ 4 ວັນ.
ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ຈະ​ອອກ​ອາ​ກາດ​ໃນ​ສື່​ສຳ​ຄັ​ນ​ຂອງ​ກຳ​ປູ​ເຈຍ

ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ຈະ​ອອກ​ອາ​ກາດ​ໃນ​ສື່​ສຳ​ຄັ​ນ​ຂອງ​ກຳ​ປູ​ເຈຍ

ຂ່າວສານຊີອາໄອລາຍງານວ່າ: ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ທາງ​ລັດ​ຖະ​ກິດ, ລາຍ​ການ“ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ກຳ​ປູ​ເຈຍ​ທີ່​ຜະ​ລິດ​ໂດຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG, ຈະ​ອອກ​ອາ​ກາດ​ຢູ່​ເວ​ທີ​ຕ່າງໆ ເຊັ່ນ:ໂທ​ລະ​ພາບ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ເລີ່ມ​ແຕ່​ວັນ​ທີ 17 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ.
ອີຕາລີ ເປີດໂຄງການ ໂບນັດເດັກນ້ອຍ ເພື່ອຮັບມືກັບອັດຕາການເກີດຕໍ່າ

ອີຕາລີ ເປີດໂຄງການ ໂບນັດເດັກນ້ອຍ ເພື່ອຮັບມືກັບອັດຕາການເກີດຕໍ່າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຖາບັນປະກັນສັງຄົມແຫ່ງຊາດຂອງອີຕາລີໄດ້ເປີດໂຄງການໂບນັດເດັກນ້ອຍ(baby bonus)ຊຶ່ງຖືເປັນບາດກ້າວລ້າສຸດຂອງຄວາມພະຍາຍາມແກ້ໄຂບັນຫາອັດຕາການເກີດທີ່ຫຼຸດລົງ.
ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມບຸກ​ທະ​ລຸ​ຈາກ​​ນະ​ວັດ​ຕະ​ກຳ

ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມບຸກ​ທະ​ລຸ​ຈາກ​​ນະ​ວັດ​ຕະ​ກຳ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ເມສາ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດສັບປະດາເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ປີ 2025 ແລະ ເວທີປາໄສສາກົນ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2025 ດ້ວຍຫົວຂໍ້ “ເຄື່ອງໝາຍການຄ້າແຫ່ງຊາດ
ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີມາເລເຊຍ

ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີມາເລເຊຍ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 16 ເມສາ ຜ່ານມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານດາໂຕ ເຊຣີ ອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຢູ່ເຮືອນພັກນາຍົກລັດຖະມົນຕີມາເລເຊຍທີ່ເມືອງປູຕຣາຈາຢາ.
ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ໜ່ວຍ​ໂລກ​ສີ​ຂຽວ ແລະ ອະ​ນາ​ຄົດ​ສີ​ຂຽວ

ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ໜ່ວຍ​ໂລກ​ສີ​ຂຽວ ແລະ ອະ​ນາ​ຄົດ​ສີ​ຂຽວ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີເປີດກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ດ້ວຍຫົວຂໍ້ “ຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ”ໄດ້ຈັດຂຶ້ນໃນວັນທີ16 ເມສາ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ.
ງານກິລາໂອແລັມປິກລອດແອນເຈີລິສປີ 2028 ຈະເພີ່ມໃໝ່ 22 ລາຍການ

ງານກິລາໂອແລັມປິກລອດແອນເຈີລິສປີ 2028 ຈະເພີ່ມໃໝ່ 22 ລາຍການ

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ຄະນະປະຕິບັດງານຂອງຄະນະກຳມະການໂອແລັມປິກສາກົນໄດ້ອະນຸມັດໂກຕ້າປະເພດກິລາ ແລະ ຈຳນວນນັກກິລາໃນງານກິລາໂອແລັມປິກລອດແອນເຈີລິສປີ 2028ລວມມີ 351 ລາຍການ,ເພີ່ມຂຶ້ນ 22 ລາຍການເມື່ອທຽບໃສ່ງານກິລາໂອແລັມປິກປາຣີທີ່ມີ 329 ລາຍການ.
ເພີ່ມເຕີມ